tn IMG 20171101 150047

ເຂື່ອນໄຟຟ້ານ້ຳຕົກ ນ້ຳກົງ 2 ຈະເປີດ ການຜະລິດໄຟຟ້າ ໃນກາງເດືອນ ທັນວາ ປີ 2017: ໂດຍປະຕິບັດຕາມ ການສະເໜີ ຂອງບໍລິສັດ ຈະເລີນ ເຊກອງ ພະລັງງານ ຈໍາກັດ, ໃນຕອນບ່າຍ ຂອງວັນທີ 1 ພະຈິກ ປີ 2017 ທ່ານ ປອ ນາມ ວິຍະເກດ ກໍາມະການ ສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ຄະນະນໍາ ຂອງພະແນກການ ແລະ ເມືອງ ທີ່ກ່ຽວຂ້ອງ ເປັນຕົ້ນ: ຫ້ອງວ່າການແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ພະແນກ ຍທຂ ແຂວງ, ເຈົ້າເມືອງພູວົງ ພ້ອມວິຊາການ ແລະ ຄະນະກອງຮ້ອຍ ຊາຍແດນ 542 ໄດ້ເດີນທາງ ໄປຢ້ຽມຢາມ ແລະ ຈັດກອງປະຊຸມ ປືກສາຫາລື ບາງວຽກຕາມການສະເໜີ ຂອງບໍລິສັດ ຜູ້ຮັບເໝົາ ໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນ້ຳຕົກນ້ຳກົງ 2.

tn IMG 20171101 131352tn IMG 20171101 130820

 ການເດີນທາງໄປຄັ້ງນີ້ ໄດ້ຖືກຕ້ອນຮັບ ຈາກ ທ່ານ ລ້ຽງ ຄໍາພູນ ຮອງປະທານບໍລິສັດ, ທັງເປັນທີ່ປືກສາ ຂອງບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ເບື້ອງຕົ້ນ ແມ່ນທ່ານ ທ່ານ ປອ ນາມ ວິຍະເກດ ກໍາມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ ອັດຕະປື ພ້ອມດ້ວຍຄະນະ ໄດ້ທັດສະນະເບິງ ສະຖານທີ່ຕັນ-ປ່ອຍນ້ຳເຂື່ອນ, ສະຖານທີ ເຮືອນຈັກຂອງເຂື່ອນ.

tn IMG 20171101 133048tn IMG 20171101 133040

ຈາກນັ້ນ ກໍ່ໄດ້ກັບຄືນ ໄປທີ່ສຳນັກງານ ຂອງໂຄງການ ເພື່ອດໍາເນີນ ກອງປະຊຸມ ປືກສາຫາລື; ໃນກອງປະຊຸມ ມີຄະນະນໍາຈາກແຂວງ, ເມືອງ, ກອງຮ້ອຍຊາຍແດນ 542, ຄະນະນໍາ ຂອງບໍລິສັດ ພ້ອມວິຊາການ ກ່ຽວຂ້ອງ ແລະ ຄະນະພັກ ບ້ານລະມອງ ທີ່ເປັນຕັ້ງຢູ່ໃກ້ກັບ ຂອບເຂດ ຂອງໂຄງການ; ໃນກອງປະຊຸມ ທ່ານ ສະໜານ ມີບຸນ ອໍານວຍການ ຝ່າຍຜະລິດ ໄດ້ກ່າວ ຈຸດປະສົງ ແລະ ເໜີແຂກ ທີ່ເຂົ້າຮ່ວມ ກອງປະຊຸມ, ຈາກນັ້ນ ທ່ານ ສຸວັດ ສີສຸທໍາ ອໍານວຍການ ຝ່າຍພັດທະນາ ໄດ້ລາຍງານ ສະພາບຂອງໂຄງການ ໂດຍຫຍໍ້ວ່າ: ໂຄງການ ເຂື່ອນໄຟຟ້າ ນ້ຳຕົກນ້ຳກົງ 2 ມີກໍາລັງ ການຜະລິດ 66 MW, ມີ 3 ເຄື່ອງຈັກ, ເຄື່ອງໝຶ່ງຜະລິດ 22 MW, ບໍລິສັດໄດ້ຮັບຊ້ວງຕໍ່ ( ຊື້ ) ຈາກບໍລິສັດ ຮ່ວງແອັງອັດຕະປື ທີ່ເປັນເຈົ້າຂອງ ໂຄງການເດີມ ໃນມູນຄ່າ 100 ກວ່າລ້ານໂດລາສະຫະລັດ, ບໍລິສັດໄດ້ມາ ປັບປຸງບັນດາ ເຕັກນິກຕ່າງໆ ເພື່ອໃຫ້ເຂົ້າສູ່ລະບົບ ເຕັກນິກມາດຕະຖານ ຂອງສາກົນ ມາເປັນເວລາ ປີກວ່າແລ້ວ, ຄາດວ່າຈະໄດ້ເປີດ ການຜະລິດ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2017 ນີ້; ເພື່ອຮັບປະກັນ ໃຫ້ແກ່ຄວາມ ປອດໄພ ແລະ ຄວາມຍືນຍົງ ຂອງໂຄງການນີ້, ທາງບໍລິສັດ ໄດ້ສະເໜີ ໃຫ້ທາງອໍານາດ ການປົກຄອງແຂວງ, ເມືອງ ແລະ ບ້ານ ໃຫ້ການຮ່ວມມື ໃນການປົກປັກຮັກສາ ເພື່ອຄວາມປອດໄພ ແລະ ຄວາມຍືນຍົງ ຂອງເຂື່ອນໄຟຟ້າ ແຫ່ງນີ້ ເພື່ອໃຫ້ສ້າງຜົນປະໂຫຍດ ລວມຕໍ່ແຂວງ ແລະ ປະເທດຊາດ ໃນອານາຄົນ ເປັນຕົ້ນ: ການຮັກສາປ່າ ເຂດຍອດນ້ຳ ບໍ່ໃຫ້ຖືກທໍາລາຍ ດ້ວຍວິທີຕ່າງໆ, ການຮັກສາ ຄວາມສະຫງົບ ແລະ ຄວາມປອດໄພ ໃນຂອບເຂດ ພື້ນທີ່ຂອງ ໂຄງການ ຊິງມີບາງເຂດ ທາງໂຄງການ ໄດ້ຫ້າມບໍ່ໃຫ້ປະຊາຊົນ ໄປທໍາມາຫາກິນ ກໍ່ຄືເຂດລຸ່ມອ່າງໂຕ່ງ ຈຸດປ່ອຍນໍ້າ ໜ້າເຂື່ອນ, ຈຸດລຸ່ມປ່ອຍນໍ້າ ຢູ່ເຂດເຮືອນຈັກ ຈຸດດັ່ງ ກ່າວ. ຜ່ານມາປະຊາຊົນ ເຄີຍຊີນກັບການ ທໍາມາຫາກິນ ແບບທໍາມະຊາດ ແຕ່ມາຮອດປະຈຸບັນນີ້ ຈະມີຄວາມແຕກຕ່າງ, ແຕ່ລະມື້ຈະມີການ ປິດ-ປ່ອຍນໍ້າ ຖ້າບໍ່ມີການຫ້າມ ຈະເຫັນໃຫ້ຜູ້ທີ່ ໄປເຄື່ອນໄຫວ ໃນເຂດນັ້ນ ຈະໄດ້ຮັບຜົນກະທົບ ຈາກນ້ຳພັດໄຫລ.

