banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:293
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2254
ເດືອນນີ້:ເດືອນນີ້:8376
ທັງໝົດ:ທັງໝົດ:889838

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ດ່ານພາສີສາກົນ ພູເກືອ ອັດຕະປື ສະຫຼຸບວຽກງານປະຈຳປີ

       ວັນທີ 17 ມັງກອນ 2018 ດ່ານພາສີສາກົນ ພູເກືອ ແຂວງ ອັດຕະປື ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າ ພະແນກການເງິນແຂວງ ອັດຕະປື, ມີ ທ່ານ ບຸນມີ ເພັດໂກສົນ ຮອງຫົວໜ້າຄຸ້ມຄອງດ່ານສາກົນພູເກືອ, ທ່ານ ລົດສະນີ ສີຫາວົງ ຮອງຫົວໜ້າກອງຄຸ້ມຄອງພາສີ VII ຫົວໜ້າດ່ານພາສີສາກົນພູເກືອ ບັນດາທ່ານຄະນະກອງກວດກາພາສີປະຈຳແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ດ່ານສາກົນພູເກືອ ເປັນດ່ານໜຶ່ງທີ່ມີຄວາມ ສຳຄັນທາງດ້ານຍຸດທະສາດ ເສດຖະກິດ-ການເມືອງ ແລະ ວັດທະນະທຳສັງຄົມກັບຕ່າງປະເທດ ເຊິ່ງດ່ານດັ່ງກ່າວຕັ້ງຢູ່ເມືອງ ພູວົງ ແຂວງ ອັດຕະປື, ມີພົມແດນຕິດຈອດກັບດ່ານພາສີສາກົນ ເບີ່ອີ ສສ ຫຽດນາມ, ຜ່ານການຈັດຕັ້ງເຄື່ອນ ໄຫວການຊີ້ນຳໆພາຈາກຄະນະຄຸ້ມຄອງດ່ານ ພາສີສາກົນ ພູເກືອ ແຂວງ ອັດຕະປື ໃນສົກປີ 2017 ຜ່ານມາ ເຫັນວ່າ ຄະນະພັກ-ຄະນະນຳຂອງກົມພາສີ ກໍ່ຄື ກອງຄຸ້ມຄອງພາສີ ແລະ ຄະນະດ່ານໄດ້ເອົາໃນໃສ່ສຶກສາອົບຮົມພະນັກງານໃຫ້ມີເເນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັ້ນຕໍ່ການຊີ້ນຳໆພາຂອງພັກ-ລັດ, ການຈັດຕັ້ງປະຕິບັດບໍລິຫານ ວຽກງານໄດ້ສະດວກວ່ອງໄວ ຖືກຕ້ອງຕາມລະບຽບກົດໝາຍ ແລະ ນີ້ຕິກຳເປັນບ່ອນອີງໃນການຈັດຕັ້ງປະຕິບັດທາງດ້ານວິຊາສະເພາະ ຮັບປະກັນໄດ້ຄວາມຖືກຕ້ອງໃນການຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ແລະ ລື່ນແຜນການທີ່ທາງຂັ້ນເທິງມອບໝາຍໃຫ້. ກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ພ້ອມ ກັນປະກອບຄຳຄິດຄຳເຫັນໃສ່ໃນບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອໃຫ້ໄດ້ຮັບປະກັນໃນການ ຈັດຕັ້ງປະຕິບັດການຈັດ ເກັບລາຍຮັບບັນລຸຕາມຄາດໝາຍທີ່ວາງໄວ້.

    ຕອນທ້າຍ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ ອັດຕະປື ກໍ່ຍັງໄດ້ເນັ້ນໃຫ້ຄະນະຄຸ້ມຄອງດ່ານ ກໍ່ຄື ດ່ານພາສີສາກົນພູເກືອ ຈົ່ງພ້ອມກັນເພີ່ມທະວີຈັດຕັ້ງປະຕິບັດໃຫ້ວ່ອງໄວ ແລະ ໂປ່ງໃສສອດຄ່ອງກັບລະບຽບກົດໝາຍ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ, ພ້ອມກັນເອົາໃຈໃສ່ຕໍ່ການປັບປຸງການຈັດຕັ້ງ, ຈັດວາງບຸກຄະລາກອນໃຫ້ສອດຄ່ອງກັບລະບຽບການຄຸ້ມຄອງ, ເພີ່ມທະວີການປະສານສົມທັບກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເອົາໃຈໃສ່ການສະກັດກັ້ນການ ລັກລອບສິນຄ້າພາສີໃສທຸກຮູບແບບ ໂດຍສະເພາະ ການລັກລອບສົ່ງອອກໄມ້, ການຄຸ້ມຄອງການນຳເຂົ້າ, ການເຄື່ອນຍ້າຍນ້ຳມັນເຊື້ອໄຟ, ການຄຸ້ມຄອງການນຳເຂົ້າສິນຄ້າຍົກເວັນພາສີ, ສິນຄ້າປອດສານພິດ ແລະ ອື່ນໆຢ່າງເປັນເຈົ້າການ.

ໂດຍ: ມາລາທິບ