ເຊື່ອມຕໍ່ເວັບໄຊ
ສະຖິຕິ ຜູ້ເຂົ້າຊົມເວັບໄຊ
![]() | ມື້ນີ້: | 195 |
![]() | ມື້ວານນີ້: | 297 |
![]() | ອາທິດນີ້: | 1952 |
![]() | ເດືອນນີ້: | 9732 |
![]() | ທັງໝົດ: | 796443 |
ການເຄື່ອນໄຫວອື່ນໆ
PrevNext
ກຸ່ມບໍລິສັດ ວັງຕັດມາຍນິງ ໄດ້ມອບເຄື່ອງຊ່ວຍເຫລືອ ໃຫ້ແກ່ປະຊາຊົນຊາວແຂວງອັດຕະປື
ຊາວໜຸ່ມຫວຽດນາມຊ່ວຍເຫຼືອໃຫ້ຊາວໜຸ່ມອັດຕະປື ມູນຄ່າ 3 ຮ້ອຍລ້ານດົ້ງ
UNITEL ເປີດການນໍາໃຊ້ເຄືອຂ່າຍ 4G ຢູ່ ອັດຕະປື
ພະແນກ ຖວທ ອັດຕະປື ຫາລືກຽມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 68...
ສະໜາມໄຊ ລະດົມປະຊາຊົນສ້າງຂົວໄມ້ຕາມເສັ້ນທາງ 18 A
ອັດຕະປື ຍົກລະດັບໃຫ້ຜູ້ປະກອບການຮ້ານອາຫານ
ໂຄງການສ້ອມແປງຫຼວງຢູ່ ແຂວງ ອັດຕະປື ຈະສຳເລັດໃນເດືອນ 6 ປີນີ້
ອັດຕະປືຈັດ 5 ກິດຈະກຳໃຫຍ່ ສະຫຼອງບຸນປີໃໝ່ລາວ
ໂຮງແຮມແສງທຽນ ເໝາະກັບການພັກ ຜ່ອນຂອງນັກທ່ອງທ່ຽວ ຢູ່ອັດຕະປື
ອັດຕະປື ປະຖະກະຖາ ວຽກງານກາເເດງລາວ
ບໍລິສັດ TTC ອັດຕະປື ລະດົມປະຊາຊົນ ປູກອ້ອຍຕາມຮູບແບບ 2+3 ...
ອັດຕະປື ປັບປຸງຄຸນນະພາບຂໍ້ມູນສະຖິຕິໃຫ້ເຂົ້າສູ່ມາດຕາຖານສາກົນ
5 ເມືອງ ຢູ່ແຂວງ ອັດຕະປື ໄດ້ຮັບເຄື່ອງຊ່ວຍເຫຼືອດ້ານໄອທີ
ອັດຕະປື ວາງຄາດໝາຍນັກທ່ອງທ່ຽວ 160.000 ຄົນ ໃນປີ 2018
ດ່ານພາສີສາກົນ ພູເກືອ ອັດຕະປື ສະຫຼຸບວຽກງານປະຈຳປີ
ຊານໄຊ ຍັງມີບ້ານທຸກຍາກ 8 ບ້ານ
ຖວທ ອັດຕະປື ສະຫຼຸບໂຄງການປ້ອງກັນການຕິດເຊື້ອ ເຮສໄອວີ
ຕາດເເຊພະ-ແຊປ້ອງ ເລັ່ງປັບປຸງກຽມໃສ່ປີທ່ອງທ່ຽວລາວ
ອັດຕະປື ປະຊາຊົນ ຜ່າຕັດແກ່ນຕາຂຸ້ນ 125 ຄົນ
ອັດຕະປື ຊຸກຍູ້ສື່ມວນຊົນໂຄສະນາປີ ທ່ອງທ່ຽວ ລາວ 2018
ມສ ຈັນທາ ຈັດກິດຈະກຳປະຈຳປີ
ສາທາລະນະສຸກ ແຂວງ ອັດຕະປື ປະເມີນວຽກງານ 9 ເດືອນ
ຖວທ ອັດຕະປື-ຈຳປາສັກ ຖອດຖອນ ບົດຮຽນກຽມ ໃສ່ປີທ່ອງທ່ຽວ 2018
ອັດຕະປື ຍັງພົບຂໍ້ຫຍຸ່ງຍາກ ຫຼາຍຢ່າງ ໃນການຄຸ້ມ ຄອງທີ່ດິນ
ປີນີ້ຜົນຜະລິດ ຢູ່ເມືອງໄຊເສດຖາ ຫຼຸດລົງ 30%
ຊານໄຊ ຍົກລະດັບ ຮັບໃຊ້ປີທ່ອງທ່ຽວ
ຂະແໜງທ່ອງທ່ຽວ ອັດຕະປື ຍົກລະດັບ ການບໍລິການ ເພື່ອຮັບໃຊ້ ປີທ່ອງທ່ຽວ
ພູວົງ ຍັງມີເດັກຂາດສານອາຫານສູງເຖິງ 400 ກວ່າຄົນ
ເມືອງໄຊເສດຖາ ທຳລາຍອາວຸດລ່າສັດ
5 ແຂວງພາກໃຕ້ສຶກສາດ້ານບູຮານວິທະຍາຂະນະທີ່ກຳລັງມີການສຳຫຼວດຢູ່
ວິຊາຊີບແບບປະສົມ ອັດຕະປື ສ້າງສີມືອອກໃຊ້ສັງຄົມໄດ້ແລ້ວ 1 ພັນກວ່າຄົນ
ສານປະຊາຊົນສູງສຸດ ເຜີຍແຜ່ປື້ມຄູ່ມື ກ່ຽວກັບການນຳໃຊ້ ກົດໝາຍ ວ່າດ້ວຍການດຳເນີນ ຄະດີເດັກ
ໂຮງແຮມ ລະດັບ 2 ດາວ ສຸກອາພອນ ເນັ້ນຄວາມສະອາດ
ອົງການກາແດງ ສາຂາແຂວງອັດຕະປື ສືບຕໍ່ລະດົມບໍລິຈາກເລືອດ
ສາທາ ເຜີຍແຜ່ ເອກະສານ ທາງການ ວຽກງານ ສາທະລະນະສຸກ
ປະກາດແຕ່ງຕັ້ງ ຄະນະຫ້ອງການ ປກຊ-ປກສ
ພຽງ 6 ເດືອນ ໂຮງໝໍ ແຂວງອັດຕະປື ມີຜູ້ໃຊ້ບໍລິການ ເຂດນອກ 11...
ສາມັກຄີໄຊ ສະຫຼອງ ວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 67...
ກະຊວງ ຖວທ ເຜີຍແຜ່ດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ
ອັດຕະປື ເພີ່ມຂີດຄວາມສາມາດສະກັດກັ້ນບັນຫາຢາເສບຕິດ
ຄະນະກຳມະການ ຊາຍແດນ ແຫ່ງຊາດ ລົງສຳຫຼວດຈຸດຄົງຄ້າງ ຊາຍແດນ ລາວ-ກຳປູເຈຍ ເຂດເມືອງສະໜາມໄຊ...
ອາສາສະໜັກຕ້ານໄພໜາວ ມອບເຄື່ອງບັນເທົາທຸກ
ແຂວງອັດຕະປື ສະເຫຼີມສະຫຼອງ ບຸນມະໂຫລານ ລະນຶກບຸນຄຸນ ພຣະເຈົ້າ ໄຊເຊດຖາ ທິຣາດ
ອັດຕະປື - ບິງດິງ ເສີມຂະຫຍາຍ ການຮ່ວມມື ຮອບດ້ານ
ເພີ່ມຂີດຄວາມສາມາດການປາຖະກະຖາໃຫ້ພະນັກງານ ຫລັກແຫລ່ງອັດຕະປື
ດ່ານສາກົນພູເກືອສຳເລັດ ກອງປະຊູມໃຫຍ່ຄັ້ງທີ II
ລັດຖະບານຫວຽດນາມ ມອບຫຼຽນ ໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ແຂວງອັດຕະປື

ກຸ່ມບໍລິສັດ ວັງຕັດມາຍນິງ
ໄດ້ມອບເຄື່ອງຊ່ວຍເຫລືອ ໃຫ້ແກ່ປະຊາຊົນຊາວແຂວງອັດຕະປື ທີ່ຖືກຜົນກະທົບຈາກໄພພິບັດຕ່າງໆ
ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2023 ນີ້ ກຸ່ມບໍລິສັດ ວັງຕັດມາຍນິງ ໄດ້ມອບເຄື່ອງຊ່ວຍເຫລືອ ໃຫ້ແກ່ປະຊາຊົນຊາວແຂວງອັດຕະປື ທີ່ຖືກຜົນກະທົບຈາກໄພພິບັດຕ່າງໆ, ໂດຍຕາງຫນ້າຄະນະນຳແຂວງອັດຕະປື ຂື້ນຮັບເຄື່ອງຊ່ວຍເຫລືອຄັ້ງນີ້ ມີ ທ່ານ ຈິດປະສົງ ສິງສະຫວັດ ຫົວຫນ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ທ່ານ ລິດຄຳ ໂຮມອີນຕາ ຮອງຫົວຫນ້າຫ້ອງວ່າການແຂວງ, ລາຍລະອຽດເຄື່ອງຊ່ວຍເຫລືອມີດັ່ງນີ້: 1; ເຂົ້າສານ ຈຳນວນ 10 ໂຕນ, 2; ມີ່ເຄິ່ງສຳເລັດຮູບ ຈຳນວນ 100 ແກັດ ແລະ 3; ປາກະປ໋ອງ 500 ປ໋ອງ ລວມມູນຄ່າທັງໝົດ 160.000.000 ກິບ
ຂ່າວ ວິໄລສັກ ແກ້ວຫລວງໂຄດ...

