ຮາກຖານພັກ ຫ້ອງວ່າການແຂວງ ມອບບັດແດງ ໃຫ້ສຳມະຊິກພັກ: ໂດຍປະຕິບັດ ຕາມກົດລະບຽບ ຂອງພັກ ໃນການມອບບັດແດງ ໃຫ້ແກ່ສຳມະຊີກ ພັກສົມບູນ ຜູ້ທີ່ມີເງື່ອນໄຂ ມາດຖານ ຄົບຖ້ວນ ຕາມກົດລະບຽບ ພັກວາງອອກ ໃຫ້ທັນກັບ ໄລຍະເວລາ ແລະ ສະພາບ ການຕົວຈິງ ດັ່ງນັ້ນ, ໃນຕອນ ເຊົ້າວັນສຸກ ວັນທີ 5 ສິງຫາ 2016 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ຫຼັງໃໝ່ ໄດ້ຈັດພິທີ ມອບບັດແດງ ໃຫ້ສຳມະຊິກພັກຂື້ນ ຢ່າງສົມກຽດ ໂດຍການເປັນ ປະທານຂອງ ສະຫາຍ ທະນູໄຊ ບັນຊາລິດ ກຳມະການພັກແຂວງ ເລຂາຄະນະພັກ ຮາກຖານ ຫົວໜ້າ ຫ້ອງວ່າການແຂວງ ມີສຳມະຊິກພັກ ສົມບູນ, ສຳມະຊິກພັກ ສຳຮອງ ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ 30 ກວ່າຄົນ. ໃນພິທີ ສະຫາຍ ພູຂົງ ອ້ວນບຸບຜາ ຄະນະພັກຮາກຖານ ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການ ຮັບຮອງການອອກບັດ, ມອບບັດ ໃຫ້ສຳມະຊິກ ພັກສົມບູນ ຊຸດທີ່ VII ຂອງແຂວງ ອັດຕະປື, ສະເພາະ ໜ່ວຍພັກ ຮາກຖານ ຫ້ອງວ່າການແຂວງ ມີຜູ້ໄດ້ຮັບບັດແດງ ຈຳນວນ 13 ສະຫາຍ ໃຫ້ກຽດ ມອບບັດແດງ ໃນຄັ້ງນີ້ ໂດຍແມ່ນ ສະຫາຍ ທະນູໄຊ ບັນຊາລິດ ກຳມະການ ພັກແຂວງ ເລຂາຄະນະພັກ ຮາກຖານ ຫົວຫນ້າ ຫ້ອງວ່າການແຂວງ ໂອກາດດັ່ງກ່າວ ສະຫາຍ ຍັງໄດ້ ໃຫ້ກຽດ ໂອ້ລົມ ເຊິ່ງນອກຈາກ ສະແດງຄວາມ ຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ຮັບ ບັດແດງແລ້ວ ສະຫາຍ ຍັງໄດ້ຍົກໃຫ້ເຫັນ ຄວາມສຳຄັນ ຂອງບັດແດງ ຕະຫຼອດເຖິງ ການນຳໃຊ້ ໃຫ້ຖືກຕ້ອງ ສອດຄ່ອງ ກັບກົດລະບຽບ ຂອງພັກ ຢ່າງເຂັ້ມງວດ ເພື່ອຍົກສູງບົດບາດ ອິດທິພົນຂອງພັກ; ໂອກາດດຽວກັນ ສະຫາຍ ຍັງໄດ້ຮຽກຮ້ອງ ມາຍັງສຳມະຊິກພັກ ຮາກຖານຫ້ອງວ່າການ ທຸກສະຫາຍ ຈົ່ງເຊີດຊູຄວາມ ຮັບຜິດຊອບ ເປັນແບບຢ່າງທີ່ດີ ປະຕິບັດໜ້າທີ່ ວຽກງານໃຫ້ສຳເລັດ ເພື່ອສ້າງໜ່ວຍພັກ ຮາກຖານ ຫ້ອງວ່າການແຂວ ງໃຫ້ສາມາດປະກາດ ເປັນໜ່ວຍພັກແຂງ ຮູ້ນຳພາຮອບດ້ານ ໃນຕໍ່ໜ້າ.