ອັດຕະປື ມອບ-ຮັບໜ້າທີ່ຫົວໜ້າພະແນກໄປສະນີໂທລະຄົມ ແລະ ການສື່ສານ ຜູ້ໃຫຍ່

           ເພື່ອຮັບປະກັນໃຫ້ວຽກງານໄປສະນີ້ໂທລະຄົມ ແລະ ການສື່ສານ ໄດ້ຮັບການຊີ້ນຳໆພາຢ່າງຕໍ່ເນື່ອງ ເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານ ທີ່ຖືກມອບໝາຍໄດ້ ມີການເຄື່ອນໄຫວຢ່າງແຂງແຮງ ແລະ ສຳເລັດຕາມແຜນທີ່ວາງໄວ້ນັ້ນ ມາໃນຕອນເຊົ້າວັນທີ 29 ມີນາ 2018 ຢູ່ຫ້ອງວ່າ ການປົກຄອງ ເມືອງສາມັກຄີໄຊ ແຂວງ ອັດຕະປື ໄດ້ຈັດໃຫ້ມີພິທີມອບ-ຮັບໜ້າທີ່ຫົວໜ້າພະແນກໄປສະນີ ໂທລະຄົມ ແລະ ການສື່ສານຜູ້ໃໝ່ຂຶ້ນ ​ໂດຍໃຫ້ກຽດເຂົ້າຮ່ວມຂອງ ​ທ່ານ ນາງ ມີນາພອນ ໄຊສົມພູຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຮອງຫົວໜ້າກົມຈັດຕັ້ງ ພະນັກງານກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ, ມີບັນດາສະຫາຍກຳມະກາພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາເຈົ້າເມືອງຈາກ 5 ເມືອງ ພ້ອມດ້ວຍພະນັກງານສະມາຊິກພັກເຂົ້າຮ່ວມ.

          ໃນພິທີຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ລັດຕະນະພອນ ເທບສຸວັນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກໄປສະນີ, ໂທລະຄົມ ແລະ ການສື່ສານ ແຂວງ ອັດຕະປື ​ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຕາມການບັນຈຸສັບຊ້ອນໃນອົງການປົກຄອງແຂວງ, ຂໍ້ຕົກລົງເຈົ້າແຂວງວ່າດ້ວຍ ການແຕ່ງຕັ້ງ ທ່ານ ສູນນະຄອນ ເເກ້ວວຽງຄຳ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຂຶ້ນເປັນເລຂາຄະນະພັກຮາກຖານ ທັງເປັນຫົວໜ້າພະແນກໄປສະນີ ໂທລະຄົມ ແລະ ການສື່ສານຜູ້ໃໝ່ ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກຕົງຂອງເຈົ້າແຂວງວ່າດ້ວຍການ ແຕ່ງຕັ້ງທ່ານ ພູສະໄຫວ ດວງມະນີ ຫົວໜ້າຂະແໜງ ICT ຂຶ້ນເປັນຮອງຫົວໜ້າພະແນກໄປສະນີ ໂທລະຄົມ ແລະ ການສື່ສານເພິ່ມເຕີມນຳອີກ.

          ໂອກາດດຽວກັນ ທ່ານ ລັດຕະນະພອນ ເທບສຸວັນ ກຳມະການພັກແຂວງ ຫົວໜ້າພະແນກໄປສະນີ້ ໂທລະຄົມ ແລະ ສືສານຜູ້ເກົ່າກໍ່ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການເພື່ອໃຫ້ຫົວໜ້າພະແນກໄປສະນີ ໂທລະຄົມ ແລະ ການສື່ສານຜູ້ໃໝ່ໄດ້ພ້ອມກັນຈັດຕັ້ງປະຕິບັດຖືກຕ້ອງຕາມທິດທິດທາງແຜນການທີ່ໄດ້ວາງໄວ້ ແລະ ຕອນທ້າຍຍັງໄດ້ຮັບການໂອລົມຈາກທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ນີ້ກໍ່ເພື່ອເຮັດໃຫ້ການຊີ້ນຳໆພາຂອງໜ້າທີ່ວຽກງານພາຍໃນພະແນກໄປສະນີ ໂທລະຄົມ ແລະ ການສື່ສານ ເປັນໄປຕາມພາລະບົດບາດໜ້າທີ່ຂອງພັກ-ລັດ ເພື່ອພັດທະນາໃນວຽກງານໄປສະນີ້ ໂທລະຄົມ ແລະ ການສື່ສານ ກ້າວໄປຕາມທິດຫັນປ່ຽນສູ່ອັນໃໝ່ຢ່າງບໍ່ຢຸດຢັ້ງ.

ໂດຍ: ສາຍນ້ຳ