ຊາວໜຸ່ມຫວຽດນາມຊ່ວຍເຫຼືອໃຫ້ຊາວໜຸ່ມອັດຕະປື ມູນຄ່າ 3 ຮ້ອຍລ້ານດົ້ງ
ວັນທີ 10 ກໍລະກົດ 2018 ຜ່ານມານີ້ ຄະນະຊາວໜຸ່ມລະດູແລ້ງສີຂຽວແຂວງ ແຂັ໋ງຮົ່ວ ສສ ຫວຽດນາມ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອງມາມອບໃຫ້ຄະນະບໍລິຫານງານຊາວໜຸ່ມ ແຂວງ ອັດຕະປື,ລວມມູນຄ່າ 3 ຮ້ອຍລ້ານດົງ, ເຊິ່ງປະກອບອຸປະກອນການແພດ, ອຸປະກອນເຄື່ອງໃຊ້ປະຈຳວັນຂອງປະຊາຊົນ ແລະ ເຄື່ອງຮັບໃຊ້ວຽກບໍລິຫານພາຍໃນຫ້ອງການ.
ພິິທີມອບ-ຮັບ ໄດ້ຈັດຂື້ນທີ່ຫ້ອງການ ຄະນະ ບໍລິຫານ ງານຊາວໝຸ່ມ ແຂວງ ອັດຕະປື ກ່າວມອບໂດຍສະຫາຍ ຫງຽນວັນຍ້ວນ ເລຂາຊາວໜຸ່ມ ແຂວງ ແຂັ໋ງຮົ່ວ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ກ່າວຮັບ ໂດຍສະຫາຍ ຫັດສະໃນ ສີບຸນເຫລືອງ ຄະນະ ບໍລິຫານງານ ຊາວໜຸ່ມແຂວງ ອັດຕະປື ສາທາລະນະລັດ ປະຊາທິປະໄຕ...

UNITEL ເປີດການນໍາໃຊ້ເຄືອຂ່າຍ 4G ຢູ່ ອັດຕະປື
ໃນວັນທີ 14 ກໍລະກົດ 2018ນີ້ ສູນຍູນິດເທວ ສາຂາແຂວງອັດຕະປື ໄດ້ຈັດກິດຈະກຳເປີດການນໍາໃຊ້ ເຄືອຂ່າຍລະບົບ 4G ດ້ວຍຂີລົດເປັນບວນ ໂດຍມີຂະບວນລົດທັງໝົດ 17 ຄັນ ແລະ ມີ 43 ຄົນເຂົ້າຮ່ວມ.
ທ່ານ ຈັນທະວີໄຊ ທໍາມະວົງ ອໍາໜວຍການສາຂາ ແຂວງ ອັດຕະປື ໃຫ້ຮູ້ວ່າ: ຈຸດປະສົງການຈັດກິດຈະກຳໃນຄັ້ງນີ້ ເພື່ອເປັນການໂຄສະນາ ໃຫ້ກັບພໍ່ແມ່ປະຊາຊົນ ແລະ ບັນດາລູກຄ້າ ທີ່ໃຊ້ເຄືອຂ່າຍ ຍູນິດເທວ ໃຫ້ຮູ້ວ່າ ປັດຈຸບັນ ຍູນິດເທວ ແມ່ນໄດ້ເປີດນໍາໃຊ້ສັນຍານລະບົບ 4G ແລະ ບັນດາໂປໂມຊັນ ບັນດາແຟັກເກັດ ຈຸດທີ່ໂດດເດັນກໍ່ຄືການນໍາໃຊ້ ແອບໂມຈາ ເປັນແອບໃໝ່...

ພະແນກ ຖວທ ອັດຕະປື ຫາລືກຽມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 68 ປີ
ເນື່ອງໃນໂອກາດກະກຽມໃຫ້ ແກ່ການສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພີມຈໍາໜ່າຍແຫ່ງຊາດຄົບຮອບ 68 ປີ (13 ສິງຫາ 1950-13 ສິງຫາ 2018) ທີ່ຈະມາເຖິງໃນຕໍ່ໜ້ານີ້ ໃຫ້ເປັນບັນຍາກາດ ເບີກບານມ່ວນຊື່ນເໝືອນທຸກໆປີນັ້ນ ໃນປີ 2018 ນີ້ ອີງຕາມການຕົກລົງເຫັນດີ ໃນຂົງເຂດອົງການຈັດຕັ້ງພະແນກ ຖວທ ແຂວງ ອັດຕະປື ກ່ຽວກັບການສະເຫລີມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ເຊິ່ງໃນຊຸມປີຜ່ານມາຄະນະນຳ ຂອງພະແນກ ຖວທ ແຂວງ ແມ່ນໄດ້ຜັດປ່ຽນກັນ ເປັນເຈົ້າພາບ ແລະ ສຳລັບ ໃນປີ 2018 ປີນີ້ ຄົບຮອບ...

ສະໜາມໄຊ ປຸກລະດົມປະຊາຊົນສ້າງຂົວໄມ້ຕາມເສັ້ນທາງ 18 A
ເມືອງ ສະໜາມໄຊ ເປັນອີກເມືອງໜຶ່ງ ທີ່ມີຄວາມອຸດົມສົມບູນ ຢູ່ໃນແຂວງ ອັດຕະປື ແຕ່ກົງກັນຂ້າມປັດຈຸບັນ ໂຄງລ່າງໃນລະບົບເສັ້ນທາງ ຍັງເປັນອຸປະສັກໃນຄວາມຫຍຸ້ງຍາກ ເປັນຕົ້ນ ລະບົບເສັ້ນທາງ ແຕ່ເທດສະບານແຂວງຫາເມືອງ ແລະ ແຕ່ເທດສະບານ ເມືອງຫາເຂດຊາຍແດນ ເຊື່ອຕໍ່ ເມືອງປະທຸມພອນ ແຂວງ ຈຳປາສັກ ເຖິ່ງວ່າມີເສັ້ນທາງທຽວໄດ້ 2 ລະດູກໍ່ຕາມ ແຕ່ຍັງມີອຸປະສັກທາງດ້ານ ຂົວຂ້າມຫ້ວຍ ເຊິ່ງໃນຫຼາຍປີທີ່ຜ່ານມາປະຊາຊົນ ໄດ້ເສຍເງິນເປັນຈຳນວນຫຼາຍສົມຄວນ ໃຊ້ຄ່າບໍລິການ ຂ້າມຂົວ ຂອງເອກະຊົນ ເປັນຕົ້ນ ແມ່ນຢູ່ເຂດກຸ່ມບ້ານແບ່ງວິໄລ, ກຸ່ມບ້ານປາກບໍ່ ແລະ ບ້ານອື່ນອີກ ຢູ່ເມືອງ ສະໜາມໄຊ.
ປັດຈຸບັນ ຄະນະນຳຂອງເມືອງ ສະໜາມໄຊ ເຫັນໄດ້ຄວາມຫຍຸງຍາກຂອງປະຊາຊົນ ຈິ່ງໄດ້ແຕ່ງຕັ້ງຄະນະລົງປຸກລະດົມພໍ່ແມ່ປະຊາຊົນໃຫ້ເຂົ້າຮ່ວມໃນການກໍ່ສ້າງ ຂົວໄມ້ ຂ້າມຫ້ວຍ ຕາມເສັ້ນທາງ...

ອັດຕະປື ຍົກລະດັບໃຫ້ຜູ້ປະກອບການຮ້ານອາຫານ
ວັນທີ 3 ກໍລະກົດ 2018 ນີ້,ສະຖາບັນສື່ມວນຊົນ,ວັດທະນະທໍາ ແລະທ່ອງທ່ຽວກະຊວງ ຖວທ ຮ່ວມກັບພະແນກຖະແຫຼ່ງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງອັດຕະປື ໄດ້ຈັດຊຸດອົບຮົມວຽກງານການບໍລິການອາຫານສະອາດ ແລະປອດໄພ ໃຫ້ຜູ້ປະກອບການຮ້ານອາຫານພາຍໃນເທດສະບານ ແຂວງອັດຕະປື ເຊິ່ງມີບັນດາຜູ້ປະກອບການຮ້ານອາຫານ,ຮ້ານກິນດື່ມ,ເຮືອນພັກ-ໂຮງແຮມພາຍໃນເທດສະບານແຂວງອັດຕະປືເຂົ້າຮ່ວມ 30 ຄົນ.
ຊຸດຝຶກອົບຮົມຄັ້ງນີ້ຈັດຂື້ນເພື່ອເປັນການຍົກລະດັບຄວາມຮູ້ໃຫ້ຜູ້ປະກອບການຮ້ານອາຫານ,ຮ້ານກິນດື່ມ,ເຮືອນພັກ-ໂຮງແຮມ ໄດ້ເຂົ້າໃຈກ່ຽວກັບການບໍລິການອາຫານສະອາດ ແລະປອດໄພ,ສາມາດຕອບສະໜອງການບໍລິການອາຫານ ແລະເຄື່ອງດື່ມທີ່ສະອາດ ແລະປອດໄພໃຫ້ຜູ້ມາໃຊ້ບໍລິການ,ທັງເປັນການສ້າງພາບພົດໃນດ້ານວຽກງານການບໍລິການທີ່ດີໃຫ້ແຂວງອັດຕະປື.
ຊຸດອົບຮົມດັ່ງກ່າວ ຈະດໍາເນີນເປັນເວລາ 3 ວັນ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ບົດຮຽນສໍາຄັນທັງພາກທິດສະດີ ແລະພາກປະຕິບັດຕົວຈຶງ ເປັນຕົ້ນ: ຄວາມສໍາຄັນຂອງອາຫານສະອາດ ແລະປອດໄພ,ມາດຕະຖານອາຫານສະອາດ ແລະປອດໄພຂອງສປປລາວ,ຫຼັກການປຸງແຕ່ງອາຫານສະອາດ ແລະປອດໄພ ແລະບົດຮຽນອື່ນອີກ.
ໂດຍ ມະນີວອນ
ໂຄງການສ້ອມແປງຫຼວງຢູ່ ແຂວງ ອັດຕະປື ຈະສຳເລັດໃນເດືອນ 6 ປີນີ້
ໂຄງການສ້ອມແປງເສັ້ນຫຼວງ ຢູ່ແຂວງ ອັດຕະປື ເປັນໂຄງການໜຶ່ງທີ່ຕິດພັນກັບ ແຜນການພັດທະນາເສດຖະກິດ-ສັງຄົມແຂວງ ຕາມແນວທາງຂອງ ພັກ-ລັດ ວາງອອກ ມາຮອດປັດຈຸບັນຜົນການກໍ່ສ້ອມແປງເສັ້ນທາງດັ່ງກ່າວ ປະຕິບັດໄດ້ 85% ແລະ ຄາດວ່າຈະສໍາເລັດໃນຕົ້ນເດືອນ 6 ປີ 2018 ນີ້
ທ່ານ ສົມມາດ ລຸນທະປັນຍາ ຜູ້ຈັດການຂອງບໍລິສັດ ສົມໄຊ ຈະເລີນກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສືມວນ ແຂວງ ອັດຕະປື ໃນວັນທີ 24/5/2018 ຜ່ານມານີ້ວ່າ: ໂຄງການສ້ອມແປງເສັ້ນທາງ ຢູ່ ແຂວງ ອັດຕະປື ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ 1 ປີ 2018 ເຊິ່ງຮູບແບບການສ້ອມແປງແມ່ນປູເຕັງທັບທາງເກົ່າ ມີຄວາມໜາສະເລ່ຍ 5 ຊັງຕີເເມັດ,...

