ພິທີປະກາດ ການຈັດຕັ້ງ ຮອງຫ້ອງການ ປກຊ-ປກສ ແຂວງອັດຕະປື ຈັດຕັ້ງຂື້ນ ໃນຕອນເຊົ້າ ວັນທີ 30 ສິງຫາ 2017 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານ ອົງການ ປົກຄອງແຂວງ ໂດຍການ ເປັນປະທານຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ມີທ່ານ ພັທ ພູວັນ ສາຍດອນຂຽວ ຫົວໜ້າຫ້ອງການ ປກຊ-ປກສ ພ້ອມດ້ວຍ ພະນັກງານ, ວິຊາການ ແລະ ແຂກເຊີນ ເຂົ້າຮ່ວມ. ໃນພິທີ ທ່ານ ບົວໄລ ກົມມະສິດ ຮອງຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານ ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງ ພະນັກງານ: ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ທ່ານ ພັທ ຄຳພູ ສາຍດອນໂຂງ ແລະ ທ່ານ ພັັຕ ຫົງຄຳ ແກ້ວຈັນທາ ເປັນຮອງຫົວໜ້າ ຫ້ອງການ ປກຊ-ປກສ ແຂວງອັດຕະປື. ໃນຕອນທ້າຍ ຂອງພິທີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ໄດ້ໃຫ້ກຽດ ໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງ ຄວາມຊົມເຊີຍ ຕໍ່ການປັບປຸງ ລະບົບ ການຈັດຕັ້ງ ໃນຄັ້ງນີ້ ພ້ອມທັງ ຕີລາຄາສູງ ຕໍ່ພາລະບົດບາດ ຂອງຫ້ອງການ ປກຊ-ປກສ ທີ່ເປັນເສນາທິການ ໃນແກ່ການນຳ ຂອງແຂວງ ໃນການກຳແໜ້ນ ສະພາບລວມຕ່າງໆ ແລະ ສະແດງຄວາມ ເຊື່ອໝັ້ນ ຕໍ່ຄະນະທີ່ຖືກ ແຕ່ງຕັ້ງໃໝ່ ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ ຕາມຄວາມຮັບຜິດຊອບ ໃຫ້ສູງເດັ່ນຂື້ນ.