banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:142
ມື້ວານນີ້:ມື້ວານນີ້:363
ອາທິດນີ້:ອາທິດນີ້:2466
ເດືອນນີ້:ເດືອນນີ້:8588
ທັງໝົດ:ທັງໝົດ:890050

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ຈັດ 5 ກິດຈະກຳໃຫຍ່ ສະຫຼອງບຸນປີໃໝ່ລາວ

ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ອັດຕະປື ໄດ້ຖະແຫລງກິດຈະກຳ ໃນໂອກາດ ສະເຫລີມສະຫລອງ ກຸດສົງການ ປີໃໝ່ລາວ ປະຈຳປີ 2561 ວ່າງບໍ່ດົນມານີ້ ຕໍ່ສື່ມວນຊົນວ່າ: ບຸນປີໃຫມ່ລາວ ທີ່​ຈະ​ມາ​ຮອດ ​ໃນ­ຕໍ່­ໜ້າ​ນີ້​ກໍ​ ແມ່ນ​ງານ​ໜຶ່ງ​ ທີ່​ມີ​ຄວາມ​ໝາຍ​ ຄວາມ​ສຳ­ຄັນ​ ຕໍ່​ກັບ​ຄົນ​ລາວ ຊຶ່ງ​ເປັນ​ງານ ​ທີ່​ບົ່ງ​ບອກ​ ເຖິງ​ການ​ຮັກ­ສາ​ ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ ແລະ​ ວິ­ຖີ​ຊີ­ວິດ​ການ​ເປັນ​ ຢູ່​ຂອງ​ປະຊາ​ຊົນ​ລາວ ທີ່​ມີ​ມາ​ແຕ່​ດົນ​ນານ ທັງ​ເປັນການ​ສົ່ງ­ເສີມ​ ການ­ທ່ອງ­ທ່ຽວ​ທາງ​ ດ້ານວັດ­ທະ­ນະ­ທຳ​ ຂອງ​ລາວ​ເຮົາ ເພື່ອ​ໃຫ້​ຊາວຕ່າງ​ຊາດ ​ໄດ້​ຮັບ​ຮູ້​ນຳ, ສຳ­ລັບ​ການ​ຫ້າງຫາ​ ກະ­ກຽມ​ຄວາມ​ພ້ອມ​ ໃນ​ການ​ສະ­ເຫຼີມສະ­ຫຼອງ ​ບຸນ­ປີ­ໃໝ່​ລາວທີ່ຈະ​ໄດ້​ຈັດ​ຂຶ້ນ ໃນ​ລະ­ຫວ່າງ ວັນ​ທີ 13-16 ເມ­ສາ​ນີ້ ແລະ ເພື່ອ​ເຮັດ​ໃຫ້­ ການ​ສະ­ເຫຼີມ­ສະ­ຫຼອງ​ ມີ​ຄວາມມ່ວນ­ຊື່ນປີ​ນີ້​ ແຂວງອັດຕະປື ຈະ​ໄດ້​ຈັດ 5 ກິດ­ຈະ­ກຳ​ໃຫຍ່ ດັ່ງນີ້:

ໃນວັນທີ 12/4/2018 ມີງານປະກວດ ນາງສາວ ອັດຕະປີ ທີ່ສວນສາທາລະນະ ເລີ່ມແຕ່ເວລາ 19 ໂມງ

ວັນທີ 14 ເມສາ ມີງານຫົດ ພຣະພຸດທະຮູບ ພິທີປ່ຽນຜ້າບ່ຽງ ຢະອົງແສນວັດສະແຄະ ແລະ ການສະແດງສິລະປະວັດ ທະນະທຳເລີ່ມແຕ່ ເວລາ 12 ໂມງ,

ວັນທີ 15 ເມສາ ມີພິທີແຮ່ພຣະພຸດທະຮູບ ອ້ອມເມືອງສາມັກຄີໄຊຈຸດເຕົ້າໂຮມທີ່ວັດຫຼວງເມືອງ ໃໝ່ເລີ່ມແຕ່ເວລາ 1 ໂມງ

ວັນ 16 ເມສາ 2018 ມີພິທີບາສີມວນຊົນ ຕ້ອນຮັບປີໃໝ ່ແລະ ງານປະກວດເຂົ້າປຸ້ນເອກະລັກ ທີ່ເດິ່ນ ສວນສາທາລະນະຂອງແຂວງເລີ່ມແຕ່ເວລາ 9 ໂມງເຊົ້າ

ວັນທີ 17 ເມສາ ມີພິທີເປີດການທ່ອງທ່ຽວ ຫາດຊາຍທີ່ ບ້ານເມືອງໃໝ່ ພິເສດ ເລີ່ມແຕ່ເວລາ 6 ໂມງເຊົ້າ ມີກິລາ ຫາດຊາຍ ຊິງຂັນນາຍບ້ານ

ໃນຄະນະດຽວກັນ ຈະໄດ້ມີພິທີຕົບພະທາດຊາຍ ປະເພນີຂອງມວນຊົນເລີ່ມແຕ່ເວລາ 16 ໂມງ

ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ຍັງໃຫ້ຮູ້ຕື່ມອີກວ່າ ການຮັກສາ ວັດທະນະທຳ ແມ່ນຜົນລວມ ຂອງການສ້າງສົມ ແຫ່ງພູມປັນຍາ ທີ່ໄດ້ຮັບການຖ່າຍທອດ ສືບຕໍ່ກັນມາຂອງສັງຄົມ ເຊິ່ງກວມທັງວິຖີຊີວິດ ການເປັນຢູ່ ຂອງທັງໝົດ ຂອງສັງຄົມ ໂດຍຖືເອົາ ຄວາມສາມັກຄີ ຜູກພັນເປັນອັນໜຶ່ງ ອັນດຽວກັນ ຂອງປະຊາຊົນລາວ ບັນດາເຜົ່າ ດັ່ງນັ້ນ ເພື່ອຮັກສາ ວັດທະນະທຳ ຂອງຊາດ ໃຫ້ຍືນຍົງ ແຂວງ ອັດຕະປື ຈະໄດ້ຈັດ ກິດຈະກຳ ສະຫລອງ ກຸດສົງການ ປີໃໝ່ລາວ ພສ 2561 ຂໍເຊີນຊວນ ພໍ່ແມ່ພີ່ນ້ອງ ຊາວແຂວງ ອັດຕະປື ຫຼື ນັກທ່ອງທ່ຽວ ທີ່ມາຈາກຕ່າງແຂວງ ແລະ ຕ່າງປະເທດ ຈົ່ງເຂົ້າຮ່ວມ ໃນງານດັ່ງກ່າວ ດ້ວຍຈິດໃຈ ເບີກບານມ່ວນຊື່ນ ທັງພ້ອມກັນຮັກສາ ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມສະຫງົບ ປອດໄພຮ່ວມກັນດ້ວຍ.