ອັດຕະປື ຈັດ 5 ກິດຈະກຳໃຫຍ່ ສະຫຼອງບຸນປີໃໝ່ລາວ
ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ອັດຕະປື ໄດ້ຖະແຫລງກິດຈະກຳ ໃນໂອກາດ ສະເຫລີມສະຫລອງ ກຸດສົງການ ປີໃໝ່ລາວ ປະຈຳປີ 2561 ວ່າງບໍ່ດົນມານີ້ ຕໍ່ສື່ມວນຊົນວ່າ: ບຸນປີໃຫມ່ລາວ ທີ່ຈະມາຮອດ ໃນຕໍ່ໜ້ານີ້ກໍ ແມ່ນງານໜຶ່ງ ທີ່ມີຄວາມໝາຍ ຄວາມສຳຄັນ ຕໍ່ກັບຄົນລາວ ຊຶ່ງເປັນງານ ທີ່ບົ່ງບອກ ເຖິງການຮັກສາ ຮີດຄອງປະເພນີອັນດີງາມ ແລະ ວິຖີຊີວິດການເປັນ ຢູ່ຂອງປະຊາຊົນລາວ ທີ່ມີມາແຕ່ດົນນານ ທັງເປັນການສົ່ງເສີມ ການທ່ອງທ່ຽວທາງ ດ້ານວັດທະນະທຳ ຂອງລາວເຮົາ ເພື່ອໃຫ້ຊາວຕ່າງຊາດ ໄດ້ຮັບຮູ້ນຳ, ສຳລັບການຫ້າງຫາ ກະກຽມຄວາມພ້ອມ ໃນການສະເຫຼີມສະຫຼອງ ບຸນປີໃໝ່ລາວທີ່ຈະໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ 13-16 ເມສານີ້...

ໂຮງແຮມແສງທຽນ ເໝາະກັບການພັກ ຜ່ອນຂອງນັກທ່ອງທ່ຽວ ຢູ່ອັດຕະປື
ປັດຈຸບັນ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ອັດຕະປື ກຳລັງສຸມໃສ່ການ ໂຄສະນາປີທ່ອງທ່ຽວລາວ 2018 ເຊິ່ງນອກຈາກການເອົາໃຈ ໃສ່ໂຄສະນາເຜີຍແຜ່ ວັດທະນະທຳອັນດີງາມ ຂອງຊາດ, ປະຫວັດສາດອັນ ເປັນມູນເຊື້ອຂອງລາວ ແລະ ຄວາມອຸດົມສົມບູນຮັ່ງມີ ທາງດ້ານທຳມະຊາດແລ້ວນັ້ນ, ຍັງໄດ້ເອົາໃຈໃສ່ໂຄສະສະນາ ດ້ານມາດຕາຖານສະຖານທີ່ ພັກແຮມໃນຫຼາຍແຫ່ງ ແລະ ລົງຕິດຕາມຊຸກຍູ້ ໃຫ້ຜູ້ປະກອບການດ້ານການບໍລິການນັກທ່ອງທ່ຽວ ໃນປີ 2018 ຢ່າງເປັນເຈົ້າການ ເພື່ອໃຫ້ໄດ້ມາດ ຕາຖານໃນລະດັບສາກົນ.
ໜຶ່ງໃນຈຳນວນຫຼາຍຂອງໂຮງແຮມ ທີ່ໄດ້ຈັດຢູ່ໃນລະດັບມາດ ຕາຖານຫຼາຍແຫ່ງຢູ່ແຂວງ ອັດຕະປື ທີ່ກຽມຕ້ອນຮັບ ນັກທ່ອງທ່ຽວ ສຳລັບປີ ທ່ອງທ່ຽວລາວ 2018 ນັ້ນ ໂຮງແຮມແສງທຽນ ກໍ່ແມ່ນໄດ້ເປັນໜຶ່ງ ເຊິ່ງບັນດານັກທ່ອງທ່ຽວຖ້າໄດ້ແວ່ພັກຜ່ອນ ຈະໄດ້ຮັບການດົນໃຈ ເພາະໂຮງແຮມແສງທຽນ ມີທິວທັດຢ່າງທຳມະຊາດ, ມີສາຍນ້ຳເຊກອງໄຫຼຜ່ານ ສາມາດເວົ້າໄດ້ວ່າ:...
ອັດຕະປື ປະຖະກະຖາ ວຽກງານກາເເດງລາວ
ເພື່ອເປັນການ ສ້າງຂະບວນການ ຄໍານັບຮັບຕ້ອນວັນສ້າງຕັ້ງ ອົງການກາແດງໂລກຄົບຮອບ 155 ປີ (8 ພຶດສະພາ 1863-8 ພຶດສະພາ 2018) ທີ່ໝົນວຽນມາ ເຖິງໃນຕໍ່ໜ້ານີ້ ມາໃນວັນທ 21 ມີນາ 2018 ອົງການກາເເດງລາວ ໄດ້ຈັດພິທີປະຖະກາຖາ ກ່ຽວກັບວຽກງານ ກາແດງລາວຂຶ້ນ ທີ່ຫໍປະຊຸມໃຫຍ່ ຂອງແຂວງ ອັດຕະປື ໂດຍການໃຫ້ກຽດ ປະຖະກະຖາຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງ ການກາເເດງລາວ, ມີຄະນະຈາກອົງການກ າແດງລາວປະຈຳຢູ່ສູນກາງ, ຄະນະນຳອົງການການແດງແຂວງ, ພະນັກງານສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ອົງການກາແດງລາວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1955 ມີພາລະບົດບາດເປັນເສນາ ທິການໃຫ້ລັດຖະບານ ໃນການປະຕິບັດ ວຽກງານບັນເທົາທຸກໃ ຫ້ແກ່ປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດຕ່າງໆ,...
ບໍລິສັດ TTC ອັດຕະປື ລະດົມປະຊາຊົນ ປູກອ້ອຍຕາມຮູບແບບ 2+3
ໂຮງງານນຳຕານ-ອ້ອຍ ຂອງບໍລິສັດ TTC ອັດຕະປື ຈຳກັດຜູ້ດຽວ ໄດ້ດຳເນີນມາເປັນເວລາຫຼາຍປີສົມຄວນ ແຕ່ວ່າ ການຜະລິດການປູກອ້ອຍ ປ້ອນເຂົ້າໂຮງງານຜ່ານມາ ແມ່ນບໍລິສັດ ສຳປະທານເນື້ອທີ່ດິນປູກເອງ ສົ່ງອອກເອງ ໂດຍທີ່ປະຊາຊົນ ເປັນພຽງຜູ້ອອກແຮງງານ ເທົ່ານັ້ນ ແຕ່ຍັງບໍ່ທັນຕິດພັນກັບການສົ່ງເສີມ ໃຫ້ປະຊາຊົນມີລາຍຮັບເທົ່າທີ່ຄວນ. ...
ອັດຕະປື ປັບປຸງຄຸນນະພາບຂໍ້ມູນສະຖິຕິໃຫ້ເຂົ້າສູ່ມາດຕາຖານສາກົນ
ເພື່ອຮັບປະກັນ ໃນການເຊື່ອມໂຍງ ຂໍ້ມູນສະຖິຕິໃຫ້ຫຍັບ ເຂົ້າສອດຄ່ອງກັບເງື່ອນໄຂ ແລະ ສະພາບການພັດທະນາ ວຽກງານສະຖິຕິຂອງ ສປປ ລາວ ຕາມຄວາມຕ້ອງການ ຂອງການພັດທະນາ ເສດຖະກິດ-ສັງຄົມ ກ້າວໄປສູ່ຄວາມທັນສະໄໝ ແລະ ຍືນຍົງແຕ່ສູນກາງ ຮອດທ້ອງຖິ່ນເທື່ອລະກ້າວນັ້ນ.
ມາໃນວັນທີ 26 ມັງກອນ 2018 ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ 3 ເອກະສານສຳຄັ້ນ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ອັດຕະປື ໂດຍການເປັນປະທານຂອງ ທ່ານ ເລື່ອມ ສົນສີວິໄລ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ມີພະນັກງານຈາກສູນກາງ, ພະນັກງານ ສູນສະຖິຕິປະຈຳແຂວງ, ພະນັກງານກ່ຽວຂ້ອງຈາກແຂວງ-ເມືອງ ແລະ ບ້ານເຂົ້າຮ່ວມ.
ເອກະສານນຳມາເຜີຍແຜ່ ໃນຄັ້ງນີມີເອກະສານກົດໝາຍ ວ່າດ້ວຍ ສະຖິຕິ ສະບັບປັບປຸງ ລວມມີ 10 ພາກ,...
5 ເມືອງ ຢູ່ແຂວງ ອັດຕະປື ໄດ້ຮັບເຄື່ອງຊ່ວຍເຫຼືອດ້ານໄອທີ
ໃນວັນທີ 25 ມັງກອນ 2018 ໂຄງການຈັດ ຕັ້ງປະຕິບັດກົດໝາຍ, ການຄຸ້ມຄອງ ແລະ ການຄ້າໄມ້ (GIZ-Pro FLEGT) ປະຈຳແຂວງ ອັດຕະປື ໄດ້ນຳເອົາອຸປະກອນດ້ານ ໄອທີ ມອບໃຫ້ຫ້ອງການອຸດສາຫະກຳ-ການຄ້າ 5 ເມືອງ ເຊິ່ງພິທີໄດ້ຈັດຂຶ້ນຢູ່ພະແນກອຸດສາຫະກຳ-ການຄ້າແຂວງ ອັດຕະປື.
ອຸປະກອນເຄື່ອງ ໄອທີ ຂອງໂຄງການດັ່ງກ່າວ ທີ່ໄດ້ນຳມາຊ່ວຍເຫຼືອ ມອບໃນຄັ້ງນີ້ ປະກອບມີ Computer PC 6 ຊຸດ, Notebook 1 ຊຸດ, Printer Scanne 1 ຊຸດ, ຈໍ Projector ແລະ ເຄື່ອງອຸປະກອນປະກອບຈຳນວນໜຶ່ງ ລວມມູນຄ່າ ທັງໝົດສູງເຖິງ 80000 ລ້ານກວ່າກີບ ກ່າວມອບໂດຍ...

