banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:79
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2324
ເດືອນນີ້:ເດືອນນີ້:13179
ທັງໝົດ:ທັງໝົດ:880355

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ຕົວເລກຜູ້ເສຍຊີວິດຜູ້ເສຍຊີວິດຍັງຈັ້ງຢູ່ຄືເກົ່າ

    ຄະນະຮັບຜິດຊອບກ່ຽວຂ້ອງພ້ອມເຈົ້າຫນ້າສະເພາະກິດກອບກູ້ ແລະ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມລາຍງານຫລ້າສຸດໃນວັນທີ 31 ກໍລະກົດ 2018 ນີ້ວ່າຕົວເລກຜູ້ເສຍຊີວິດຍັງຈັ້ງຢູ່ 11 ສົບ ແລະ ຜູ້ສູນຫາຍ 120 ກວ່າຄົນ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື ພາຍຫລັງເກີດເຫດນໍ້າຖ້ວມ 9 ວັນຜ່ານມາ ຂະນະທີ່ເຈົ້າຫນ້າທີ່ສະເພາະກິດທັງ ສປປ ລາວ ແລະ ຕ່າງປະເທດຍັງສືບຕໍ່ຊອກຄົ້ນ ແລະ ກອບກູ້ຜູ້ສູນຫາຍຢ່າງຕໍ່ເນື່ອງ. 

     ຄະນະດຽວກັນ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ຽວທ່ຽວ ພ້ອມຄະນະກ່ຽວຂ້ອງຂັ້ນສູນກາງ ໄດ້ລົງຢ້ຽມຢາມຊຸກຍູ້ການປະຕິບັດພາລະກິດຂອງເລົ່າ ສື່ມວນຊົນ ປະຈຳພາກສະໜາມ ຢູ່ພື້ນທີ່ບ້ານໃໝ່ໜຶ່ງທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຮຸ່ນແຮງ.

    ມາຮອດປັດຈຸບັນ ສ່ວນຍອດ ການຊ່ວຍເຫລືອ ດ້ານສິ່ງຂອງອຸປະໂພກ-ບໍລິໂພກ, ເຂົ້າສານອາຫານແຫ້ງ, ເຄື່ອງຫົ່ມ ແລະ ເງິນທີ່ໄດ້ຮັບ ຈາກອົງການຈັດຕັ້ງ ພາກລັດ-ສາກົນ, ບໍລິສັດ, ຕ່າງປະເທດ, ນັກທຸລະກິດ ແລະ ອື່ນໆພາຍໃນແຂວງດັ່ງທຸລະເກືອບ 50 ຕື້ກີບ.

    ແນວໃດກໍ່ຕາມ ເຈົ້າໜ້າທີ່ອຳນາດການປົກຄອງແຂວງ ອັດຕະປື ຍັງຍິນດີຕ້ອນຮັບເອົາເຄື່ອງ ຊ່ວຍເຫລືອ ຈາກທຸກພາກສ່ວນທີ່ຈິງໃຈປະກອບສ່ວນທັງພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ ເພາະມີສາງເກັບມ້ຽນສິ່ງຂອງ ທາງແຂວງ ແລະ ເມືອງ ຢ່າງພຽງພໍ.

     ແຈ້ງໃຫ້ຮູ້ຕື່ມອີກວ່າ ໃນເມືອງ ສະໜາມໄຊ ແຂວງ ອັດຕະປື ມີ 13 ບ້ານ, ກັບ 7.000 ກວ່າຄົນໄດ້ຮັບຜົນກະທົບ ສ່ວນບ້ານທີ່ໄດ້ຮັບຜົນກະທົບຫນັກທີ່ສຸດມີ 6 ບ້ານ ຄະນະນີ້ ຫນ່ວຍກູ້ໄພ ຍັງໄດ້ເຂົ້າໄປຊ່ວຍ ເຫລືອທັງຫມົດມີ 4 ຄະນະຄື: ສປປ ລາວ, ສປ ຈີນ, ໄທ ແລະ ອື່ນໆ.