ປະທານສູນກາງ ແນວລາວສ້າງຊາດ ເຮັດວຽກ ຢູ່ແຂວງ ອັດຕະປື: ໃນວັນທີ 21 ສິງຫາ 2017 ນີ້ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນ ກາງພັກ ປະທານສູນກາງ ແນວລາວສ້າງຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ ແຂວງອັດຕະປື ເຊິ່ງພິທີໄດ້ມີຂຶ້ນ ຢູ່ທີ່ຫ້ອງວ່າການ ປົກຄອງແຂວງ ໂດຍມີຄະນະນຳ ໃນອົງການຈັດຕັ້ງ ມະຫາຊົນ ຂັ້ນແຂວງ ເຂົ້າຮ່ວມ. ໃນພິທີຕ້ອນຮັບ ທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື ກໍ່ໄດ້ລາຍງານ ໂດຍຫຍໍ້ ກ່ຽວກັບການເຕີບໃຫຍ່ ຂະຫຍາຍຕົວ ທາງດ້ານ ເສດຖະກິດ-ສັງຄົມ ຂອງແຂວງຕະປື ໃນຕະຫລອດ ໄລຍະຜ່ານມາ ໂດຍລວມແລ້ວ ປັດຈຸບັນ ເສດຖະກິດ-ສັງຄົມ ຂອງແຂວງ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຂົງເຂດວັດທະນາທຳ-ສັງຄົມ ແລະ ຂົງເຂດອື່ນໆ ນັບມື້ນັບດີຂຶ້ນ, ຄວາມທຸກຍາກ ຂອງປະຊາຊົນ ນັບມື້ນັບຕີຖອຍ ເປັນກ້າວໆ ພ້ອມນັ້ນ ບັນດາອົງການຈັດຕັ້ງ ທີ່ກ່ຽວຂ້ອງ ຍັງໄດ້ລາຍງານ ວຽກງານໃນອົງການ ຈັດຕັ້ງມະຫາຊົນ ເປັນຕົ້ນ ແມ່ນແນວລາວ ສ້າງຊາດແຂວງ, ສະຫະພັນກຳມະບານ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງ. ໂອກາດນີ້, ທ່ານ ປະທານສູນ ກາງແນວລາວ ສ້າງຊາດ ກໍໄດ້ໂອ້ລົມ ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຫຼາຍບັນຫາທີ ທາງແຂວງ ອັດຕະປື ຈະໄດ້ສືບຕໍ່ເອົາໃຈໃສ່ ໃນວຽກງານ ສະເພາະໜ້າ, ແຂວງຈະຕ້ອງໄດ້ສືບຕໍ່ ສົ່ງເສີມການລົງທຶນ ຂະໜາດນ້ອຍ - ຂະໜາດກາງ ຕິດພັນກັບ ການທ່ອງທຽ່ວ, ປັບປຸງ ບຸກຄະລາກອນ ທຸກຂັ້ນໃຫ້ມີ ຄວາມເຕີບໃຫຍ່ ເຂັ້ມແຂງ, ມີຄວາມເປັນ ເອກະພາບສູງ ທົ່ວອົງຄະນະພັກ, ຍົກສູງອົງການ ຈັດຕັ້ງມະຫາຊົນ, ອົງການພາຄີ, ເກັບກຳໃຫ້ໄດ້ ເນື້ອໃນຈິດໃຈ ຂອງປະຊາຊົນ, ເປັນຕົ້ນແມ່ນ ສາສະໜາ, ຕ້ານສະກັດກັ້ນ ທຸກປາກົດການຫຍໍ້ທໍ້ ຂອງສັງຄົມ ໃຫ້ໄດ້ຢ່າງຂາດຕົວ ແລະ ບັນຫາອື່ນໆອີກ. ໃນໂອກາດ ດັ່ງກ່າວ ທ່ານປະທານ ສູນກາງແນວລາວ ສ້າງຊາດ ຍັງມອບຄອມພິວເຕີ ຕັ້ງໂຕະ ຈຳນວນ 7 ຊຸດລວມ ມູນຄ່າ 30 ລ້ານ ກ່ວາກີບ ໃຫ້ແກ່ແນວລາວ ສ້າງຊາດແຂວງ ເພື່ອປະກອບສ່ວນ ເຂົ້າໃນໜ້າທີ ວຽກງານ ໃຫ້ໄດ້ດີຂຶ້ນກວ່າເກົ່າ.
ໂດຍ: ມາລາທຶບ