ອັດຕະປື ວາງຄາດໝາຍນັກທ່ອງທ່ຽວ 160.000 ຄົນ ໃນປີ 2018
ເຖິງເເມ່ນວ່າແຂວງ ອັດຕະປື ມີຈັງຫວະຕົວເລກ ນັກທ່ອງທ່ຽວເພິ່ມຂຶ້ນ ໃນແຕ່ລະປີ ດ້ວຍຈັງຫວະທີ່ບໍ່ໄວ ເມື່ອປຽບທຽບ ໃສ່ຫຼາຍປີທີ່ຜ່ານມາ ເຊັ່ນ: ປີ 2012 ແຂວງ ອັດຕະປື ມີນັກທ່ອງທ່ຽວສູງເຖິງ 95.404 ຄົນ, ປີ 2013 ມີນັກທ່ອງທ່ຽວ 113.151 ຄົນ, 2014 ມີນັກທ່ອງທ່ຽວ 154.846 ຄົນ, 2015 ມີນັກທ່ອງທ່ຽວ 160.223 ຄົນ, 2016 ມີນັກທ່ອງທ່ຽວ 130.773 ຄົນ ແລະ ໃນປີ 2017 (ແຜນປີໃຫ້ໄດ້ 56.878 ຄົນ) ແຕ່ຕົວຈິງມີນັກທ່ອງທ່ຽວພຽງແຕ່ 54.000...
ດ່ານພາສີສາກົນ ພູເກືອ ອັດຕະປື ສະຫຼຸບວຽກງານປະຈຳປີ
ວັນທີ 17 ມັງກອນ 2018 ດ່ານພາສີສາກົນ ພູເກືອ ແຂວງ ອັດຕະປື ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າ ພະແນກການເງິນແຂວງ ອັດຕະປື, ມີ ທ່ານ ບຸນມີ ເພັດໂກສົນ ຮອງຫົວໜ້າຄຸ້ມຄອງດ່ານສາກົນພູເກືອ, ທ່ານ ລົດສະນີ ສີຫາວົງ ຮອງຫົວໜ້າກອງຄຸ້ມຄອງພາສີ VII ຫົວໜ້າດ່ານພາສີສາກົນພູເກືອ ບັນດາທ່ານຄະນະກອງກວດກາພາສີປະຈຳແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ດ່ານສາກົນພູເກືອ ເປັນດ່ານໜຶ່ງທີ່ມີຄວາມ ສຳຄັນທາງດ້ານຍຸດທະສາດ ເສດຖະກິດ-ການເມືອງ ແລະ...

ຊານໄຊ ຍັງມີບ້ານທຸກຍາກ 8 ບ້ານ
ຜ່ານມາຄະນະພັກ, ອຳນາດການປົກຄອງເມືອງ ຊານໄຊ ແຂວງ ອັດຕະປື ໄດ້ຖືເອົາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າຢູ່ພາຍໃນເມືອງເປັນ ວຽກສຳຄັນ ເຖິງສຸມໃສ່ຫັນເອົາພະນັກແຫຼງລົງ ກໍ່ສ້າງຮາກຖານ ການເມືອງ ເພື່ອຜັນຂະຫຍາຍ ແນວທາງຂອງພັກ, ລະບຽບກົດໝາຍ ຂອງລັດໃນໄລຍະໃໝ່ ລົງເຊື່ອມຊຶມໄດ້ຢ່າງທົ່ວເຖິງກໍ່ຕາມ ແຕ່ວ່າ ພາບລວມແລ້ວ ເມືອງຍັງມີບ້ານ ທຸກຍາກສູງຢູ່ ເຊິ່ງເປັນບັນຫາເລັ່ງທວງໃຫ້ອຳນາດ ການປົກຄອງເມືອງ ຈະຕ້ອງໄດ້ສືບຕໍ່ຊຸກຍູ້ ໃຫ້ມີການພັດທະນາ ແລະ ແກ້ໄຂໃຫ້ ໄດ້ໂດຍພື້ນຖານໃນປີ 2020.
ທ່ານ ບຸນເນັ້ມ ໄຊຍະເສັ້ມ ຮອງເລຂາພັກເມືອງ ປະທານ ກວດກາພັກ-ລັດເມືອງ ຊານໄຊ ໃຫ້ສຳພາດຫວ່າບໍ່ດົນມານີ້ວ່າ: ປະຕິບັັດຕາມດຳລັດ 309/ນຍ ວ່າດ້ວຍມາດ ຕາຖານຄວາມທຸກຍາກ ແລະ ມາດຕາຖານ ພັດທະນາ...
ຖວທ ອັດຕະປື ສະຫຼຸບໂຄງການປ້ອງກັນການຕິດເຊື້ອ ເຮສໄອວີ
ໂຄງການ ທົດລອງ ການສ້າງຄວາມເຂັ້ມແຂງ ເພື່ອປ້ອງກັນ ການຕິດເຊື້ອ ເຮສໄອວີ/ພະຍາດເອດ ໂດຍແມ່ນພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ອັດຕະປື ໄດ້ຮັບທຶນຊ່ວຍ ເຫຼືອຈານໂຄງການຮ່ວມ ມືລະຫວ່າງທະນະຄານພັດທະນາອາຊີ ຫຼື ADB ແລະ ລັດຖະບານ ສປປ ລາວ ຜ່ານສູນຕ້ານເອດ ກະຊວງສາທາລະນະສຸກ ໃນງົບປະມານ ຈຳນວນ 2 ຮ້ອຍລ້ານກວ່າກີບ ເຊິ່ງໄດ້ຈັດຕັ້ງ ປະຕິບັດມາແຕ່ວັນທີ 17 ມັງກອນ ແລະ ມາຮອດວັນທີ 12 ທັນວາ 2017 ກໍ່ໄດ້ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນ ຢ່າງເປັນທາງການ ທີ່ສະຖານີວິທະຍຸ-ໂທລະພາບແຂວງ ອັດຕະປື.
ເປັນກຽດເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວ ມີ ທ່ານ...
ຕາດເເຊພະ-ແຊປ້ອງ ເລັ່ງປັບປຸງກຽມໃສ່ປີທ່ອງທ່ຽວລາວ
ໂອກາດ ທີ່ທາງທິມງານ ຈາກສູນກາງ ແລະ ແຂວງ ອັດຕະປື ເຄື່ອນໄຫວ ເດີນສຳຫຼວດອອກແບບ ພື້ນທີ່ພັດທະນາ ແຫຼ່ງທ່ອງທ່ຽວ ເຂດປ່າສະຫງວນ ນ້ຳຕົກຕາດ ເເຊພະ-ເເຊປ້ອງໄລ ເມືອງ ສະໜາມໄຊ ແຂວງ ອັດຕະປື ໃນລະຫວ່າງ ວັນທີ 8-9 ພະຈິກ 2017 ຜ່ານມາ ເຊິ່ງສະຖານທີ່ ແຫ່ງດັ່ງກ່າວ ໄດ້ຖືກເປັນຂອງ ບໍລິສັດ ວົງວິໄລການຄ້າຂາອອກ-ຂາເຂົ້າຈຳກັດ ຜູ້ດຽວ ສຳປະທານ ເພື່ອພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວ ທຳມະຊາດໃນລະດັບແຂວງ ແລະ ປັດຈຸບັນ ກຳລັງເປັນ ແຫຼ່ງດຶງດູດ ນັກເດີນທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດນຳອີກ.
ທ່ານ ວົງວິໄລ ໄຊຍະສອນ ເຈົ້າຂອງ ສຳປະທານ ແຫຼ່ງທ່ອງທ່ຽວ ທາງທຳມະຊາດ...
ອັດຕະປື ປະຊາຊົນ ຜ່າຕັດແກ່ນຕາຂຸ້ນ 125 ຄົນ: ບັນຫາຕາບອດ ສາຍຕາພິການ ຫຼື ສາຍຕາບົກຜ່ອງ ປັດຈຸບັນ ຍັງເປັນສິ່ງ ທ້າທາຍຕໍ່ ວຽກງານ ສາທາລະນະສຸກ ເຊິ່ງບັນຫາ ດັ່ງກ່າວ ຍາມໃດ ພັກ-ລັດ ກໍ່ໄດ້ເລັ່ງທວງ ໃຫ້ເອົາໃຈ ໃສ່ມາໂດຍຕະຫຼອດ ເພື່ອຮັບປະ ກັນການບໍລິການຮັກສາສຸ ຂະພາບຕາ ຂອງປະຊາຊົນ ຖືເອົາວຽກງານປ້ອງກັນ ແລະ ປິ່ນປົວຢ່າງ ທົ່ວເຖິງໃນປະເທດ ເພື່ອບັນລຸມາດຖານສູງສຸດ ຂອງການມີ ສຸຂະພາບຕາທີ່ດີ.
ດັ່ງນັ້ນ ວັນທີ 9-11 ພະຈິກ 2017 ຜ່ານມາ ທີມງານປິ່ນປົວ ແລະ ຮັກສາສຸຂະພາບຕາ ໂຮງໝໍແຂວງ ຈໍາປາສັກຮ່ວມກັບໂຮງໝໍ ແຂວງອັດຕະປື ໄດ້ເຄື່ອນໄຫວກວດ, ປີນປົວ ແລະ ຜ່າຕັດພະຍາດ ແກ່ນຕາຂຸ້ນໃຫ້ ພໍ່ແມ່ປະຊາຊົນໂດຍບໍ່ເສຍຄ່າ ຢູ່...

ອັດຕະປື ຊຸກຍູ້ສື່ມວນຊົນໂຄສະນາປີ ທ່ອງທ່ຽວ ລາວ 2018: ວຽກງານທ່ອງທ່ຽວ ແມ່ນ ປັດໄຈ ໜຶ່ງທີ່ສຳຄັນໃນການປະກອບສ່ວນ ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ ກໍຄື ພໍ່ແມ່ປະຊາຊົນຜູ້ທີ່ເຂົ້າຮ່ວມ ໄດ້ປະກອບສ່ວນ ແກ້ໄຂຄວາມທຸກຍາກນັບມື້ຫລຸດລົງເທື່ອລະກ້າວ ແລະ ເພື່ອເຮັດໃຫ້ແຂກ ທັງພາຍໃນ ແລະ ຕ່າງປະເທດ ສົນໃຈເຂົ້າ ມາທ່ອງທ່ຽວ ແຂວງ ອັດຕະປື ຫລາຍຂຶ້ນໃນໂອກາດໄລຍະເປີດປີ ທ່ອງທ່ຽວລາວ 2018 ຕາມແຜນການ ຂອງລັດຖະບານວາງໄວ້ນັ້ນ.
ວັນທີ 10 ພະຈິກ ຜ່ານມານີ້ ທ່ານ ນາງ ບຸນນານ ບຸນນະແສງ ກໍາມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ຮອງປະທານຄະນະກໍາມະການຈັດງານປີ ທ່ອງທ່ຽວ ລາວ 2018 ໄດ້ຊຸກຍູ້ໃຫ້ສື່ມວນຊົນພາຍໃນແຂວງ ອັດຕະປື ສຸມໃສ່ການໂຄສະນາປີທ່ອງທ່ຽວລາວລາວ 2018 ໃຫ້ກວ້າງຂວາງກ່ວາເກົ່າ ໂດຍສະເພາະ ແມ່ນໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ, ປະຫວັດສາດອັນເປັນມູນເຊື້ອຂອງລາວ ແລະ ຄວາມອຸດົມສົມບູນຮັ່ງມີທາງດ້ານທຳມະຊາດ ເຊິ່ງບາງຕອນ ທ່ານ...

ມສ ຈັນທາ ຈັດກິດຈະກຳປະຈຳປີ
ໃນວັນທີ 8 ພະຈິກ 2017 ຜ່ານມານີ້ ໂຮງຮຽນ ມສ ຈັນທາ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ຈັດກິດຈະກຳເປີດງານ ແຂ່ງຂັນ ກິລາ ແລະ ສີລະປະ ປະຈຳສົກຮຽນ 2017-2018 ຂຶ້ນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ພູທິດ ສິນລະປະ ຜູ້ອຳນວຍການໂຮງຮຽນ ມສ ຈັນທາ, ມີ ຄະນະອຳນວຍການ, ຄູ ອາຈານ ແລະ ນ້ອງໆນັກຮຽນເຂົ້າຮວ່ມ ທັງໝົດເກືອບ 1.500 ກ່ວາຄົນ.
ທ່ານ ພູທິດ ສີລະປະ ຜູ້ອຳນວຍການ ໂຮງຮຽກໍ່ ໄດ້ໃຫ້ຮູ້ວ່າ: ທຸກໆສົກຮຽນ ທີຜ່ານມາ ເຊິ່ງເປັນການ ປະຕິບັດຕາມ ແຜນພັດທະນາ...
ສາທາລະນະສຸກ ແຂວງ ອັດຕະປື ປະເມີນວຽກງານ 9 ເດືອນ
ໃນວັນທີ 9 ເດືອນ ພະຈິກ 2017 ທີ່ຫ້ອງປະຊຸມ ສະພາປະຊາຊົນ ແຂວງ ອັດຕະປື ພະແນກ ສາທາລະນະສຸກ ຈັດໃຫ້ມີ ກອງປະຊຸມ ປະເມີນການ ຈັດຕັ້ງວຽກງານ ສາທາລະນະສຸກ ຮອບດ້ານ 9 ຂຶ້ນ ໂດຍການ ເປັນປະທານ ຂອງທ່ານ ນາງ ດຣ ອ່ອນຜີວ ໂພທິລາດ ຫົວໜ້າພະເເນກ ສາທາລະນະສຸກແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ອຳນວຍການ ໂຮງໝໍ, ຫົວໜ້າ ຫ້ອງການ ສາທາລະນະສຸກ 5 ຕົວເມືອງ ພ້ອມດ້ວຍ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມ ວຽກງານສາທາ ລະນະສຸກຮອບດ້ານ ເທື່ອນີ້ ແມ່ນເປັນການ ທົບທວນ...
ຖວທ ອັດຕະປື-ຈຳປາສັກ ຖອດຖອນ ບົດຮຽນກຽມ ໃສ່ປີທ່ອງທ່ຽວ 2018
ປີ 2017 ນັບວ່າ ເປັນປີ ມ້ວນທ້າຍປີເກົ່າ ແລະ ກຽມຕ້ອນຮັບປີໃໝ່ 2018 ເຊິ່ງເປັນປີ ທີ່ມີຄວາມໝາຍ ຄວາມສຳຄັນ ຂອງຊາດຄື: ການເປີດປີ ທ່ອງທ່ຽວລາວ ໃນນີ້ ວຽກງານ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ແມ່ນເປັນ ວຽກງານໜຶ່ງ ທີ່ພັກ-ລັດ ໃຫ້ເອົາໃຈໃສ່ ໃນການ ພັດທະນາ ແລະ ເປັນເສນາ ທິການໃຫ້ແກ່ ກະຊວງ ຖວທ ເພື່ອຮັບ ໃຊ້ໜ້າທີ່ ການເມືອງປະ ກອບສ່ວນເຂົ້າ ໃນວຽກງານ ພັດທະນາ ເສດຖະກິດ-ສັງຄົມ ກໍ່ຄື ປີທ່ອງທ່ຽວ 2018 ທີ່ຈະມາເຖິງນີ້.
ແຂວງ ອັດຕະປື ເປັນແຂວງໜຶ່ງ ທີ່ມີພື້ນຖານ ແຫຼ່ງທ່ອງທ່ຽວ...

ອັດຕະປື ຍັງພົບຂໍ້ຫຍຸ່ງຍາກ ຫຼາຍຢ່າງ ໃນການຄຸ້ມ ຄອງທີ່ດິນ
ການຂຶ້ນ ສໍາມະໂນທີ່ດິນ ແລະ ການອອກ ເອກະສານ ສິດນໍາໃຊ້ທີ່ດິນ ໃຫ້ພາກສ່ວນ ຕ່າງໆ ເພື່ອການນໍາ ໃຊ້ທີ່ຖືກຕ້ອງ ຕາມລະບຽບ ກົດໝາຍ ຢູ່ພາຍໃນ ແຂວງ ອັນຕະປື ຍັງພົບຂໍ້ ຫຍຸ່ງຍາກ ແລະ ເປັນບັນຫາ ສິ່ງທ້າທາຍ ທີ່ຄະນະພັກ ອໍານາດການ ປົກຄອງທຸກ ຂັ້ນພາຍໃນ ແຂວງ ຈະຕ້ອງ ໄດ້ເປັນເຈົ້າການ ຮ່ວມກັນແກ້ໄຂ.
ທ່ານ ລັດສະໝີ ວັນໄຊ ກໍາມະການ ພັກແຂວງ ຫົວໜ້າ ພະແນກ ຊັບພະຍາ ກອນທໍາ ມະຊາດ ແລະ ສິ່ງແວດລ້ອມ ແຂວງ ອັດຕະປື ໄດ້ເປີດເຜີຍ ເມື່ອບໍ່ດົນ ຜ່ານມາວ່າ:...

