ສາມັກຄີໄຊ ດຳເນີນ ກອງປະຊຸມເປີດກວ້າງ: ກອງປະຊຸມຄົບຄະນະ ບໍລິຫານງານພັກ ເມືອງສາມັກຄີໄຊ ເປີດກວ້າງ ຄັ້ງທີ 6 ສະໄໝ V ປະຈຳ 6 ເດືອນຕົ້ນ ສົກປີ ແລະ ທິດທາງແຜນການ 6 ເດືອນ ທ້າຍສົກ ປີ 2017 ໄດ້ໄຂຂຶ້ນ ໃນຕອນເຊົ້າ ຂອງວັນທີ 8-9 ສິງຫາ 2017, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານ ຂອງ ສະຫາຍ ປອ ນາມ ວິຍະເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື, ມີສະຫາຍ ຄຳບຸນ ດວງພະບາງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກເມືອງ ແລະ ຫົວໜ້າຫ້ອງການ ໃນທົ່ວເມືອງ ເຂົ້າຮ່ວມ. ໃນໄລຍະທີ່ຜ່ານມາ ອົງຄະນະພັກເມືອງ ໄດ້ເອົາໃຈໃສ່ ຊີ້ນຳນຳພາ ແລະ ເປັນເຈົ້າການ ໃນການສຶກສາ ອົບຮົບການ ເມືອງແນວຄິດ ໂດຍສະເພາະ ແມ່ນການເຊື່ອມຊຶມ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງອົງ ຄະນະພັກແຂວງ ແລະ ຂໍ້ກຳນົດອື່ນໆ ຢ່າງເປັນປົກກະຕິ, ການຈັດຕັ້ງປະຕິບັດ ລາຍຮັບ 6 ເດືອນຜ່ານມາ ແຜນການປີ ເທົ່າກັບ 4,530,559,000 ກີບ ສາມາດ ມີລາຍຮັບພາຍໃນ ທີ່ປະຕິບັດໄດ້ 2,215,722,729 ກີບ ເທົ່າກັບ 94%, ໃນນັ້ນ ລາຍຮັບຈາກ ຊ່ວຍສາອາກອນ 1,452,964,858 ກີບ ເທົ່າກັບ 45%, ຮັບ ຈາກຊັບສິນ ຂອງລັດ 224,374,900 ກີບ ເທົ່າກັບ 54%, ຮັບຈາກ ພາສີທີ່ດິນ 538,400,971 ກີບ ເທົ່າກັບ 62% ແລະ ລາຍຮັບດຸ່ນດ່ຽງ 2,715,642,712 ກີບ,

ປັດຈຸບັນທົ່ວເມືອງ ສາມັກຄີໄຊ ໄດ້ອອກທະບຽນ ວິສະຫາກິດ ໃຫ້ແກ່ຜູ້ ປະກອບການທຸລະ ກິດຈຳນວນ 6 ຫົວໜ່ວຍ, ມີທຶນຈົດທະບຽນ ທັງໝົດ 195.000.000​ ກີບ, ມີບ້ານພັດທະນາ ທັງໝົດແລ້ວ 18 ບ້ານ, ມີຈຳນວນບ້ານ ທີ່ນຳໃຊ້ບໍລິການ ເກັບມ້ຽນຂີ້ເຫຍື່ອ 10 ບ້ານ, ມີ 880 ຄອບຄົວ ເທົ່າກັບ 30%, ປະລິມານຂີ້ເຫຍື່ອ ທີ່ເກັບໄດ້ ເທົ່າກັບ 12,86 ໂຕນ/ວັນ ພ້ອມນີ້ ກໍ່ຍັງໄດ້ມີວຽກງານ ອື່ນອີກ ຈາກນັ້ນ ບັນດາທ່ານ ຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນ ປະກອບຄຳຄິດ ຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອໃຫ້ສອດຄ່ອງ ກັບເປົ້າໝາຍ ທີ່ກຳນົດໄວ້ ພິເສດກອງປະຊຸມ ໄດ້ດຳເນີນໄປເປັນ ເວລາ 2 ວັນ ຈິ່ງຈະສຳເລັດ. ຕອນທ້າຍ ກອງປະຊຸມ ກໍ່ຍັງໄດ້ຮັບຟັງການ ໂອ້ລົມຈາກ ທ່ານເຈົ້າແຂວງ ເຊິ່ງທ່ານ ໄດ້ເນັ້ນໃຫ້ການນຳ ຂອງເມືອງ ຈົ່ງນໍາເອົາ ເນື້ອໃນຈິດໃຈ ທີ່ໄດ້ຕົກລົງ ເປັນເອກະພາບ ໃນກອງ ປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານ ທີ່ເປັນຈຸດສຸມໃນ 6 ເດືອນ ທ້າຍປີ ໄປຈັດຕັ້ງຜັນຂະຫຍາຍ ດ້ວຍຄວາມ ຮັບຜິດຊອບສູງ, ຕ້ອງສືບຕໍ່ ຮັບປະກັນການ ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ເພື່ອສ້າງ ສະພາບແວດລ້ອມ ແລະ ເງື່ອນໄຂເອື້ອ ອຳນວຍ ໃຫ້ພວກ ເຮົາໃນການສ້າງສາ ພັດທະນາຢ່າງ ຕໍ່ເນື່ອງ.

ໂດຍ: ມາລາທິບ