banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:535
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1924
ເດືອນນີ້:ເດືອນນີ້:8046
ທັງໝົດ:ທັງໝົດ:889508

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ປຶກສາຫາລື ການຮ່ວມມື ອັດຕະປື - ກວາງຈິ ຄະນະຜູ້ແທນແຂວງ ກວາງຈິ ສສ ຫວຽດນາມ ນໍາໂດຍທ່ານ ຮ່າ ສີດົ່ງ ຮອງປະທານ ຄະນະກໍາມະການ ປະຊາຊົນ ແຂວງກວາງຈິ ພ້ອມດ້ວຍຄະນະ ໄດ້ເດີນທາງມາ ຢ້ຽມຢາມແຂວງ ອັດຕະປື ໃນວັນທີ 8 /7/2016 ໂດຍໄດ້ຮັບ ການຕ້ອນຮັບ ອັນອົບອຸ່ນ ຈາກ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳ ຂອງແຂວງ ທີ່ໂຮງແຮມ ຮ່ວາງແອັງອັດຕະປື.

ໂອກາດດັ່ງກ່າວ ສອງຝ່າຍ ກໍ່ໄດ້ມີພິທີພົບປະ ທີ່ຫໍປະຊຸມໃຫຍ່ ຂອງແຂວງ ກ່ອນອື່ນໄດ້ແຈ້ງ ສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ກັນຊາບ ພ້ອມທັງນຳສະເໜີ ຈຸພິເສດ ແລະ ທ່າແຮງ ຂອງແຕ່ລະແຂວງ ໂດຍມີການປືກສາຫາລື ແລກປ່ຽນຄຳເຫັນ ຈາກຂະແໜງການ ແລະ ພາກທຸລະກິດ ເພື່ອສືກສາຂໍ້ມູນ ຄວາມເປັນໄປໄດ້ ໃນການຮ່ວມມື ດ້ານການລົງທືນ, ກະສິກຳປ່າໄມ້ ຕະຫຼອດຮອດ ການແລກປ່ຽນບົດຮຽນ ທາງວິຊາການ ໃນດ້ານຕ່າງໆ ຕາມທ່າແຮງໂບ່ມຊ້ອນ ຂອງແຕ່ລະແຂວງ ເຊິ່ງການມາຢ້ຽມຢາມ ແຂວງອັດຕະປື ຂອງຄະນະຜູ້ແທນ ແຂວງກວ່າງຈິ ສສ ຫວຽດນາມ ຄັ້ງນີ້ ເປັນຄັ້ງທຳອິດ ຈຸດປະສົງ ກໍ່ເພື່ອ ພົບປະສືກສາຂໍ້ມູນ ຂອດການຮ່ວມມື ເພື່ອເສີມ ຂະຫຍາຍການພົວພັນ ຮັດແໜ້ນຄວາມສາມັກຄີ ເຊິ່ງການພົບປະ ຈະໄດ້ສືບຕໍ່ແລກປ່ຽນ ຄະນະຜູ້ແທນເຄື່ອນໄຫວ ຢ້ຽມຢາມກັນ ເປັນປົກກະຕິ ໂດຍມອບໃຫ້ຫ້ອງການ ພົວພັນຕ່າງປະເທດ ແຕ່ລະແຂວງ ເປັນຜູ້ສັງລວມຂໍ້ມູນ ດ້ານຕ່າງໆ ເພື່ອກຽມຄວາມພ້ອມ ລົງນາມ ໃນບົດບັນທືກ ການຮ່ວມມື ຂອງສອງແຂວງ ໃນໂອກາດພົບປະ ຄັ້ງຕໍ່ໄປ.