ປີນີ້ຜົນຜະລິດຢູ່ເມືອງໄຊເສດຖາຫຼຸດລົງ 30%
ມາຮອດປັດຈຸບັນ ຊາວກະສິກອນ ເມືອງໄຊເສດຖາ ແຂວງ ອັດຕະປື ເກັບກ່ຽວ ຜົນຜະລິດ ເຂົ້ານາປີ ສຳເລັດໄດ້ 70% ໃນເນື້ອ ທີ່ທົ່ວເມືອງ 7,160 ເຮັກຕາ ແລະ ຄາດວ່າ ຈະໃຫ້ສຳເລັດ 100% ໃນກາງເດືອນ ພະຈິກນີ້.
ອີງຕາມ ການລາຍງານ ຈາກ ທ່ານ ວົງຂັນ ວົງປະເສີດ ຫົວໜ້າ ໜ່ວຍງານ ສົ່ງເສີມ ການປູກຝັງ ຫ້ອງການກະສິກຳ-ປ່າໄມ້ ເມືອງ ໄຊເສດຖາ ແຂວງ ອັດຕະປື ໃຫ້ຮູ້ວ່າ: ສະພາບການ ຜະລິດເຂົ້າ ນາປີຂອງ ຊາວກະສິກອນ ໃນປີນີ້ ແມ່ນບໍ່ ບັນລຸຕາມ ເປົ້າໝາຍ ທີ່ວາງໄວ້ ແລະ ຈະຫຼຸດລົງ 30% ຍ້ອນຖືກ ການລະບາດ...
ຊານໄຊ ຍົກລະດັບ ຮັບໃຊ້ປີທ່ອງທ່ຽວ: ວັນທີ 24 ຕຸລາ 2017 ພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດ ຊຸດອົບຮົມ ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ໃຫ້ນັກທຸລະກິດ ຮ້ານອາຫານ ໃນລະດັບຂັ້ນທ້ອງຖິ່ນ ຢູ່ເມືອງ ຊານໄຊ ແຂວງ ອັດຕະປື ໂດຍການ ເປັນປະທານຂອງ ທ່ານ ຄຳໝັ້ນ ບຽງດາວົງ ຮອງເຈົ້າເມືອງ ຊານໄຊ, ມີ ທ່ານ ຂັນຄໍາ ພົມມະລານ ຫົວໜ້າ ຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ພະນັກງານ ຖວທ ເມືອງ ແລະ ນັກສຳມະນາກອນ ພ້ອມດ້ວຍ ຄູຝືກເຂົ້າຮ່ວມ.
ທ່ານ ຄຳໝັ້ນ ບຽງດາວົງ...
ຂະແໜງທ່ອງທ່ຽວ ອັດຕະປື ຍົກລະດັບ ການບໍລິການ ເພື່ອຮັບໃຊ້ ປີທ່ອງທ່ຽວ: ເພື່ອເຮັດໃຫ້ ການພັດທະນາ ການທ່ຽວທ່ຽວ ໃນ ສປປ ລາວ ກໍ່ຄື ແຂວງ ອັດຕະປື ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ທັງໃຫ້ມີ ຄຸນນະພາບ ໃນລະດັບ ສາກົນ ກຽມພ້ອມ ໃສ່ເປີດປີທ່ອງທ່ຽວລາວ ປີ 2018 ທີ່ຈະມາເຖິງນີ້.
ມາໃນວັນທີ 17 ຕຸລາ 2017 ຂະແໜງ ທ່ອງທ່ຽວ ພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດ ຊຸດອົບຮົມ ການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ໃຫ້ນັກທຸລະກິດ ຮ້ານອາຫານ ໃນລະດັບຂັ້ນທ້ອງຖິ່ນ ຢູ່ເມືອງ ພູວົງ...
ພູວົງ ຍັງມີເດັກ ຂາດສານອາຫານ ສູງເຖິງ 400 ກວ່າຄົນ: ການແກ້ໄຂ ບັນຫາ ເດັກນ້ອຍ ຂາດສານອາຫານ ຢູ່ເມືອງ ເມືອງ ພູວົງ ແຂວງ ອັດຕະປື ຍັງເປັນ ບັນຫາທ້າທາຍ ແລະ ເປັນອຸປະສັກ ຕໍ່ແຜນການ ພັດນາ ເສຖກິດ-ສັງຄົມ ໃນອະນາຄົດ ຍ້ອນວ່າ ເດັກນ້ອຍ ກຸ່ມດັ່ງກ່າວ ເປັນຊັບຍາກອນ ມະນຸດ ຂອງຊາດ, ປັດຈຸບັນ ເດັກນ້ອຍ ຜູ້ທຸກຍາກ ແລະ ປະຊາຊົນ ໂດຍທົ່ວໄປ ໃນຫລາຍບ້ານ ຍັງບໍ່ສາມາດເຂົ້າເຖິງ ລະບົບ ສາທາລະນະສຸກ ເທົ່າທີ່ຄວນ.
ອີງຕາມ ການລາຍ ງານຂອງ ທ່ານ ນາງ ມະນີວອນ ຫອມລັດສະໝີ ຫົວໜ້າ ຫ້ອງການ ສາທລະນະສຸກ ເມືອງ...

ເມືອງໄຊເສດຖາ ທຳລາຍ ອາວຸດລ່າສັດ: ຄະນະພັກ, ອຳນາດ ການປົກຄອງ ເມືອງໄຊເສດຖາ ໄດ້ຈັດພິທີ ທຳລາຍ ອາວຸດລ່າສັດ ເຊິ່ງປະກອຍມີ: ປືນແກ໋ບ 95 ກະບອກ, ໝໍ້ຊອ໋ດປາ 50 ໝ່ວຍ ແລະ ໝາກກະໂພກ ຈຳນວນໜື່ງ. ພິທີດັ່ງກ່າວ ໄດ້ຈັດຂື້ນ ໃນມື້ວັນທີ 12 ຕຸລາ 2017 ທີ່ເດີ່ນ ຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມ ຂອງຄະນະນຳ ແລະ ພາກສ່ວນ ກ່ຽວຂ້ອງ ອອ້ມຂ້າງເມືອງ ເຂົ້າຮ່ວມ ເປັນສັກຂີ ພິຍານ.
ອາວຸດທີ່ຜິດ ກົດໝາຍ ດັ່ງກ່າວ ແມ່ນເຈົ້າ ໜ້າທີ່ເມືອງ ຮ່ວມກັບ ອຳນາດ ການປົກຄອງບ້ານ ຢືດ ແລະ ຮີບໂຮມ ໄດ້ ຈາກປະຊາຊົນ ທີ່ທຳມາຫາກີນ...
5 ແຂວງພາກໃຕ້ ສຶກສາດ້ານ ບູຮານວິທະຍາ ຂະນະທີ່ກຳລັງ ມີການສຳຫຼວດຢູ່: ດ້ວຍຄວາມ ເປັນຫ່ວງ ເປັນໄຍ ຈາກກົມມໍລະດົກ ກະຊວງ ຖວທ ທີ່ເຫັນວ່າຄຸນຄ່າ ທາງດ້ານວັດຖຸບູຮານ ວິທະຍາ ຢູ່ດີນແດນຕອນໃຕ້ ຍັງຊົງຄຸນຄ່າ ແລະ ຍືນຍົງຄົງ ຢູ່ອັນຫຼາກຫຼາຍ ຄະນະທີ່ທາງ ພາກສ່ວນ ວັດທະນະທຳແຂວງ ກຳລັງມີການສຳຫຼວດ ເພື່ອກຽມ ຂຶ້ນທະບຽນ ບັນຊີຕາມແຈ້ງການ ຂອງລັດຖະມົນຕີ ແຕ່ວ່າຢ້ານ ການເກັບກຳຫຼັກຖານ ຮ່ອງຮອຍ ບໍ່ຊັດເຈນ ແລະ ເປັນໄປໄດ້ຍາກ ຖ້າບໍ່ມີການສຶກສາ ແນະນຳໃຫ້ເຂົ້າໃຈ ຂຶ້ນຕື່ມ.
ດັ່ງນັ້ນ ມາໃນ ຕອນເຊົ້າ ຂອງວັນທີ 11 ຕຸລາ 2017 ກົມມໍລະດົກ ກະຊວງ ຖວທ ໄດ້ເປີດຊຸດອົບຮົມ ກ່ຽວກັບ ການຂຶ້ນທະບຽນ ບັນຊີ...

