banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:371
ມື້ວານນີ້:ມື້ວານນີ້:449
ອາທິດນີ້:ອາທິດນີ້:1724
ເດືອນນີ້:ເດືອນນີ້:11077
ທັງໝົດ:ທັງໝົດ:892539

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ໜ່ວຍກູູ້ໄພ ຍັງສືບຕໍ່ຄົ້ນຫາຜູ້ສູນຫາຍຢາກໄພພິບັດນ້ຳຖ້ວມຢູ່ເມືອງ ສະໜາໄຊ

      ຍາດພີ່ນ້ອງຂອງ ຜູ້ທີ່ສູນຫາຍຍັງຕັ້ງຄວາມຫວັງ ແລະ ຄອງຄອຍຈະ ໄດ້ເຫັນຍາດພີ່ນ້ອງ ຜູ້ທີ່ພັດພາກຈາກ ມະຫາອຸທົກກະໄພທີ່ ເມືອງ ສະໜາມໄຊ ແຂວງອັດຕະປື ຈາກໜ່ວຍກູ້ໄພທີ່ມາ ຈາກຫຼາຍແຫ່ງທັງພາຍໃນ ແລະ ປະເທດໃກ້ຄຽງທີ່ຍັງ ສືບຕໍ່ຄົ້ນຫາເປັນມື້ທີ 4 ທ່າມກາງສາຍຝົນທີ່ຍັງສືບຕໍ່ຕົກລົງມາເປັນໄລຍະ. ນັບແຕ່ມື້ທີ່ອຸທົກກະໄພສັນເຂື່ອນເຊນ້ຳນ້ອຍ-ເຊປຽນແຕກກາງ ຄືນຂອງວັນທີ 23 ຜ່ານມາເຮັດ ໃຫ້ມວນນ້ຳມະຫາສານ ໄດ້ພັດເອົາເຮືອນຊານ ບ້ານຊ່ອງ, ຊັບສິນ, ງົວຄວາຍ ແລະ ປະຊາຊົນທັງເດັກນ້ອຍ ແລະ ຜູ້ເຖົ້າຈໍານວນບໍ່ໜ້ອຍ ໄດ້ສູນຫາຍໃນຈຳນວນ 13 ບ້ານ ໄດ້ຮັບຜົນກະທົບ ແລະ ກະທົບເເຮງ 6-7 ບ້ານທີ່ຢູ່ຕາມແຄມ ແມ່ນໍ້າເຊປຽນ ເມືອງ ສະໜາມໄຊ, ແຂວງອັດຕະປື.

     ລ້າສຸດ ໃນມື້ວັນທີ 27/7/2018 ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ໄດ້ຖະແຫລງການ ຄວາມຄືບຫນ້າຂອງຄະນະ ຊີ້ນຳພາກສະໜາມການ ປະຕິບັດວຽກກູ້ໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ວ່າ: ສະຖານະການລວມ ຂອງຄະຄວບຄຸມໄພພິບັດ ແມ່ນຍັງໜັກໜ່ວງ ເຖິງແມ່ນວ່າລະດັບນໍ້າກຳລັງຫລຸດ ລົງຕາມລຳດັບກໍ່ຕາມ ການເຂົ້າຫາພື້ນທີ່ເພື່ອຊອກຄົ້ນກູ້ໄພ ແລະ ການຊ່ວຍເຫຼືອບັນເທົາ ທຸກຂັ້ນຕົ້ນຂອງໜ່ວຍງານ ຍັງສືບຕໍ່ສຸມກຳລັງເຂົ້າຊ່ວຍ ເຫຼືອຢ່າງເຕັມກຳລັງ ເຮັດວຽກທັງເວັນທັງ ຄືນຢ່າງສຸດຄວາມສາມາດ, ສະພາບຝົນຍັງ ສືບຕໍ່ຕົກແຕ່ບໍ່ເເຮງ ເຮັດໃຫ້ເປັນອຸປະສັກ ແກ່ການປະຕິບັດການ ເປັນຕົ້ນ ແມ່ນການເຄື່ອນຍ້າຍຜູ້ທີ່ຍັງ ຄ້າງຕິດຄ້າງຢູ່ຕາມຈຸດຕ່າງໆ. ທ່ານ ວ່າ: ມາຮອດປັດຈຸບັນ ສາມາດເຄື່ອນຍ້າຍ ປະຊາຊົນຜູ້ປະສົບໄພພິບັດ ເຂົ້າມາຈຸດ ຫຼື ສູນພັກຊົ່ວຄາວຂອງຜູ້ປະສົບໄພ ໄດ້ຈໍານວນ 3.732 ຄົນ ສະເພາະ ໃນວັນທີ 27 ວານນີ້ ລວມຈໍານວນຈໍານວນຜູ້ຍົກຍ້າຍມາ ຢູ່ສູນພັກຊົ່ວຄາວຕື່ມອີກ 72 ຄອບຄົວ ມີຈໍານວນ 413 ຄົນ, ຍິງ 199 ຄົນ. ໃນນີ້ ມາຈາກບ້ານ ຫີນລາດ 12 ຄອບຄົວ, ມີຈຳນວນ 64 ຄົນ, ຍິງ 25 ຄົນ, ບ້ານ ທ່າແສງຈັນ ມີ 4 ຄອບຄົວ, ມີຈໍານວນ 21 ຄົນ, ຍິງ 8 ຄົນ, ບ້ານທ່າຫີນ ມີ 9 ຄອບຄົວ ມີຈໍານວນ 34 ຄົນ, ຍິງ 16 ຄົນ, ບ້ານ ສະໝອງໃຕ້ ມີ 3 ຄອບຄົວ ມີຈໍານວນ 18 ຄົນ, ຍິງ 7 ຄົນ, ບ້ານໃໝ່ ມີ 1 ຄອບຄົວ ມີຈໍານວນ 4 ຄົນ, ຍິງ 1 ຄົນ, ບ້ານໃຫຍ່ແທ ມີ 42 ຄອບຄົວ ມີຈຳນວນ 267 ຄົນ, ຍິງ 139 ຄົນ, ບ້ານຕະມໍຢອດ ມີ 1 ຄອບຄົວ ມີຈຳນວນ 5 ຄົນ, ຍິງ 3 ຄົນ.

       ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ອັດຕະປື ຍັງໃຫ້ຮູ້ຕື່ມອີກວ່າ ນອກຈາກຈໍານວນປະຊາຊົນ ປະສົບໄພທີ່ມາຢູ່ໃນເມືອງ ສະໝາມໄຊແລ້ວ ຍັງມີປະຊາຊົນທີ່ຢູ່ໃນຈຸດຊົ່ວຄາວອີກ 3 ຈຸດຄື: ຢູ່ເມືອງປະທຸມພອນ ແລະ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ມີ 257 ຄອບຄົວ, ມີຈໍາວນ 1.407 ຄົນ, ຍິງ 626 ຄົນ, ມີຈໍານວນຜູ່ທີ່ບໍ່ທັນພົບເຫັນ 1.126 ຄົນ ໃນນັ້ນ ຜູ້ສູນຫາຍຕາມການຢັ້ງຢືນຂອງຄອບຄົວມີ 131 ຄົນ, ລວມຜູ້ເສຍຊີວິດມາຮອດວັນທີ 27 ວານນີ້ ມີ 6 ສົບ, ມີຜູ້ຖືກເຄາະຮ້າຍມາກວດສຸຂະພາບຢູ່ໂຮງໝໍ ຈໍານວນ 107 ຄົນ, ຍິງ 62 ຄົນ, ນອນຢູ່ໂຮງໝໍ 8 ຄົນ, ຄົນເຈັບຖືກກະທົບແຮງ 14 ຄົນ ໃນນີ້ ມີເດັກລຸ່ມ 5 ປີ 8 ຄົນ ສໍາລັບຄວາມຄືບໜ້າຈະມີແນວໃດນັ້ນຈະລາຍງານໃຫ້ຊາບຕາມທີຫຼັງ, ສິ່ງສຳຄັນ ພໍ່ແມ່ພີ່ນ້ອງຄົນລາວທຸກທົ່ວໜ້າ ລວມທັງພີ່ນ້ອງທີ່ຢູ່ຕ່າງປະເທດ ແລະ ປະເທດທີ່ໃກ້ຄຽງ ຈົ່ງຮ່ວມແຮງຮ່ວມໃຈເຂົ້າຮ່ວມປະກອບສ່ວນໃນການຊ່ວຍ ເຫຼືອແບ່ງເບົາບັນເທົາທຸກ ເພື່ອຟື້ນຟູສະພາບຊີວິດຂອງຜູ້ຖືກ ໄພພິບັດຈາກໄພນ້ຳຖ້ວຍຢູ່ເມືອງ ສະໝາມໄຊ ແຂວງ ອັດຕະປື ຄັ້ງນີ້ ໄດ້ກັບຄືນຢູ່ສະພາບປົກກະຕິ ໃນຕໍ່ໜ້າໄດ້ໂດຍໄວ.

ໂດຍ: ມາລາທິບ