ຂະແໜງທ່ອງທ່ຽວ ອັດຕະປື ຍົກລະດັບ ການບໍລິການ ເພື່ອຮັບໃຊ້ ປີທ່ອງທ່ຽວ: ເພື່ອເຮັດໃຫ້ ການພັດທະນາ ການທ່ຽວທ່ຽວ ໃນ ສປປ ລາວ ກໍ່ຄື ແຂວງ ອັດຕະປື ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ທັງໃຫ້ມີ ຄຸນນະພາບ ໃນລະດັບ ສາກົນ ກຽມພ້ອມ ໃສ່ເປີດປີທ່ອງທ່ຽວລາວ ປີ 2018 ທີ່ຈະມາເຖິງນີ້.

ມາໃນວັນທີ 17 ຕຸລາ 2017 ຂະແໜງ ທ່ອງທ່ຽວ ພະແນກ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດ ຊຸດອົບຮົມ ການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ໃຫ້ນັກທຸລະກິດ ຮ້ານອາຫານ ໃນລະດັບຂັ້ນທ້ອງຖິ່ນ ຢູ່ເມືອງ ພູວົງ ແຂວງ ອັດຕະປື ໂດຍການ ເປັນປະທານ ແລະ ກ່າວເປີດ ຂອງ ທ່ານ ກົງຈັກ ສີສະຫວາດ ຮອງຫົວໜ້າ ພະແນກ ຖວທ ແຂວງ, ມີ ທ່ານ ນາງ ພວງສິດ ໄຊສົງຄາມ ຮອງ ເຈົ້າເມືອງໆ ພູວົງ ພ້ອມດ້ວຍ ນັກວິທະຍາກອນ ຈາກຂະແໜງ ທ່ອງທ່ຽວ, ພະນັກງານ ຖວທ ເມືອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ຊຸດຝຶກອົບຮົມ ຄັ້ງນີ້ ແມ່ນຈະໄດ້ ດຳເນີນໄປ ເປັນເວລາ 3 ວັນ ເຊິ່ງ ໃນຕະຫຼອດ ໄລຍະ 3 ວັນນັ້ນ ບັນດານັກສຳມະນາກອນ ຈະໄດ້ສຶກສາ ເລື່ອງລະດັບ ຄວາມຮູ້ທົ່ວໄປ ໃນລະດັບທ້ອງຖິ່ນ ກ່ຽວກັບການ ບໍລິການ ພັກແຮມ, ການບໍລິການ ອາຫານ ແລະ ເຄື່ອງດື່ມ, ໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງ ການເປັນແມ່ ເຮືອນທີ່ດີ ເຊິ່ງມີທາງ ດ້ານທິດສະດີ ແລະ ພາກປະຕິບັດ ຕົວຈິງ ເຊັ່ນ: ຮຽນຮູ້ວິທີພັບ ຜ້າຊັດໂຕ ທີ່ເປັນຮູບ ຕ່າງໆ, ວິທີ ແກະສະຫຼັກ ໝາກໄມ້ສົດ, ການຈັດ ໂຕະອາຫານ ແລະ ວິທີການ ຕົບແຕ່ງອື່ນໆ.

ສຳລັບ ການຝຶກອົບກ່ຽວ ກັບການ ບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຢູ່ທີ່ເມືອງ ພູວົງ ແຂວງ ອັດຕະປື ແມ່ນເປັນ ເທື່ອທີ 3 ສ່ວນ ເທື່ອທີ 1 ແມ່ນ ຢູ່ເມືອງ ສາມັກຄີໄຊ ມີຈຳນວນ ຄົນເຂົ້າຮ່ວມ 19 ຄົນ, ເທື່ອທີ 2 ຢູ່ເມືອງ ສະໜາມໄຊ ມີຈຳນວນ ຄົນເຂົ້າຮ່ວມ 24 ຄົນ ໂດຍ ມີທັງພາກ ລັດ ແລະ ພາກສ່ວນທຸລະກິດ, ເມືອງ ພູວົງ ແມ່ນ ເມືອງໜຶ່ງ ຂອງແຂວງ ອັດຕະປື ປັດຈຸບັນ ທົ່ວເມືອງ ມີບ້ານພັກ 5 ແຫ່ງ, ຮ້ານບັນເທີງ 2 ແຫ່ງ ແລະ ຮ້ານອາຫານມີ 13 ແຫ່ງ.

ຈຸດປະສົງ ຂອງການ ຝຶກອົບຮົມ ແມ່ນ ເປັນການຍົກ ລະດັບພັດ ທະນາຄວາມຮູ້ ຕໍ່ວຽກງານ ການບໍລິການ ເປັນການ ເພີ່ມຄວາມ ຊຳນິຊຳນານ ແລະ ການປ່ຽນແປງ ບາງທັດສະນະຄະຕິ ຂອງບຸກຄົນ, ສາມາດ ປະຕິບັດ ວຽກງານດ້ານການ ບໍລິການ ໃຫ້ເຂົ້າເຖິງ ບະບຽບຂອງ ອາຊຽນ ກຳນົດໄວ້, ນຳເອົາ ຄວາມຄິດ ແລະ ບົດຮຽນ ອັນລ້ຳຄ່ານີ້ ໄປປັບປຸງ ຕົນເອງ ໃຫ້ມີ ຄຸນນະພາບ ທຽບທັນກັບ ປະເທດໃກ້ຄຽງ ຫຼື ພາຍໃນ ປະເທດຂອງຕົນ ດີຂຶ້ນ ເທື່ອລະກ້າວ.

ໂດຍ: ມາລາທິບ