banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:4
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1393
ເດືອນນີ້:ເດືອນນີ້:7515
ທັງໝົດ:ທັງໝົດ:888977

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື ຊຸກຍູ້ສື່ມວນຊົນໂຄສະນາປີ ທ່ອງທ່ຽວ ລາວ 2018: ວຽກງານທ່ອງທ່ຽວ ແມ່ນ ປັດໄຈ ໜຶ່ງທີ່ສຳຄັນໃນການປະກອບສ່ວນ ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ ກໍຄື ພໍ່ແມ່ປະຊາຊົນຜູ້ທີ່ເຂົ້າຮ່ວມ ໄດ້ປະກອບສ່ວນ ແກ້ໄຂຄວາມທຸກຍາກນັບມື້ຫລຸດລົງເທື່ອລະກ້າວ ແລະ ເພື່ອເຮັດໃຫ້ແຂກ ທັງພາຍໃນ ແລະ ຕ່າງປະເທດ ສົນໃຈເຂົ້າ ມາທ່ອງທ່ຽວ ແຂວງ ອັດຕະປື ຫລາຍຂຶ້ນໃນໂອກາດໄລຍະເປີດປີ ທ່ອງທ່ຽວລາວ 2018 ຕາມແຜນການ ຂອງລັດຖະບານວາງໄວ້ນັ້ນ.

ວັນທີ 10 ພະຈິກ ຜ່ານມານີ້ ທ່ານ ນາງ ບຸນນານ ບຸນນະແສງ ກໍາມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ຮອງປະທານຄະນະກໍາມະການຈັດງານປີ ທ່ອງທ່ຽວ ລາວ 2018 ໄດ້ຊຸກຍູ້ໃຫ້ສື່ມວນຊົນພາຍໃນແຂວງ ອັດຕະປື ສຸມໃສ່ການໂຄສະນາປີທ່ອງທ່ຽວລາວລາວ 2018 ໃຫ້ກວ້າງຂວາງກ່ວາເກົ່າ ໂດຍສະເພາະ ​ແມ່ນໃຫ້ເອົາໃຈໃສ່ໂຄສະນາ​ເຜີຍແຜ່​ວັດທະນະທຳອັນ​ດີງາມຂອງຊາດ, ປະຫວັດສາດ​ອັນ​ເປັນມູນເຊື້ອ​ຂອງ​ລາວ ແລະ ຄວາມ​ອຸດົມ​ສົມບູນ​ຮັ່ງມີ​ທາງ​ດ້ານ​ທຳ​ມະຊາດ ເຊິ່ງບາງຕອນ ທ່ານ ກ່າວວ່າ: ສຳລັບການເປີດປີ ທ່ອງທ່ຽວ ລາວ 2018 ແຂວງ ອັດຕະປື ມາຮອດປັດຈຸບັນ ທາງອົງການການປົກຄອງແຂວງ ກໍ່ໄດ້ມີການກໍານົດເອົາຫຼາຍໆກິດຈະກໍາ ແລະ ມີຄວາມພ້ອມສຳເລັດໃນຫຼາຍດ້ານ ເປັນຕົ້ນ ໄດ້ສໍາເລັດການແຕ່ງຕັ້ງອະນຸກໍາມະການໃນການຈັດງານຂັ້ນແຂວງ, ສໍາເລັດການກໍານົດບັນດາກິດຈະກໍາຕ່າງໆ ທີ່ຈະສະເຫຼີມສະຫຼອງ, ເຊິ່ງໃນນີ້ ມີ 2 ກິດຈະກໍາທີ່ຖືກບັນຈຸເຂົ້າໃນງານສະເຫຼີມສະຫຼອງລະດັບຊາດ ເຊັ່ນ: ມີງານບຸນນະມັດສະການພະເຈົ້າໄຊຍະເສດຖາທິລາດທີ່ບ້ານວັດທາດ ເມືອງໄຊເສດຖາ ແລະ ງານຕ້ອນຮັບຂະບວນຄາລາວານລົດຈາກນະຄອນຫຼວງ ວຽງຈັນ ຄືນສູ່ ແຂວງພາກາງ ແລະ ພາກໃຕ້ ທີ່ ເມືອງ ອົງການນະຄອນ (ເມືອງ ໄຊເສດຖາ) ພ້ອມນີ້ ກໍ່ຍັງມີກິດຈະກໍາຮ່ວມ ໂດຍຖືເອົາງານບຸນປະເພນີ້ ຂອງແຕ່ລະຊົນເຜົ່າທີ່ມີສີສັນແຕກຕ່າງກັນໃນ 11 ຊົນເຜົ່າພາຍໃນແຂວງ ໃນນີ້ ປະກອບມີ ບຸນປະເພນີໄຂປະຕູເລົ້າຂອງເຜົ່າໂອຍ ຢູ່ບ້ານ ອິນທີ ເມືອງສະໜາມໄຊ, ບຸນເຂົ້າບ້ານຂອງເຜົ່າເບຣົາຢູ່ ບ້ານ ວັງຍາງ ເມືອງພູວົງ, ບຸນປີໃໝ່ລາວ, ພິທີປ່ຽນຜ່າບ່ຽງ ຢະອົງແສນ ທີ່ ບ້ານ ວັດສະແຄະ ເມືອງໄຊເສດຖາ, ບຸນບັ້ງໄຟ ບ້ານ ວັດຫຼວງ ເມືອງໄຊເສດຖາ, ບຸນຊ່ວງເຮືອປະຈໍາປີ ທີ່ເທດສະບານ ແຂວງ ອັດຕະປື, ບຸນກິນເຂົ້າໃໝ່ ເຜົ່າຕະຫຼຽງຢູ່ ເມືອງຊານໄຊ, ບຸນນະມັດສະການ ພະເຈົ້າໄຊຍະເສດຖາທິລາດຢູ່ ເມືອງອໄຊເສດຖາ, ພິທີກໍາງານຜ່າໜອງຫາປາແບບພື້ນບ້ານ ຢູ່ບ້ານຫີນລາດ ເມືອງສະໜາມໄຊ ແລະ ພິທີສະຫຼອງສວນຫຼັກເມືອງ ຂອງແຂວງ, ນອກຈາກງານບຸນປະເພນີຕ່າງໆຂອງແຕ່ລະຊົນເຜົ່າແລ້ວ ​ແຂວງ​ ອັດຕະປື ຍັງມີແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າສົນໃຈ ເປັນຕົ້ນ ທາງທໍາມະຊາດ ມີນໍ້າຕົກຕາດແຊພະ ແລະ ນໍ້າຕົກຕາດແຊປອງໄລທີ່ສວຍສົດງົດງາມ ທີ່ເມືອງ ສະໜາມໄຊ, ມີຕາດຫົວຄົນ-ລີສອດຕາດແຝດ ແລະ ຕາດຈໍ, ສ່ວນແຫຼ່ງທ່ອງທ່ຽວທາງປະຫວັດສາດມີ ເສັ້ນທາງໂຮ່ຈິມິນ, ຊາກລົດຕັງ ແລະ ລູກສອນໄຟ, ສະຖານທີ່ໝັ້ນການປະຕິວັດເຂດລາວໃຕ້ ແລະ ຮ່ອງຮອຍ ເມືອງ ອົງການເກົ່າ, ພ້ອມດຽວກັນນັ້ນ ແຂວງອັດຕະປື ຍັງມີອາຫານພື້ນບ້ານ ທີ່ເປັນເອກະລັກສະເພາະ ທີ່ແຂວງ ອື່ນບໍ່ມີ ເປັນຕົ້ນ: ໝົກໃບໝາກຫຸ່ງ, ຊີ້ນຕະໂນດ, ແຈ່ວປາເຕົ່າ ແລະ ອື່ນໆ.

