ອັດຕະປື ວາງຄາດໝາຍນັກທ່ອງທ່ຽວ 160.000 ຄົນ ໃນປີ 2018

        ເຖິງເເມ່ນວ່າແຂວງ ອັດຕະປື ມີຈັງຫວະຕົວເລກ ນັກທ່ອງທ່ຽວເພິ່ມຂຶ້ນ ໃນແຕ່ລະປີ ດ້ວຍຈັງຫວະທີ່ບໍ່ໄວ ເມື່ອປຽບທຽບ ໃສ່ຫຼາຍປີທີ່ຜ່ານມາ ເຊັ່ນ: ປີ 2012 ແຂວງ ອັດຕະປື ມີນັກທ່ອງທ່ຽວສູງເຖິງ 95.404 ຄົນ, ປີ 2013 ມີນັກທ່ອງທ່ຽວ 113.151 ຄົນ, 2014 ມີນັກທ່ອງທ່ຽວ 154.846 ຄົນ, 2015 ມີນັກທ່ອງທ່ຽວ 160.223 ຄົນ, 2016 ມີນັກທ່ອງທ່ຽວ 130.773 ຄົນ ແລະ ໃນປີ 2017 (ແຜນປີໃຫ້ໄດ້ 56.878 ຄົນ) ແຕ່ຕົວຈິງມີນັກທ່ອງທ່ຽວພຽງແຕ່ 54.000 ຄົນ ເຊິ່ງເປັນຕົວເລກທີ່ຄາດ ເຄື່ອນຍ້ອນສາເຫດ ໃນຕົວ-ນອກຕົວ ແລະ ບັນຫາລວມຂອງໂລກ.

       ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າ ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ອັດຕະປື ໄດ້ຢືນຢັນຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ I ຫວ່າງບໍ່ດົນມານີ້ວ່າ:  ຕົວເລກຄາດໝາຍ ນັກທ່ຽວທ່ຽວໃນປີ 2018 ພະແນກ ຖວທ ແຂວງ ອັດຕະປື ຈະສູ້ຊົນໃຫ້ໄດ້ 160.000 ຄົນ, ຄະນະທີ່ປີ 2017 ຂາດເຄື້ອນຢູ່ກໍ່ຕາມ ເພາະວ່າປີ 2018 ແຂວງ ອັດຕະປື ໄດ້ເປີດເປັນປີ ສະເຫຼີມສະຫຼອງປີທ່ອງທ່ຽວພ້ອມກັບທົ່ວປະເທດ ແລະ ທົ່ວແຂວງ ອັດຕະປື ລວມກິດຈະກຳກຽມສະເຫຼີມ ສະຫຼອງມີທັງໝົດ 20 ກິດຈະກໍາ ທີ່ຕິດພັນກັບການທ່ອງທ່ຽວ ໃນນີ້ ທາງແຂວງຈະຕ້ອງໄດ້ມີຈຸດສຸມ ລົງທຶນຂອງພາກລັດລົງ ໃສ່ບາງກິດຈະການ ເພື່ອພັກດັນໃຫ້ການທ່ອງທ່ຽວ ຂະຫຍາຍຕົວເປັນຕົ້ນ ແມ່ນ ເສັ້ນທາງຜ່ານແຫຼ່ງທ່ອງທ່ຽວ ແຊພະ-ແຊປ້ອງໄລ, ເສັ້ນທາງບໍລິການໜ້າ ເຄື່ອນເຊກະໝານໄປ ຫາໜອງຟ້າ, ສຸມໃສ່ວາງແຜນພັດທະນາ ຜູ້ປະກອບການບໍລິການ ແຫຼ່ງທ່ອງທ່ຽວວັດທະນະ ທຳທີ່ເປັນບູລິມະສິດຂອງແຂວງ ເຊັ່ນ: ວັດທາດພະໄຊ, ວັດສະເເຄະ ຫຼື ເເຫຼ່ງທ່ອງທ່ຽວອື່ນໆ ໃຫ້ກາຍເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວມາແຂວງ ອັດຕະປື ດັ່ງນັ້ນ ວຽກທ່ອງທ່ຽວ ແມ່ນໜ້າທີ່ຂອງທົ່ວສັງຄົມ, ອົງການຈັດຕັ້ງທຸກພາກສ່ວນ, ອຳນາດການປົກຄອງ ແລະ ຫົວໜ່ວຍຜູ້ປະກອບການ, ພົນລະເມືອງທຸກຄົນຕ້ອງ ໄດ້ມີສ່ວນຮ່ວມໃນ ການພັດທະນາ ແລະ ຮັບຜົນປະໂຫຍດ ຈາກການທ່ອງທ່ຽວ.                       

      ທ່ານ ໄດ້ເວົ້າຕື່ມອີກວ່າ: ໂອກາດທີ່ແຂວງ ອັດຕະປື ເປີດປີທ່ອງທ່ຽວໃນປີ 2018 ປີນີ້ ຂໍຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງເປັນເຈົ້າພາບທີ່ດີ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ປະທັບອົກປະທັບໃຈແກ່ນັກທ່ອງທ່ຽວ ທີ່ຈະມາທ່ຽວຊົມແຂວງ ອັດຕະປື, ພ້ອມກັນເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍແຫຼ່ງທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວ, ວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີ, ອາຫານ, ເຄື່ອງນຸ່ງຫົ່ມທີ່ເປັນເອກະລັກ ແລະ ຈຸດແຂງຂອງແຕ່ລະທ້ອງຖິ່ນໃຫ້ມີຄຸນະພາບສູງເດັ່ນຂຶ້ນ ເພື່ອສ້າງຄວາມປະທັບໃຈ ແກ່ນັກທ່ອງທ່ຽວມາແລ້ວຢາກກັບມາອີກ.

ໂດຍ: ມາລາທິບ