banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:164
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2409
ເດືອນນີ້:ເດືອນນີ້:13264
ທັງໝົດ:ທັງໝົດ:880440

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ເຈົ້າແຂວງອັດຕະປືລົງກວດກາ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດວາລະເລັ່ງດ່ວນຂອງແຂວງ ໃນການຕີຖອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນແຂວງອັດຕະປື ໃຫ້ຫຼຸດນ້ອຍຖອຍລົງເປັນກ້າວໆ ໃນມື້ວັນທີ 2 ຕຸລາ 2015 ນີ້ ທ່ານດຣ ນາມ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍພະແນກການ ທີ່ກ່ຽວຂ້ອງ ໄດ້ລົງກວດກາພື້ນທີ່ຕົວຈິງ ບໍລິເວນລັກລອບ ຂຸດຄົ້ນຊັບພະຍາກອນທຳມະຊາດ ຈຸດລັກລອບຂຸດຄົ້ນຄຳ ເຂດນໍ້າຊວນ ແລະ ບໍລິເວນອ້ອມແອ້ມພູປະນັງຍະນັງ ທີ່ຂື້ນກັບເມືອງພູວົງ ເຊິ່ງເປັນເຂດທີ່ກຸ່ມຄົນບໍ່ດີມີການເຄື່ອນໄຫວ ລັກລອບຂຸດຄົ້ນຄຳ ໂດຍສະເພາະ ໃນໄລຍະທີບໍ່ທັນມີເຈົ້າໜ້າທີ່ ໄປປະຈຳການປົກະຕິ ຈື່ງເກີດມີຊ່ອງວ່າງ ໃນການສວຍໂອກາດ ຂອງກຸ່ມຄົນບໍດີເຄື່ອນໄຫວຢູ່ເຂດດັ່ງກ່າວ.

ພາຍຫຼັງລົງກວດກາເບິ່ງ ຕົວສະພາບຕົວຈິງແຕ່ລະຈຸດແລ້ວ ທ່ານເຈົ້າແຂວງ ໄດ້ຮ່ວມປືກສາຫາລື ວາງແຜນກັບຄະນະສະເພາະກິດຂອງແຂວງ ແລະ ເມືອງພູວົງ ພ້ອມທັງຊີ້ນຳໃນການຈັດວາງກຳລັງ ໄປປະຈຳແຕ່ລະຈຸດ ເພື່ອສະກັດກັ້ນ ປາບປາມກຸ່ມຄົນບໍ່ດີ ທີ່ເຂົ້າມາລັກລອບ ຊັບພະຍາກອນທຳມະຊາດໃນບໍລິເວນດັ່ງກ່າວ.

ຈາກນັ້ນ ທ່ານເຈົ້າແຂວງພ້ອມດ້ວຍຄະນະ ກໍ່ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນບ້ານນໍ້າຊວນ ໂດຍມີທ່ານ ບຸນເສີດ ເລຂາພັກບ້ານ ນາຍບ້ານນໍ້າຊວນພ້ອມດ້ວຍພໍ່ແມ່ປຊາຊົນໃຫ້ການຕ້ອນຮັບທີ່ສະໂມສອນຂອງບ້ານ ພ້ອມທັງລາຍງານສະພາບການລວມ ການພັດທະນາບ້ານໄລຍະຜ່ານ ບ້ານນໍ້າຊວນເປັນບ້ານເຜົ່າເບົຣາ ມີ 59 ຫຼັງຄາເຮືອນ, 72 ຄອບຄົວ ພົນລະເມືອງ 311 ຄົນ, ອາຊີບຕົ້ນຕໍແມ່ນເຮັດໄຮ່ ແລະ ລຽ້ງສັດ, ອາຊີບສຳຮອງແມ່ນຮ່ອນແຮ່ ແລະ ຫາເຄື່ອງປ່າຂອງດົງຂາຍ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ໃຫ້ກຽດໂອ້ລົມ ໃນນີ້ທ່ານໄດ້ຊີ້ນຳໃຫ້ອຳນາດການປົກຄອງບ້ານກຳນົດແຜນໃນການພັດທະນາ ໂດຍອີງໃສ່ມູນເຊື້ອ ແລະ ທ່າແຮງຂອງບ້ານ ເປັນຕົ້ນແມ່ນການປູກມັນຕົ້ນ ແລະ ລຽ້ງສັດ ຕິດພັນກັບການສົ່ງເສີມຂອງໂຄງການ ເພື່ອສ້າງລາຍຮັບແກ່ປະຊາຊົນ ແລະ ກ້າວໄປເຖິງການແກ້ໄຂຄວາມທຸກຍາກເທື່ອລະກ້າວ ພ້ອມກັນນັ້ນ ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນເຂດບ້ານນໍ້າຊວນ ຈົ່ງຊ່ວຍກັນເປັນເຈົ້າການຮ່ວມມືກັບເຈົ້າໜ້າທີ່ ແລະ ບໍ່ຕົກຢູ່ໃນຂະບວນການຕວະຍວະຫຼອກລວງ ຂອງກຸ່ມຄົນບໍ່ດີ ເພື່ອພ້ອມກັນປົກປັກຮັກສາຊັບພະຍາກອນຂອງຊາດໃຫ້ຢືນຍົງຕະຫຼອດໄປ.