banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:483
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1872
ເດືອນນີ້:ເດືອນນີ້:7994
ທັງໝົດ:ທັງໝົດ:889456

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ກອງປະຊຸມ ອົງການປົກຄອງ ແຂວງອັດຕະປື ປະຈຳເດືອນ 11: ກອງປະຊຸມ ອົງການປົກຄອງ ແຂວງອັດຕະປື ປະຈຳເດືອນ 11 ໄດ້ສຳເລັດ ຢ່າງເປັນທາງການ ພາຍຫຼັງ ດຳເນີນເປັນ ເວລາ 1 ວັນ ທີ່ຫ້ອງປະຊຸມ ຊັ້ນ 5 ສຳນັກງານ ປົກຄອງແຂວງ ໃນມື້ ວັນທີ 21 ພະຈິກ 2016 ນີ້ໂດຍການເປັນ ປະທານຂອງ ທ່ານ ປອ ນາມ ວິຍາເກດ ເຈົ້າແຂວງອັດຕະປື ເຂົ້າຮ່ວມ ມີບັນດາທ່ານ ຮອງເຈົ້າແຂວງ ຫົວໜ້າ ປກຊ, ປກສ ແຂວງ ແລະ ພະແນກການ ອອ້ມຂ້າງ ເຂົ້າຮ່ວມ 30 ກ່ວາທ່ານ. ໃນກອງປະຊຸມ ປະຈຳເດືອນ ຄັ້ງນີ້ ໄດ້ນຳເອົາຫຼາຍປະເດັນ ສຳຄັນມາຄົ້ນຄ້ວາ ພິຈາລະນາ ເປັນຕົ້ນແມ່ນ: ບັນຫາການອອກໃບຕາດີນ ເຂດສະໜາມ ບີນເກົ່າ, ການສະເໜີ ໂຄງປະກອບ ແລະ ຂອບການເຄື່ອນໄຫວ ພ້ອມທັງງົບປະມານ ຂອງຄະນະຂັບເຄື່ອນ ເສດຖະກິດແຂວງ, ວຽກງານການກະກຽມ ກອງປະຊຸມຮອບວຽນ ກັບແຂວງຊຽງແຕງ ແລະ ແຜນການເຄື່ອນໄຫວ ວຽກງານຕ່າງປະເທດ ປີ 2017 ພ້ອມນັ້ນ ຍັງໄດ້ຄົ້ນຄ້ວາ ຕອບບັນຫາຂໍ້ຂ້ອງ ໃຈຂອງປະຊາຊົນ ທີ່ສະພາສະເໜີ. ຕະຫຼອດໄລຍະ ດໍາເນີນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນ ປະກອບຄຳຄິດ ຄໍາເຫັນ ຢ່າງກົງ ໄປກົງມາ ພ້ອມທັງມີການ ເຈາະຈິ້ມແຕ່ລະບັນຫາ ແລະ ວິທີການແກ້ໄຂ ໂດຍມີການປະກອບ ຄຳຄິດ ຄຳເຫັນ ຈາກແຕ່ລະພາກສ່ວນ ດ້ວຍຄວາມ ຮັບຜິດຊອບສູງ ກອງປະຊຸມ ອົງການປົກຄອງແຂວງ ແມ່ນຈະໄດ້ດຳເນີນ ປົກະຕິໃນແຕ່ລະເດືອນ ເພື່ອນຳເອົາ ບັນຫາຕ່າງໆ ທີ່ສຳຄັນມາ ພິຈາລະນາ ແລະ ແກ້ໄຂໃຫ້ທັນກັບ ສະພາບການ ທັງນີ້ກໍ່ເພື່ອ ເຮັດໃຫ້ອົງການ ປົກຄອງແຂວງ ໃນນາມອົງການ ບໍລິຫານລັດ ຂັ້ນທ້ອງຖິ່ນ ມີຄວາມເຂັ້ມແຂງ ທັງເປັນການກວດກາ ວຽກງານປົກກະຕິ ຂອງແຕ່ລະ ພະແນກການ ເຮັດໃຫ້ກົນໄກ ການປະສານງານ ແຕ່ລະພາກສ່ວນ ເຊື່ອມໂຍງກັນ ຢ່າງເປັນລະບົບ ເພື່ອຂັບເຂື່ອນ ການພັດທະນາ ແຂວງອັດຕະປື ໃຫ້ມີການພັດທະນາ ແບບກ້າວກະໂດດ.