banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:569
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1958
ເດືອນນີ້:ເດືອນນີ້:8080
ທັງໝົດ:ທັງໝົດ:889542

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປືຖອນຖອນບົດຮຽນວຽກງານຮາກຖານ 6 ເດືອນຕົ້ນປີ 2018: ພາຍຫຼັງເຊື່ອມຊືມ ມະຕິຕົກລົງ ຂອງຄະນະ ປະຈຳພັກແຂວງ ວ່າດ້ວຍການ ອະນຸມັດແຕ່ງຕັ້ງ ພະນັກງານນຳພາ, ຄຸ້ມຄອງ ຂັ້ນແຂວງ ສົມທົບກັບ ຄະນະຮັບຜິດຊອບ ຂັ້ນເມືອງ ລົງປັບປຸງ ວຽກງານ ກໍ່ສ້າງຮາກຖານ ການເມືອງ ພັດທະນາ ຊົນນະບົດຮອບດ້ານ ຢູ່ 11 ເຂດຈຸດສຸມ ອອ່ນແອ, ຫຼໍ່ແຫຼມ ແລະ ເຄັ່ງຮ້ອນ ໃນ 5 ຕົວເມືອງ ນັບແຕ່ ກາງເດືອນກຸມພາ 2018. ມາຮອດ ວັນທີ 5-6 ມິຖຸນາ 2018 ກໍ່ໄດ້ສະຫຼຸບ ຕີລາຄາ ຖອດຖອນ ບົດຮຽນ ການຈັດຕັ້ງ ປະຕິບັດ ວຽກງານ ຮາກຖານ 6 ເດືອນຕົ້ນປີ 2018 ພິທີດັ່ງກ່າວ ໄດ້ຈັດຂື້ນ ທີ່ຫໍປະຊຸມໃຫຍ່ ຂອງແຂວງ ພາຍໃຕ້ ການເປັນປະທານ ຂອງ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍ ບັນດາທ່ານ ຄະນະ ປະຈຳພັກແຂວງ, ເຈົ້າເມືອງ 5 ຕົວເມືອງ ຕະຫຼອດຮອດ ພະນັກງານ ຮາກຖານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໄລຍະ ດຳເນີນກອງປະຊຸມ ທ່ານເຈົ້າເມືອງ 5 ຕົວເມືອງ ໄດ້ຂື້ນລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງ ປະຕິບັດ ວຽກງານ ກໍ່ສ້າງຮາກຖານ ການເມືອງ ຕາມສີ່ເນື້ອໃນ ສີ່ຄາດໝາຍ ຕິດພັນ ກັບການສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງ ໃນຊົນນະບົດ ພ້ອມທັງ ຍົກໃຫ້ເຫັນ ສະພາບການ ທີ່ພົ້ນເດັ່ນ ແລະ ປະກົດການຫຍໍ້ທໍ້ ພາຍໃນເມືອງ ຈາກນັ້ນ ຫົວໜ້າຈຸ ທີ່ຮັບຜິດຊອບ ແຕ່ລະຈຸດສຸມ ໄດ້ຂື້ນລາຍງານ ສະພາບລວມ ຈຸດພິເສດ ແລະ ທ່າແຮງ, ບັນຫາປະກົດການຫຍໍ້້ ແລະ ວິທີການແກ້ໄຂບັນຫາ ລວມທັງ ການວາງແຜນ ໃນການພັດທະນາ ແຕ່ລະເຂດຈຸດສຸມ ເປັນຕົ້ນ: ການປຸກລະດົມ ແນວຄິດ ພໍ່ແມ່ປະຊາຊົນ ໃຫ້ເຂົ້າໃຈ ຕໍ່ແນວທາງ ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ແລະ ເປັນເຈົ້າການ ເຂົ້າຮ່ວມ ໃນທຸກຂະບວນການ ຂອງວຽກງານ ທີ່ການຈັດຕັ້ງ ມອບໝາຍ ປັບປຸງ ລະບົບ ການຈັດຕັ້ງບ້ານ, ການຈັດສັນ ເນື້ອທີ່ ທຳການຜະລິດ, ການຈັດສັນອາຊີບ, ການແກ້ໄຂ ບັນຫາຂໍ້ຂັດແຍ່ງ ທີ່ດີນ, ການຈັດສັນ ພູມລະເນົາ, ການຄຸ້ມຄອງ ຄົນເຂົ້າອອກເມືອງ ແລະ ການແກ້ໄຂ ບັນຫາ ເດັກປະລະ ການຮຽນ ໃນບາງເຂດ ຈຸດສຸມ. ນອກນັ້ນ ຍັງມີ ບາງປະກົດການ ຫຍໍ້ທໍ້ ທີ່ຕ້ອງໄດ້ສືບຕໍ່ ແກ້ໄຂ ເປັນຕົ້ນ: ບັນຫາຢາເສບຕິດ, ການລັກລອບ ຊັບພະຍາກອນ ທຳມະຊາດ, ຜົນກະ ທົບ ທາງດ້ານ ສະພາບແວດລ້ອມ, ບັນຫາສາດສະໜາ, ການປະສານງານ ລວມທັງ ການລົງທືນ ໃນບາງໂຄງການ ທີ່ມີຜົນຕອບແທນຕໍ່າ ແລະ ບໍ່ຍືນຍົງ. ເຊິ່ງກອງປະຊຸມ ໄດ້ມີການ ປະກອບຄຳຄິດ ຄຳເຫັນ ຈາກແຕ່ລະ ພາກສ່ວນ ບົນຈິດໃຈ ຄວາມຮັບຜິດຊອບລວມ ໂດຍເລັ່ງໃສ່ ການແກ້ໄຂບັນຫາ ແລະ ເນັ້ນໃສ່ ຄວາມຮັບຜິດຊອບ ແລະ ພາລະບົດບາດ ຂອງແຕ່ລະ ຂະແໜງການ ເພື່ອເຮັດໃຫ້ ວຽກງານ ຮາກຖານ ຂອງແຂວງ ໃນ 6 ເດືອນທ້າຍປີ 2018 ມີຜົນສຳເລັດ ຢ່າງເປັນຮູບປະທຳ.

ໃນຕອນທ້າຍ ຂອງພິທີ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ປະທານທີ່ປະຊຸມ ໄດ້ມີຄຳເຫັນຊີ້ນຳ ເຊິ່ງນອກຈາກທ່ານໄດ້ ສະແດງ ຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນເບື້ອງຕົ້ນ ຂອງວຽກງາ ນຮາກຖານແລ້ວ ທ່ານຍັງໄດ້ຍົກໃຫ້ເຫັນ ເຖິງຄວາມສຳຄັນ ຂອງວຽກງານ ຮາກຖານ ເຊິ່ງເປັນວຽກ ທີ່ຈະຕ້ອງເຮັດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໂອກາດດັ່ງກ່າວ ທ່ານໄດ້ ຮຽກຮ້ອງ ມາຍັງຄະນະ ຮັບຜິດຊອບ ວຽກງານຮາກຖານ ແຕ່ລະຈຸດສຸມ ຕ້ອງຍົກສູງ ບົດບາດການນຳພາ, ສ້າງກົນໄກ ປະສານງານ ໃຫ້ສອດຄ່ອງ ພ້ອມທັງສ້າງໂຄງການ ພັດທະນາ ແຕ່ລະເຂດຈຸດສຸມ ເພືອພັດ ທະນາໃຫ້ກາຍເປັນ ຕົວເມືອງນ້ອຍນ ໃນຊົນນະບົດ ແລະ ມີຄວາມໜັກແໜ້ນ ຕາມສີ່ເນື້ອໃນ ສີ່ຄາດໝາຍ.