ວິຊາຊີບ ແບບປະສົມ ອັດຕະປື ສ້າງສີມື ອອກໃຊ້ສັງຄົມ ໄດ້ແລ້ວ 1 ພັນກວ່າຄົນ: ໂຮງຮຽນ ເຕັກນິວິຊາຊີບ ແບບປະສົມ ແຂວງ ອັດຕະປື ມາຮອດປັດຈຸບັນ ໄດ້ຝືກອົບຮົມ ວິຊາຊີບ ໃຫ້ແກ່ແຮງງານລາວ ໃນລະດັບຊັ້ນ ແລະ ສາຂາ ວິຊາຊີບຕ່າງໆ ເປັນຈຳນວນ ຫຼາຍສົມຄວນ ເຮັດໃຫ້ຜູ້ຮຽນ ມີຄວາມຮູ້ ຄວາມສາມາດ ດ້ານວິຊາສະເພາະ, ມີວຽກເຮັດ ງານທຳ ກາຍເປັນແຮງງານ ທີ່ມີວິໄນ, ມີຄຸນສົມບັດ ແລະ ເປັນແຮງຈູງໃຈ ຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ໃນການພັດທະນາ ເສດຖະກິດ-ສັງຄົມ ຫັນເປັນ ອຸດສະຫາກຳ ທັນສະໄໝ ໃນອະນາຄົດ.
ທ່ານ ຖາວອນ ສຸກດາວົງ ອໍານວຍການ ໂຮງຮຽນ ເຕັກນິວິຊາຊີບ ແບບປະສົມ ແຂວງອັດຕະປື...
ສານປະຊາຊົນສູງສຸດ ເຜີຍແຜ່ ປື້ມຄູ່ມື ກ່ຽວກັບການນຳໃຊ້ ກົດໝາຍ ວ່າດ້ວຍການດຳເນີນ ຄະດີເດັກ: ເພື່ອຍົກລະດັບ ຄວາມຮູ້ ຄວາມສາມາດ ຂອງພະນັກງານ ສານປະຊາຊົນ ໃນການຄົ້ນຄວ້າ ພິຈາລະນາຄະດີ ກ່ຽວກັບເດັກ ກະທຳຜິດ ຕາມທີ່ກົດໝາຍ ໄດ້ກຳນົດໄວ້ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ເປັນທຳນັ້ນ. ໃນຕົ້ນເດືອນ ຕຸລາ 2017 ສານປະຊາຊົນ ສູງສຸດ ໄດ້ເປີດ ກອງປະຊຸມ ເຜີຍແຜ່ ປື້ມຄຳແນະນຳ ກ່ຽວກັບ ການຈັດຕັ້ງ ປະຕິບັດກົດໝາຍ ວ່າດ້ວຍສິດທິເດັກ ຂຶ້ນທີ່ຫ້ອງວ່າການ ປົກຄອງເມືອງ ໄຊເສດຖາ ໂດຍເປັນ ປະທານຂອງ ທ່ານ ມີໄຊ ສີສະເເຫວງສຸກ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ, ມີທ່ານ ບຸນເຮັງ ພີມມະນີວົງ ຜູ້ພິພາກສາ, ຫົວໜ້າ...
ໂຮງແຮມ ລະດັບ 2 ດາວສຸກອາພອນ ເນັ້ນຄວາມສະອາດ ບໍລິການເປັນເລີດ ດຶງດູດນັກທ່ອງທ່ຽວ ໂຮງແຮມ 2 ດາວ ສຸກອໍາພອນ ຕັ້ງຢູ່ ບ້ານ ເວີນເເຄນ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ເປັນສະຖານທີ່ ເຮືອນພັກແຮມແຫ່ງໜຶ່ງ ທີ່ນັກທ່ອງທ່ຽວ ກໍ່ຄືແຂກທັງພາຍໃນ ແລະ ຕ່າງປະເທດ ກຳລັງໃຫ້ຄວາມສົນໃຈ ແລະ ເຂົ້າມາພັກເຊົາເດືອນໜຶ່ງຢ່າງໜ່ອຍ 200 ກວ່າຄົນ. ທ່ານ ນາງ ແສງອາພອນ ພິຈິດ ເຈົ້າຂອງໂຮງແຮມ 2 ດາວ ສຸກອາພອນ ໃຫ້ຄຳສຳພາດ ຕໍ່ທິມງານນັກຂ່າວ ຫວ່າງບໍ່ດົນມານີ້ວ່າ: ໂຮງແຮມ ສຸກອາພອນ ໄດ້ເລີມເປິດ ໃຫ້ການບໍລິການມາໄດ້ 2 ປີ ກວ່າແລ້ວ ແລະ ຕະຫຼອດໄລຍະ ຂອງການດຳເນີນ...

ອົງການກາແດງ ສາຂາແຂວງ ອັດຕະປື ສືບຕໍ່ລະດົມ ບໍລິຈາກເລືອດ: ການເສຍເລືອດ ຫຼື ການຂາດເລືອດ ເປັນສິ່ງທີ່ສາມາດ ພາກຊີວິດ ຄົນໄປໄດ້ ຖ້າຫາກ ຊ່ວຍເຫຼືອ ບໍ່ທ່ວງທັນ ເຊິ່ງບັນຫານີ້ ຍາມໃດ ອົງການກາແດງ ສາຂາແຂວງ ອັດຕະປື ກໍ່ໄດ້ຖືເປັນ ບັນຫາສຳຄັນ ໂດຍສະເພາະ ໃນວັນທີ 21 ກັນຍາ 2017 ນີ້ ອົງການ ກາແດງ ສາຂາແຂວງ ອັດຕະປື ນຳໂດຍ ທ່ານ ວຽງໄຊ ໄຊສົມບັດ ຫົວໜ້າອົງການ ກາແດງແຂວງ ພ້ອມດ້ວຍ ພະນັກງານ ເເພດໝໍ ໃນສູນບໍລິຈາກເລືອດ ໄດ້ເຄື່ອນໄຫວ ລົງປຸກລະດົມ, ຂົນຂວາຍ ຜູ້ບໍລິຈາກເລືອດ ຢູ່ໂຮງຮຽນ ມສ ສະໜາມໄຊ ເມືອງ ສະໜາມໄຊ...

