ອັດຕະປື ຖະແຫຼງຜົນສຳເລັດ ກອງປະຊຸມສະພາແຫ່ງຊາດ ຊຸດທີ VIII

      ຕອນເຊົ້າວັນທີ 6 ມິຖຸນາ 2018 ທ່ານ ເພັດແກ້ວ ເຮືອງປັນຍາ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ອັດຕະປື ໃນຖານະເປັນຕົວແທນ ໃຫ້ແກ່ປະຊາຊົນຊາວ ແຂວງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນສຳເລັດຂອງກອງ ປະຊຸມສະພາແຫ່ງຊາດຊຸດທີ VIII ຜ່ານສື່ມວນຊົນແຂວງ ຢ່າງເປັນທາງການ ທີ່ຫ້ອງການ ສະພາປະຊາຊົນແຂວງ ອັດຕະປື.

      ໃນບົດຖະແຫຼງຂອງ ທ່ານ ແມ່ນໄດ້ເວົ້າເຖິງຜົນສຳ ເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງກອງປະຊຸມ ສະພາແຫ່ງຊາດ ຊຸດທີ VIII ຊຶ່ງກອງປະຊຸມສະໄໝສາມັນເທືື່ອນີ້ ໄດ້ເປີດຂຶ້ນມາແຕ່ວັນທີ 5 ມິຖຸນາ ແລະ ປິດລົງໃນຕອນບ່າຍຂອງວັນທີ 28 ມິຖຸນາ 2018 ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈໍາເຂດລເລືອກຕັ້ງໃນທົ່ວປະເທດ, ສຳລັບໃນພິທີປິດ ແລະ ພິທີເປີດ ກໍ່ໄດ້ຮັບກຽດອັນສູງສົ່ງຂໍ່ານັບຮັບຕ້ອນການເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຜູ້ນຳພັກ-ລັດເຂົ້າຮ່ວມ.

       ຕະຫຼອດໄລຍະເວລາ ຂອງການດຳເນີນກອງປະຊຸມ ໄດ້ຮັບຟັງການຊີ້ແຈງ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນທີ່ມີລັກສະນະຍຸດທະສາດ ແລະ ເປັນບຸລິມະສິດຈຸດສຸມໃນການພັດທະນາ ເພື່ອບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາໃນປີ 2030 ຂອງສະພາແຫ່ງຊາດລວມມີ 7 ບັນຫາ ໃນນີ້ໄດ້ຮັບຮອງເອົາການສ້າງ  ແລະ ປັບປຸງກົດໝາຍ 13 ສະບັບ, ກົດໝາຍສ້າງໃໝ່ 5 ສະບັບ ແລະ ກົດໝາຍປັບປຸງ 8 ສະບັບ ໂດຍລວມແມ່ນແນໃສ່ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີນິຕິກຳອັນໜັກແໜ້ນ ເປັນຕົ້ນ ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ, ກົນໄກສ້າງແຜນການລົງທຶນຂອງລັດຕາມຂະແໜງການ ແລະ ວຽກງານຍຸດທະສາດສຳຄັນອື່ນໆອີກ ເພື່ອສູ້ຊົນນໍາເອົາປະເທດຊາດຫຼຸດພົ້ນ ອອກຈາກສະຖານະພາບ ຄວາມດ້ວຍພັດທະນາເທື່ອລະກ້າວ.

       ທ່ານ ເພັດແກ້ວ ເຮືອງປັນຍາ ຍັງໄດ້ເວົ້າຕື່ມອີກວ່າ: ເພື່ອຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ນີ້ ຄະນະສະມຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 17 ແຂວງ ອັດຕະປື ຈະໄດ້ພ້ອມກັນສື່ຕໍ່ນຳເອົາເນື້ອໃນຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຕິດພັນກັບກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ I ລົງໄປເຜີຍແຜ່ໃຫ້ແກ່ພໍ່ແມ່ ປະຊາຊົນທຸກຊັ້ນຄົນ ໃນສັງຄົມທົ່ວແຂວງ ອັດຕະປື ໄດ້ຮັບຮູ້ເຂົ້າໃຈ ແນໃສ່ເພື່ອເຮັດໃຫ້ທຸກຄົນ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດຢ່າງພ້ອມພຽງກັນ ແລະ ກວ້າງຂວາງອອກ ໃນທົ່ວສັງຄົມໃຫ້ກາຍ ເປັນຮູບປະທຳນັບມື້ນັບດີຂຶ້ນ.

ໂດຍ: ຈັນສະໄໝ