banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:91
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2336
ເດືອນນີ້:ເດືອນນີ້:13191
ທັງໝົດ:ທັງໝົດ:880367

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ເຈົ້າແຂວງອັດຕະປື ຕ້ອນຮັບ ການນຳແຂວງ ກອນຕູມ ເຂົ້າອວຍພອນ ວັນຊາດ ໃນທ່າມກາງບັນຍາກາດ ທີ່ປວງຊົນລາວ ທັງຊາດ ພວມເບີກບານມ່ວນຊື່ນ ສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 41 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ໃນຕອນບ່າຍ ວັນທີ 1 ທັນວາ 2016 ທ່ານ ປອ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫງວຽນ ວັນຮວ່າ ຮອງເລຂາພັກແຂວງ ປະທານຄະນະກຳມະການ ປະຊາຊົນແຂວງ ກອນຕູມ ສສ ຫວຽດນາມ ພ້ອມຄະນະ ເພື່ອອວຍພອນ ວັນຊາດ ທີ່ຫ້ອງຮັບແຂກ ສຳນັກງານ ຫ້ອງວ່າການແຂວງ. ໂອກາດ ພົບປະໂອ້ລົມ ທ່ານ ຫຽວຽນ ວັນຮວ່າ ໄດ້ແຈ້ງ ຈຸດປະສົງ ການມາຢ້ຽມຢາມ ແຂວງອັດຕະປື ຄັ້ງນີ້ ໃນນາມ ຄະນະພັກ, ກໍ່ຄືປະຊາຊົນ ແຂວງກອນຕູມ ແລະ ຊາວ ຫວຽດນາມ ອວຍພອນ ໂອກາດວັນຊາດ ສປປ ລາວ ຄົບຮອບ 41 ປີ ຈົ່ງໝັ້ນຍືນ ແລະ ມີຜົນສຳເລັດ ນຳພາປະເທດຊາດ ກ້າວສູ່ຄວາມ ຮຸ່ງເຮືອງສີວິໄລ; ອວຍພອນສາຍພົວ ພັນມິດຕະພາບ ມູນເຊື້ອຄວາມສາມັກຄີ ພິເສດ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ, ອັດຕະປື-ກອນຕູມ ໝັ້ນຄົງຕະຫຼອດໄປ.

ສ່ວນທ່ານເຈົ້າແຂວງ ອັດຕະປື ກໍ່ໄດ້ຕີລາຄາສູງ ແລະ ມີຄວາມພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບມາ ອວຍພອນຂອງການນຳ ແຂວງກອນຕູມ ເປັນການສະແດງ ໃຫ້ເຫັນເຖິງ ນໍ້າໃຈມິດຕະພາບ, ຄວາມສາມັກຄີ ຂອງສອງ ແຂວງ ກໍ່ຄືສອງຊາດ ພ້ອມນັ້ນ ສອງຝ່າຍ ຍັງໄດ້ໂອ້ລົມ ປືກສາຫາລື ຂອດການຮ່ວມມື ຖືໂອກາດດັ່ງກ່າວ ເຈົ້າແຂວງອັດຕະປື ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ຂອງແຂວງກອນຕູມ ໄລຍະຜ່ານມາ ໂດຍສະເພາະແມ່ນ ການກໍ່ສ້າງ ຊັບພະຍາກອນມະນຸດ ແລະ ບັນຫາອື່ນ ພ້ອມນັ້ນສອງຝ່າຍ ຍັງໄດ້ເຫັນດີ ເປັນເອກະພາບ ໃນການຮ່ວມມື ແລະ ຊຸກຍູ້ການ ຍົກລະດັບ ເສັ້ນທາງ 18 , ການອຳນວຍ ຄວາມສະດວກ ໄປມາຂອງປະຊາຊົນ ທ້ອງຖິ່ນ, ຕະຫຼອດເຖິງການຮ່ວມມື ດ້ານວຽກງານ ຊາຍແດນ ແລະ ອື່ນໆ ເພື່ອຜັນຂະຫຍາຍ ບົດບັນທຶກ ການຮ່ວມມື ສອງແຂວງ ທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດ ເກີດຜົນສຳເລັດ ຕົວຈິງ. ພ້ອມນັ້ນ ທ່ານ ເຈົ້າແຂວງອັດຕະປື ໄດ້ອວຍພອນ ຄະນະນຳແຂວງ ກອນຕູມ ແລະ ອວຍພອນ ສາຍພົວພັນ ມິດຕະພາບ ອັດຕະປື-ກອນຕູມ ຈົ່ງຍາດໄດ້ຜົນສຳເລັດ ໝາກຜົນຕົວຈິງ ຍິ່ງໆຂື້ນ.