ດັ່ງນັ້ນ ນັກສື່ມມວນຊົນ ຕ້ອງໄດ້ພ້ອມກັນ ເອົາໃຈໃສ່ ຊຸກຍູ້ປະຊາຊົນ, ຊຸກຍູ້ບັນດາກິດຈະກຳຕ່າງໆໃຫ້ຕິດພັນກັບ ປີທ່ອງທ່ຽວໃນທົ່ວປະເທດ ກໍຄື ລະດັບແຂວງ ພ້ອມກັນເຮັດແນວໃດ ເພື່ອໃຫ້ແຂກຄົນພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊົມວັດທະນະທຳ ອັນດີງາມຂອງຊົນເຜົ່າ ກໍ່ຄື ຂອງຊາດ , ເອົາໃຈໃສ່ພ້ອມກັນຊຸກຍູ້ຜູ້ປະກອບການ ຮ້ານ ອາຫານ, ເຮືອນພັກ ແລະ ໂຮງແຮມຕ້ອງໄດ້ປັບປຸງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດ, ປັບປຸງມາລະຍາດ ເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ປັບປຸງແຫລ່ງທ່ອງທ່ຽວ ໃຫ້ມີຄວາມສວຍງາມ ແລະ ມີຄວາມອຸດົມສົມບູນ ໄປດ້ວຍຊີວະນາໆພັນ ພິເສດ ໃນໂອກາດປີທ່ອງທ່ຽວທີ່ວັນເວລາກຳລັງຖອຍຫຼັງເຂົ້າມາໃກ້ນີ້ ຂໍເຊີນຊວນນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມ ເຊິ່ງຊາວ ອັດຕະປື ຍິນດີຕ້ອນຮັບ ແຂກທຸກພາກສ່ວນ ຕະຫລອດເວລາ.

ໂດຍ: ມາລາທິບ