banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:120
ມື້ວານນີ້:ມື້ວານນີ້:363
ອາທິດນີ້:ອາທິດນີ້:2444
ເດືອນນີ້:ເດືອນນີ້:8566
ທັງໝົດ:ທັງໝົດ:890028

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ເຜີຍແຜ່ວຽກງານຊາຍແດນ ແຫ່ງຊາດ: ບັນຫາຊາຍແດນ ຍາມໃດ ພັກ-ລັດ ກໍ່ຖືເປັນສໍາຄັນ ພ້ອມທັງ ເດັດດ່ຽວຢຶດ ໝັ້ນຕໍ່ສູ້ປົກປັກ ຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງປະເທດຊາດ ໄວ້ຢ່າງໝັ້ນ ຄົງຕະຫຼອດມາ. ເພື່ອສືບ ຕໍ່ເສີມຂະຫຍາຍ ວຽກງານຊາຍແດນ ກໍ່ຄືຜືນແຜ່ນ ດິນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ບັນລຸ ໄດ້ໝາກຜົນພົ້ນ ເດັ່ນຫຼາຍຂຶ້ນ ຕາມແນວທາງຂອງພັກ ໄດ້ກຳນົດໄວນັ້ນ  ວັນທີ 14 ພະຈິກ 2017 ກະຊວງການ ຕ່າງປະເທດ ຮ່ວມກັບພະແນກ ພົວພັນການຕ່າງປະເທດ ແຂວງ ອັດຕະປື ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານ ແລະ ນິຕິກຳ ກ່ຽວກັບວຽກ ງານຊາຍເເດນຂຶ້ນ ທີ່ຫ້ອງວ່າການ ປົກຄອງແຂວງ ອັດຕະປື ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງເລຂາຄະນະ ພັກກະຊວງ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ, ມີ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານ ຊາຍເເດນຂັ້ນແຂວງ, ມີຄະນະນຳຈາກ ກະຊວງກ່ຽວຂ້ອງ, ຄະນະນຳຂັ້ນແຂວງ ແລະ ພາກສ່ວນກ່ຽວ ຂ້ອງພາຍໃນ ແຂວງເຂົ້າຮ່ວມ.

ກອງປະຊຸມເທື່ອນີ້ ແມ່ນເປັນການໂຄສະນາ ເຜີຍແຜ່ເອກະສານ ແລະ ນິຕິກຳ ກ່ຽວກັບວຽກງານ ຊາຍເເດນແຫ່ງຊາດ ເປັນການຍົກລະ ດັບຄວາມຮູ້ຄວາມສາມາດ ໃຫ້ອົງການປົກຄອງພາຍໃນ ແຂວງ ອັດຕະປື ໄດ້ຮັບ ຮູ້-ເຂົ້າໃຈຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ, ພ້ອມກັນເປັນ ເຈົ້າການປົກປັກຮັກ ສາເຂດນໍ້າແດນດິນ ໂດຍສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ ປະເທດຊາດຖຶກຕ້ອງ ຕາມລະບຽບກົດໝາຍ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ ໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີເສັ້ນຊາຍແດນ ຕິດຈອດກັບ 5 ປະເທດ ໃນນັ້ນ ມີ 3 ປະເທດ ທີ່ໄດ້ສຳເລັດການ ສຳຫຼວດ ປັກຫຼັກໝາຍຊາຍເເດນ ເຊັ່ນ ປະເທດ ຫວຽດນາມ, ຈີນ ແລະ ປະເທດ ມຽນມາ, ປັດຈຸບັນຍັງ 2 ປະເທດ ເຊັ່ນ ປະເທດໄທ, ປະເທດ ກຳປູເຈຍ ທີ່ກຳລັງສືບຕໍ່ ຮ່ວມກັນສຳຫຼວດ ປັກຫຼັກໝາຍ ໃຫ້ສຳເລັດ ຕາມແຜນກຳນົດໄວ້ ໂອກາດດຽວກັນ ບັນດາຜູ້ຕ່າງ ໜ້າຈາກບັນ ດາກະຊວງກ່ຽວຂ້ອງກໍ່ຍັງ ໄດ້ພ້ອມກັນຂຶ້ນລາຍ ບາງເອກະສານທີ່ ກ່ຽວຂ້ອງກັບບັນດາ ນິຕິກໍາຕ່າງໆໃນການ ຄຸ້ມຄອງເສັ້ນຊາຍແດນ ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງ ເພື່ອສ້າງຊາຍເເດນ ໃຫ້ເປັນຊາຍແດນ ແຫ່ງສັນຕິພາບກາຍ ເປັນມໍລະດົກຕົກທອດ ໄວ້ຮອດເຊັ່ນລູກ-ເຊັ່ນຫຼານ ໃນອະນາຄົດ.

ໂດຍ: ຈັນສະໄໝ