ສາທາ ເຜີຍແຜ່ ເອກະສານ ທາງການ ວຽກງານ ສາທະລະນະສຸກ: ຕອນເຊົ້າວັນທີ 14 ກັນຍາ 2017 ຜ່ານມາ ພະແນກ ສາທາະລະນະສຸກ ແຂວງ ອັດຕະປື ໄດ້ຈັດ ກອງປະຊຸມ ເຜີຍແຜ່ ເອກະສານ ທາງການ ວຽກງານ ສາທາລະນະສຸກ ຂຶ້ນ ຢູ່ທີ່ ຫ້ອງການ ຊັບພະຍາ ກອນມະນຸດ ແຂວງ ໃຫ້ກຽດ ເຂົ້າຮ່ວມ ຂອງທ່ານ ນາງ ດຣ ອ່ອນຜີວ ໂພທະລາດ ຫົວໜ້າ ພະແນກ ສາທາລະສຸກ ແຂວງອັດຕະປື, ມີ ຄະນະພະແນກ, ຫົວໜ້າຂະແໜງ ແລະ ພະນັັກງານ ວິຊາການ ພາຍໃນ ພະແນກ ເຂົ້າຮ່ວມ. ເອກະສານ ທີ່ນຳມາ...
ພິທີປະກາດ ການຈັດຕັ້ງ ຮອງຫ້ອງການ ປກຊ-ປກສ ແຂວງອັດຕະປື ຈັດຕັ້ງຂື້ນ ໃນຕອນເຊົ້າ ວັນທີ 30 ສິງຫາ 2017 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານ ອົງການ ປົກຄອງແຂວງ ໂດຍການ ເປັນປະທານຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ມີທ່ານ ພັທ ພູວັນ ສາຍດອນຂຽວ ຫົວໜ້າຫ້ອງການ ປກຊ-ປກສ ພ້ອມດ້ວຍ ພະນັກງານ, ວິຊາການ ແລະ ແຂກເຊີນ ເຂົ້າຮ່ວມ. ໃນພິທີ ທ່ານ ບົວໄລ ກົມມະສິດ ຮອງຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານ ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງ ພະນັກງານ: ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ທ່ານ ພັທ ຄຳພູ...
ອີງຕາມ ກອງປະຊຸມ ສະຫຼຸບວຽກງານ 6 ເດືອນ ຕົ້ນປີ ແລະ ວາງຮ່າງທິດທາງ ແຜນການ 6 ເດືອນ ທ້າຍປີ 2017 ໃນວັນທີ 24 ສິງຫາ 2017 ໂດຍການ ເຂົ້າຮ່ວມຂອງ ທ່ານ ດຣ ນາງ ອ່ອນຜິວ ໂພທິລາດ ຫົວໜ້າພະແນກ ສາທາລະນະສຸກ ແຂວງອັດຕະປື, ທ່ານ ປທ ດຣ ບຸນທະວີ ຈະເລີນພົນ ຜູ້ອຳນວຍການ ໂຮງໝໍແຂວງອັດຕະປື ມີບັນດາທ່ານໝໍ ແລະ ພະຍາບານ ພ້ອມດ້ວຍແຂກ ທີ່ຖືກເຊີນເຂົ້າຮ່ວມ. ກອງປະຊຸມ ໄດ້ທົບທວນຄືນ ການຈັດຕັ້ງ ປະຕິບັດວຽກງານ ໃນໄລຍະ 6 ເດືອນ ຕົ້ນປີຜ່ານມາ ໃນວຽກງານສາທາລະນະສຸກ ເປັນຕົ້ນ ແມ່ນວຽກງານ...
ສາມັກຄີໄຊ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 67 ປີ ພະແນກ ຖວທ ອັດຕະປື ຈັດງານ ສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 67 ປີນີ້ ແມ່ນໄດ້ຈັດຂຶ້ນ ໃນວັນທີ 14 ສິງຫາ 2017 ຢູ່ທີ່ຫ້ອງວ່າການ ເມືອງສາມັກຄີໄຊ ແຂວງ ອັດຕະປື ໂດຍການ ເປັນປະທານ ຂອງທ່ານ ຄຳບຸນ ດວງພະບາງ ກຳມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງ, ມີທ່ານ ນາງ ບຸນນານ ບຸນນະແສງ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ, ມີພະນັກງານ ອ້ອມຂ້າງເມືອງ ແລະ ສື່ມວນຊົນມາຈາກ 4...
ວັນທີ 7 ສິງຫາ 2017 ຜ່ານມາ ທີ່ສະໂມສອນ ຫ້ອງວ່າການປົກຄອງ ເມືອງສາມັກຄີໄຊ ແຂວງອັດຕະປື ກົມແຜນການ, ການເງີນກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີກອງປະຊຸມ ເຜີຍແຜ່ດຳລັດ ຂອງນາຍົກ ລັດຖະມົນຕີ ວ່າດ້ວຍກອງທຶນ ການທ່ອງທ່ຽວ ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ, ມີທ່ານ ນາງ ແພງຈັນ ເເພງເມືອງ ຫົວໜ້າກົມ ແຜນການ-ການເງີນ ກະຊວງ ຖວທ, ມີພະນັກງານ ກ່ຽວຂ້ອງ ຈາກສູນກາງ, ຫົວໜ້າ - ຮອງຫົວໜ້າ ພະແນກການ ອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ ຂະແໜງທ່ອງທ່ຽວ ພະແນກ ຖວທ...
ແຂວງອັດຕະປື ໄດ້ເພີ່ມຂີດ ຄວາມສາມາດ ການຄວບຄຸມ ຢາເສບຕິດ ຫລາຍຂຶ້ນ ຫລັງໄດ້ຮັບ ການຊ່ວຍ ເຫລືອຈາກ ໂຄງການຮ່ວມມື ລາວ-ອາເມຣິກາ, ຂະນະທີ່ຜ່ານມາ ແຂວງອັດຕະປື ສາມາດມ້າງ ຄະດີຢາເສບຕິດ ໂດຍສານປະຊາຊົນ ໄດ້ຕັດສິນແລ້ວ 10 ເລື່ອງ. ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ດັ່ງກ່າວໄດ້ມີ ຂື້ນໃນ ວັນທີ 10 ເດືອນມິຖຸນາ 205 ໂດຍການ ມອບຂອງຜູ້ຕາງ ໜ້າພະແນກ ໂຄສະນາເຜີຍແຜ່ ຜົນຮ້າຍຂອງ ຢາເສບຕິດສູນກາງ ທ່ານ ຜູ້ປະສານງານ ສະຖານທູດ ອາເມຣິກາ ແລະ ຮັບໂດຍພັນໂທ ນາງ ບົວລະພາ ແກ້ວຫລວງໂຄດ ວ່າການ ຫົວໜ້າຫ້ອງການ ຄະນະກຳມະການ ກວດກາ ແລະ ຄວບຄຸມ ຢາເສບຕິດ...
ວັນທີ 24 ເດືອນ ທັນວາ ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ຊ່ວຍວ່າການ ກະຊວງການຕ່າງປະເທດ, ປະທານ ຄະນະກຳມະການ ຊາຍແດນແຫ່ງຊາດ, ທ່ານ ປຣະສິດ ໄຊຍະສິດ ເອກອັກ ຄະລັດຖະທູດລາວ ປະຈຳຣາຊະອານາຈັກ ກຳປູເຈຍ, ທ່ານນາງ ຫວັດສະດີ ໂຄດໂຍທາ ຮອງເຈົ້າແຂວງ ປະທານ ຄະນະກຳມະການ ຊາຍແດນ ແຂວງ ອັດຕະປື ໄດ້ລົງສຳຫລວດ ເນື້ອທີ່ຕົວຈິງ; ການກຳນົດ ຫລັກໜາຍ ເສັ້ນຊາຍແດນ ລາວ - ກຳປູເຈຍ ຫລັງຍັງມີເຖິງ 60 ກິໂລແມັດ ທີ່ຍັງ ບໍ່ທັນ ໄດ້ກຳນົດຫລັກໝາຍ ຊາຍແດນເທື່ອ, ຂະນະທີ່ ທ່ານ ສົມໄຊ ແກ້ວໂພສິງ ເຈົ້າເມືອງໆ...
ອາສາສະໜັກ ຮ່ວມໄຈ ຕ້ານໄພໜາວ ຈາກນະຄອນຫຼວງ ວຽງຈັນ ນຳໂດຍ ທ່ານ ປອ ຄຳພັນ ພົມມະທັດ ກຳມະການ ສູນກາງພັກ ຫົວໜ້າຫ້ອງວ່າການ ສູນກາງພັກ ພ້ອມດ້ວຍ ຄະນະ ໄດ້ນຳເອົາ ເຄື່ອງບັນເທົາທຸກ ຕ້ານໄພໜາວ ມາມອບ ໃຫ້ແກ່ ປະຊາຊົນ ຜູ້ທຸກຍາກ ຢູ່ແຂວງ ອັດຕະປື ໃນວັນທີ 20 ທັນວາ 2014 ນີ້ ໃຫ້ກຽດຕ້ອນຮັບ ແລະ ນຳພາຄະນະ ລົງມອບເຄື່ອງ ບັນເທົາທຸກ ຄັ້ງນີ້ ໂດຍແມ່ນ ທ່ານ ນາງ ຫວັດສະດີ ໂຄດໂຍທາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອັດຕະປື ພ້ອມດ້ວຍ ພະແນກການ ທີ່ກ່ຽວຂ້ອງ ເຂົ້າຮວ່ມ ເຄື່ອງທີ່ ນຳມາຊ່ວຍເຫຼືອ...
ອຳນາດການປົກຄອງ ເມືອງໄຊເຊດຖາ ຮ່ວມກັບ ອົງການຈັດຕັ້ງ ບ້ານວັດທາດ ແລະ ພໍ່ແມ່ ປະຊາຊົນ ໄດ້ພ້ອມກັນ ຈັດຕັ້ງງານບຸນ ມະໂຫລານ ສະເຫຼີມສະຫຼອງ ຫໍມູນເຊື້ອ, ຫໍກວມທາດ ຂອງພຣະເຈົ້າ ໄຊເຊດຖາທິຣາດ ແລະ ຫໍກອງ ພາຍຫຼັງ ການບູລະນະ ປະຕິສັງຂອນ ແລະ ກໍ່ສ້າງໂຄງການ ສຳເລັດໃນ ເບື້ອງຕົ້ນ ເຊິ່ງງານບຸນ ດັ່ງກ່າວ ໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 5 - 9 ເດືອນ ທັນວາ 2014 ໂດຍມີ ກອງບຸນໃຫ່ຍ ຂະໜາດຕຽງ 2 x 4 ແມັດ 1 ກອງ ພ້ອມດ້ວຍ ຕົ້ນເງິນ, ຕົ້ນຄຳ ທີ່ີມີຄວາມ ສູງຂະໜາດ...
ຫລັງປະສົບ ຜົນສຳເລັດ ການພົວພັນຮ່ວມມື ດ້ານຕ່າງໆ ລະຫວ່າງ ອົງການ ປົກຄອງແຂວງ ອັດຕະປື ສປປ ລາວ ແລະ ແຂວງ ບິງດິງ ສສ ຫວຽດນາມ ໃນຊຸມປີ ຜ່ານມາ ອັນເຮັດໃຫ້ ຄະນະຜູ້ແທນ ຂັ້ນສູງທັງສອງ ເຫັນພ້ອມກັນ ສືບຕໍ່ເສີມ ຂະຫຍາຍ ການຮ່ວມມື ໃຫ້ພົ້ນເດັ່ນ ກວ່າເກົ່າ ໃນປີນີ້ ໂດຍສະເພາະ ໃນຂົງເຂດ ການສຶກສາ, ການຄ້າ ແລະ ການບໍລິ ການຕ່າງໆ ເພື່ອນຳຜົນປະໂຫຍດ ມາສູ່ປະຊາຊົນ ຂອງ 2 ແຂວງ ດັ່ງກ່າວ. ທ່ານ ປອ. ນາມ ວິຍະເກດ ກຳມະການ ສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື...
ເພີ່ມຂີດ ຄວາມສາມາດ ການປາຖະກະຖາ ໃຫ້ພະນັກງານ ຫລັກແຫລ່ງ ອັດຕະປື. ພະນັກງານ ຫລັກແຫລ່ງ ເກືອບ 60 ຄົນ ຢູ່ແຂວງອັດຕະປື ມີຄວາມສາມາດ ການ ປາຖະກະຖາ ໂດຍປາກແລ້ວ ຫລັງກົມ ໂຄສະນາອົບຮົມ ສູນກາງພັກ ຮ່ວມກັບ ແຂວງດັ່ງກ່າວ ຈັດຊຸດອົບຮົມ ວຽກງານນີ້ ເປັນຊຸດທີ 2 ປະຈຳ ສົກປີນີ້, ຂະນະທີ່ ທ່ານ ນາງ ຫວັດສະດີ ໂຄດໂຍທາ ຮອງເລຂາ ພັກແຂວງ, ຮອງເຈົ້າ ແຂວງອັດຕະປື ຮຽກຮ້ອງໃຫ້ ນັກສຳມະນາກອນ ເປັນເຈົ້າການ ໂຄສະນາ ແນວທາງ ນະໂຍບາຍ ຂອງພັກ ໃຫ້ເກີດອັນໃໝ່ ຢູ່ທ້ອງຖິ່ນ ຮາກຖານ. ຕະຫລອດໄລຍະ 3 ມື້ ຄື:...

ດ່ານສາກົນພູເກືອ ສຳເລັດກອງປະຊູມໃຫຍ່ ຄັ້ງທີ II: ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກ ດ່ານສາກົນພູເກຶອ ໄດ້ດຳເນີນ ໃນຕອນເຊົ້າ ວັນທີ 13 ສິງຫາ 2014 ທີ່ສະໂມສອນ ຫ້ອງການດ່ານ ໂດຍການ ເປັນປະທານ ຂອງ ສະຫາຍ ກິແກ້ວ ມະນີຈັນ ເລຂາໜ່ວຍພັກ ຫົວໜ້າດ່ານສາກົນ ພູເກືອ ໃຫ້ກຽດເຂົ້າຮ່ວມ ໃນກອງປະຊຸມ ດັ່ງກ່າວມີ ສະຫາຍ ນາງ ຫວັດສະດີ ໂຄດໂຍທາ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງ ອັດຕະປື, ມີຄະນະ ຈັດຕັ້ງແຂວງ ພະນັກງາ, ສະມາຊິກ ພັກທີ ຂື້ນກັບ ຫ້ອງການ ດ່ານສາກົນ ພູເກືອ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ 40...
ລັດຖະບານ ຫວຽດນາມ ມອບຫຼຽນ ໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ແຂວງ ອັດຕະປື: ເນື່ອງໃນໂອກາດ ວັນສ້າງຕັ້ງ ສາຍພົວພັນ ການທູດ ລາວ - ຫວຽດນາມ ຄົບຮອບ 52 ປີ ແລະ ວັນເຊັນ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຮອບດ້ານລາວ - ຫວຽດນາມ ຄົບຮອບ 37 ປີ. ໃນວັນທີ 17 ເດືອນ ກໍລະກົດ 2014 ນີ້ ຢູ່ທີ່ຫໍປະຊຸມໃຫ່ຍ ຂອງແຂວງ ອັດຕະປື ໄດ້ມີພິທີ ປະດັບຫຼຽນໄຊ, ຫຼຽນກາ ໃບຍ້ອງຍໍ ຂອງລັດຖະບານ ຫວຽດນາມ ມອບໃຫ້ ກົມກອງລວມໝູ່ ແລະ ບຸກຄົນ ດີເດັ່ນ...