banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:182
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2143
ເດືອນນີ້:ເດືອນນີ້:8265
ທັງໝົດ:ທັງໝົດ:889727

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

 

ປິດກອງປະຊຸມ ຄົບຄະນະ ບໍລິຫານງານ ພັກແຂວງ ອັດຕະປື ຄັ້ງທີ 6 ສະໄໝທີ 10:  ກອງປະຊຸມ ຄົບຄະນະ ບໍລິຫານງານ ພັກແຂວງ ອັດຕະປື ຄັ້ງທີ VI ສະໄໝທີ X ໄດ້ປິດລົງ ຢ່າງເປັນທາງ ການ ໃນຕອນບ່າຍ ວັນທີ 16 ກຸມພາ 2018 ທີ່ຫ້ອງປະຊຸມ ຊັ້ນ 5 ສຳນັກງານ ອົງການ ປົກຄອງແຂວງ ພາຍຫລັງ ດຳເນີນເປັນເວລາ 3 ວັນ. ໂດຍພາຍໃຕ້ ການເປັນປະທານ ຂອງ ສະຫາຍ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ເຂົ້າຮ່ວມມີ ບັນດາສະຫາຍ ຄະນະປະຈຳ ພັກແຂວງ, ກຳມະການ ພັກແຂວງ ແລະ ພະນັກງານ ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ຕະຫຼອດໄລຍະ ດຳເນີນ ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການຕີລາຄາ ການນຳພາ ຂອງຄະນະ ບໍລິຫານງານ ພັກແຂວງ ໃນ 1 ປີ ຜ່ານມາ ຢ່າງພາວະວິໃສ, ໂດຍສຸມໃສ່ ການຈັດຕັ້ງ ຜັນຂະຫຍາຍມະຕິ 4, ມະຕິ 5 ສະໄໝທີ X ແລະ ທິດທາງ ແຜນການປີ 2018, ບົດສະຫຼຸບ ຜົນສຳເລັດ ບັນດຳເນີນ ຊີວິດການເມືອງ ປົວແປງພັກ, ການປະຕິບັດ 4 ວາລະໃຫຍ່ ຂອງແຂວງ, ການປະຕິບັດ ຄຳສັ່ງເລກທີ 15/ນຍ, ການກະກຽມ ເປີດປີທ່ອງທ່ຽວ ຂອງແຂວງ ພ້ອມກັນນັ້ນ: ທີ່ປະຊຸມ ຍັງໄດ້ປ່ອນບັດ ລົງຄະແນນສຽງ ເລືອກເອົາ ຄະນະປະຈຳ ພັກແຂວງເພີ່ມເຕີມ 1 ສະຫາຍ ແລະ ຄະນະບໍລິຫານ ງານພັກແຂວງ 2 ສະຫາຍ ເຊິ່ງປະຕິບັດໄດ້ ຕາມລະດັບ ຄາດໝາຍ ເພື່ອສະເໜິ ຂໍການຕົກລົງ ຈາກຂັ້ນເທິງ. ຕອນທ້າຍ ຂອງກອງປະຊຸມ ສະຫາຍ ເລຂາພັກແຂວງ, ເຈົ້າແຂວງ ໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ຮຽກ ຮ້ອງ ມາຍັງບັນດາ ສະຫາຍທີ່ນຳພາ ໃນແຕ່ລະຂົງເຂດ ຈົ່ງເຊີດຊູ ຄວາມເປັນເຈົ້າການ ນຳເອົາມະຕິ ເນື້ອໃນ ຂອງກອງປະຊຸມ ຄັ້ງນີ້ ໄປຜັນຂະຫຍາຍ ເຮັດໃຫ້ການນຳພາ ຂອງຄະນະ ບໍລິຫານງານ ພັກແຂວງອັດຕະປື ໃນປີ 2018 ມີຜົນສຳເລັດ ແລະ ມີອັນພົ້ນເດັ່ນຂື້ນລື່ນເກົ່າ.