tn IMG 20171101 140420

ອີກຈຸດຫ້າມອີກຈຸດໜຶ່ງ ກໍ່ແມ່ນເຂດອ່າງໂຕ່ງ, ໃນໄລຍະຕົ້ນນີ້ ບໍລິສັດມີແຜນຈະນ້ຳເອົາ ລູກປາມາປ່ອຍລົງ ເພື່ອຈະຮັກສາ ໃຫ້ສັດນ້ຳມີການ ແພ່ພັນຫລາຍຂຶ້ນ ຈິ່ງຫ້າມບໍ່ໃຫ້ປະຊາຊົນ ລົງໄປຫາກິນ ຢູ່ເຂດດັ່ງກ່າວ, ອີກດ້ານໜຶ່ງ ປະຊາຊົນ ຍັງບໍ່ທັນເຄີຍກັບການ ຫາກິນຢູ່ນ້ຳຫລາຍ ແລະ ເລິກ ຈະເຮັດໃຫ້ມີຄວາມສຽງຕໍ່ຊິວິດໄດ້ ແລະ ການນຳໃຊ້ເສັ້ນທາງ ບາງຈຸດຂອງໂຄງການ ແມ່ນຈະໄດ້ມີການຫ້າມ ບໍ່ໃຫ້ປະຊາຊົນເຂົ້າໄປ ໃນເຂດນັ້ນ ຄື: ເສັ້ນທາງເຂົ້າ ໄປຫາປະຕູໜ້າເຂື່ອນ, ເສັ້ນທາງ ໄປຫາເຮືອນຈັກ ຈຸດນີ້ຈະໄດ້ມີການຫ້າມ ປະຊາຊົນເຂົ້າໄປ ໂດຍສະເພາະແມ່ນ ຍາມກາງຄືນ ຖ້າບໍ່ຈຳເປັນແທ້ ແມ່ນບໍ່ໃຫ້ໄປ ຊິ່ງທາງໂຄງການ ໄດ້ສະເໜີຂໍກຳລັງຈາກ ກອງຮ້ອຍຊາຍແດນ 542 ເພື່ອມາຊ່ວຍ ໃນການຮັກສາ ຄວາມປອດໄພຕື່ມ. ກ່ຽວກັບພັນທະ ຂອງບໍລິສັດ ຕໍ່ກັບທ້ອງຖິ່ນ ໂດຍສະເພາະແມ່ນ ກັບບ້ານລະມອງ ທີ່ເປັນຈຸດທີ່ຕັ້ງ ຂອງໂຄງການ, ທາງໂຄງການ ໄດ້ຮັບເອົາການສະເໜີ ຂອງບ້ານໃຫ້ສືບຕໍ່ ສ້າງສະໂມສອນ ຂອງບ້ານ, ສ້ອມແປງທາງເຂົ້າບ້ານ, ການເສຍຄ່າການນໍາໃຊ້ ກະແສໄຟຟ້າ ໃນໄລຍະຕົ້ນ ແລະ ກິດຈະກໍາອື່ນໆ ແມ່ນໃຫ້ທາງບ້ານ, ເມືອງ ແລະ ແຂວງ ເອກະພາບກັນ ສະເໜີໂຄງການ ໃຫ້ບໍລິສັດ ພິຈາລະນາຊ່ວຍ ເປັນແຕ່ລະປີ, ນອກນີ້ ທາງບໍລິສັດ ຍັງຈະໄດ້ຮັບຜິດຊອບ ໃນການສ້າງທາງປູຢາງ ແຕ່ເມືອງພູວົງ ຫາ ໂຄງການ, ແຕ່ວ່າທາງໂຄງການ ຂໍໃຫ້ສໍາເລັດໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນໍ້າກົງ 3 ເສຍກ່ອນ, ເນື່ອງຈາກວ່າ ຍັງຈະໄດ້ ຂົນສົ່ງກົນຈັກ, ບັນດາອຸປະກອນໜັກ ແລ່ນຜ່ານຈະເຮັດໃຫ້ ເສັ້ນທາງເປ້ເພຄືເກົ່າ ແຕ່ວ່າໃນໄລຍະນີ້ ທາງບໍລິສັດ ຈະຮັບຜິດຊອບ ໃຫ້ເສັ້ນທາງ ສາມາດໄປມາ ໄດ້ທັງສອງລະດູ.

