banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:326
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2287
ເດືອນນີ້:ເດືອນນີ້:8409
ທັງໝົດ:ທັງໝົດ:889871

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ງານກິລາເຕະບານ ລະດົມທືນ ຊ່ວຍເຫຼືອຜູ້ທຸກຍາກ ເຊິ່ງຈັດຂື້ນ ທີ່ເມືອງພູວົງ ແຂວງອັດຕະປື ໃນຕອນແລງວັນທີ 16/2/2018 ໂດຍການເຂົ້າຮ່ວມ ຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື, ພ້ອມດ້ວຍ ພະແນກການ ອ້ອມຂ້າງແຂວງ, ເມືອງ ຕະຫຼອດຮອດ ນັກທຸລະກິດ ແລະ ສະມາຄົມຕ່າງໆ ເຂົ້າຮ່ວມ. ເຊິ່ງໃນການ ຈັດກິດຈະກຳ ຄັ້ງນີ້ ສາມາດ ລະດົມທືນ ໄດ້ທັງໝົດ 51 ລ້ານກວ່າກີບ.

ຈຸດປະສົງກໍ່ເພື່ອ ນຳເອົາເງິນດັ່ງກ່າວ ໄປສ້າງທີ່ພັກອາໃສ ໃຫ້ປະຊາຊົນ ທີ່ທຸກຍາກ ອານາຖາ, ຂາດທີ່ເພິ່ງພາອາໃສ ແລະ ພະນັກງານ ປະຕິວັດ ທີ່ທຸກຍາກ ຂາດເຂີນ, ເສຍອົງຄະ ໂດຍແມ່ນ ເມືອງເປັນຜູ້ຄັດເລືອກ. ການຈັດກິດຈະກຳ ລະດົມທືນ ທີ່ເມືອງພູວົງ ຄັ້ງນີ້ ເປັນເມືອງທີ 2 ຖັດຈາກ ເມືອງໄຊເສດຖາ ໂດຍຈະໝູນວຽນ ໄປຈັດ ໃນແຕ່ລະເມືອງ.

ໂອກາດ ກ່ອນເຂົ້າຮ່ວມ ງານດັ່ງກ່າວ ທ່ານ ເລຂາພັກແຂວງ, ເຈົ້າແຂວງ ຍັງໄດ້ລົງ ຢ້ຽມຢາມ ຄອບຄົວທຸກຍາກ ອານາຖາ 2 ຄອບຄົວ ທີ່ໄດ້ຮັບການ ຊ່ວຍເຫຼືອ ທີ່ຢູ່ອາໃສໃໝ່ ຈາກການ ປຸກລະດົມ ຂອງອົງການ ຈັດຕັ້ງຕ່າງໆໆ ຂອງເມືອງ ແລະ ແຂວງ ໂດຍມີແນວຄິດ ລິເລີ່ມ ແຕ່ສະໄໝ ທ່ານ ເລັດ ໄຊຍະພອນ ເປັນປະທານ ສະພາ ປະຊາຊົນແຂວງ ແລະ ມາຮອດປະຈຸບັນ ກໍ່ໄດ້ສານຕໍ່ ໃນການ ປຸກລະດົມ ທົ່ວສັງຄົມ ຢ່າງກວ້າງຂວາງ ຕາມທ່າແຮງ ແລະ ຂະຫຍາຍໄປ ໃນແຕ່ລະເມືອງ.