banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:570
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1959
ເດືອນນີ້:ເດືອນນີ້:8081
ທັງໝົດ:ທັງໝົດ:889543

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຫ້ອງວ່າການແຂວງ ມອບເຂົ້າສານໜຽວ ອວຍພອນປີໃໝ່ ຊາວ ຫວຽດນາມ: ຕອນແລງ ວັນທີ 16 ມັງກອນ 2017 ທີ່ຫ້ອງວ່າການແຂວງ ໄດ້ມີພິທີ ມອບເຂົ້າ ສານໜຽວ ຈຳນວນ 600 ກິໂລ ໃຫ້ 4 ບໍລິສັດ ທີ່ດຳເນີນທຸລະກິດ ຢູ່ແຂວງອັດຕະປື ຄື: ບໍລິສັດໂກເອໂກ ສສ ຫວຽດນາມ, ບໍລິສັດ ຫີນປະເສີດ ລາວ-ຈີນ, ບໍລິສັດ ຮວາງແອ໋ງ ອັດຕະປື ແລະ ບໍລິສັດ TTC ໂຮງງານ ນໍ້າຕານ, ໃຫ້ກຽດກ່າວມອບ ໂດຍແມ່ນ ທ່ານ ສຸລິສັກ ເດດພະຈັນ ຮອງຫົວໜ້າ ຫ້ອງວ່າການ, ຕາງໜ້າ ການນຳແຂວງ, ກ່າວຮັບ ໂດຍແມ່ນ ຜູ້ຕາງໜ້າ 4 ບໍລິສັດ ດັ່ງກ່າວ. ຈຸດປະສົງ ໃນການມອບ ເຂົ້າສານໜຽວ ຄັ້ງນີ້ ກໍ່ເພື່ອເປັນ ການອວຍພອນ ບັນດາບໍລິສັດ ທີ່ດຳເນີນທຸລະກິດ ຢູ່ແຂວງອັດຕະປື ເນື່ອງໃນໂອກາດ ບຸນປີໃໝ່ ຂອງຊາວ ຫວຽດນາມ ແລະ ຊາວຈີນ ທັງເປັນການ ເສີມສ້າງຄວາມ ສາມັກຄີ ຜູກພັນ ລະຫວ່າງແຂວງ ແລະ ນັກທຸລະກິດ ເພື່ອພ້ອມກັນ ພັດທະນາ ເສດຖະກິດ-ສັງຄົມ ແຂວງອັດຕະປື ໃຫ້ມີການ ຂະຫຍາຍຕົວ ແບບກ້າວກະໂດດ.