tn IMG 20171101 151053tn IMG 20171101 170233

ຕອນທ້າຍ ຂອງກອງປະຊຸມ ທ່ານ ປອ ນາມ ວິຍະເກດ ກໍາມະການ ສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນສະຫລຸບ ແລະ ໂອ້ລົມ ຕໍ່ທີ່ປະຊຸມວ່າ: ກ່ຽວກັບເຂດພື້ນທີ່ ຂອງໂຄງການ ທີ່ເປັນເຂດຫ້າມ ແລະ ອັນຕະລາຍ ແມ່ນໃຫ້ບໍລິສັດ ແຕ້ມປ້າຍເຕືອນ, ປັກຫລັກໝາຍ ໃຫ້ມັນຈະແຈ້ງ ເພື່ອໃຫ້ປະຊາຊົນໄດ້ຮູ້, ຈຸດປ້ອງກັນເວນຍາມ ໃຫ້ກໍານົດລະບຽບ ການເຂົ້າອອກຄັກແນ່; ສໍາລັບຊາວ ບ້ານລະມອງ ກໍ່ໃຫ້ທາງບ້ານ ແລະ ໂຄງການ ຮ່ວມມືກັນສ້າງຜົນປະໂຫຍດ ຮ່ວມກັນ, ເນັ້ນໃຫ້ປະຊາຊົນ ມີສ່ວນຮ່ວມ ໃນການປົກປັກຮັກສາ ແລະ ພັດທະນາ, ໃຫ້ມີການຈັດສັນ ໃຫ້ເຂົາເຈົ້າປະກອບສ່ວນ ມີຜົນປະໂຫຍດ ເປັນຕົ້ນ: ການທ່ອງທ່ຽວ, ການປະມົງ ສະຫງວນໄວ້ ໃຫ້ກັບຊາວບ້ານ, ໃຫ້ເຂົາຕິດພັນ ກັບໂຄງການ. ໃຫ້ບໍລິສັດ ຫັນບໍລິເວນພື້ນທີ່ ໂຄງການ ທີ່ເໝາະສົມ ມາເປັນບ່ອນທ່ອງທ່ຽວ ໃຫ້ບໍລິສັດຄິດໄວ້ວ່າ ຈະພັດທະນາ ຄືແນວໃດ. ຫລັງຈາກສຳເລັດ ກອງປະຊຸມ ທາງໂຄງການຍັງ ໄດ້ມອບອຸປະກອນ ກິລາໃຫ້ບ້ານ, ເມືອງ ແລະ ຫ້ອງວ່າການແຂວງ; ສ່ວນກອງຮ້ອຍ ຊາຍແດນ 542 ແມ່ນປະເພດ ອຸປະກອນກິລາ, ອາຫານແຫ້ງ ແລະ ເຂົ້າສານ ແລ້ວຈິງສືບຕໍ່ສ້າງກິດຈະກໍາ ເຕະບານມິດຕະພາບ ລະຫວ່າງ ຄະນະນຳຂອງ ບໍລິສັດ ພົບກັບຄະນະນຳ ຂອງແຂວງ, ຄະນະນຳຂອງແຂວງພົບກັບເມືອງ ປະສົມກັບກອງຮ້ອຍ ຊາຍແດນ 542, ຜົນການແຂ່ງຂັນ ແມ່ນຄະນະນຳຂອງແຂວງ ເປັນຜູ້ຄອງຂັນ.

ໂດຍ: ອຸດທະລີ ສິງທໍາມະວົງ