banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:467
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1856
ເດືອນນີ້:ເດືອນນີ້:7978
ທັງໝົດ:ທັງໝົດ:889440

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ທ່ານ ຈູມມະລີ ໄຊຍະສອນ ເນັ້ນໃຫ້ແຂວງອັດຕະປືເອົາໃຈໃສ່ 3 ສ້າງ: ທ່ານ ຈູມມະລີ ໄຊຍະສອນ ອາດີດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ອາດີດ ປະທານປະເທດ ສປປລ ໄດ້ເດີນທາງ ມາຢ້ຽມຢາມ ແຂວງອັດຕະປື ໃນຕອນເຊົ້າ ວັນທີ 29 / 1 / 2018 ໂດຍມີ ທ່ານ ເລັດ ໄຊຍະພອນ ເລຂາ ພັກແຂວງ, ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ຄະນະ ປະຈຳພັກແຂວງ ໃຫ້ການ ຕ້ອນຮັບ. ໂອກາດ ດັ່ງກ່າວ ກໍ່ໄດ້ມີ ພິທີ ພົບປະ ໂອ້ລົມ ຄະນະ ບໍລິຫານງານ ພັກແຂວງ ທີ່ຫໍປະຊຸມໃຫຍ່.

ເຊິ່ງໃນການ ພົບປະ ໂອ້ລົມ ຄັ້ງນີ້ ທ່ານ ຈູມມະລີ ໄຊຍະສອນ ອາດີດ ເລຂາ ທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ອາດີດ ປະທານປະເທດ ສປປລ ໄດ້ຊີ້ນຳ ໃຫ້ການນຳ ແຂວງອັດຕະປື ເອົາໃຈໃສ່ ສືບຕໍ່ ປະຕິບັດ ວຽກງານ ສາມສ້າງ ເຊິ່ງເປັນວຽກ ທີ່ຕ້ອງ ເຮັດປະຈຳ ທັງເປັນວຽກ ຍຸດທະສາດ ແລະ ຍາວນານ ປະຕິບັດ ໃຫ້ຖືກທິດ ຕາມສີ່ເນື້ອໃນ ສີ່ຄາດໝາຍ ໂດຍເລີ່ມຈາກ ການສ້າງພັກ - ພະນັກງານ, ສ້າງພະນັກງານ ລຸ້ນສືບທອດ ແຕ່ລະຂັ້ນ ໃຫ້ໄດ້ ມາດຖານ ຜ່ານຂະບວນການ ແລະ ພືດຕິກຳຕົວຈິງໃນການນຳພາ ທີ່ມີຄວາມໂດດເດັ່ນ, ພ້ອມທັງສຸມໃສ່ທິດທາງ ການພັດທະນາແຂວງອັດຕະປື ໄປຕາມທ່າແຮງຂອງແຂວງ ໃນນີ້ສຸມໃສ່ ການພັດທະນາ ເສດຖະກິດ - ສັງຄົມ ແກ້ໄຂ ແລະ ລົບລ້າງ ຄວາມທຸກຍາກ ຊຸກຍູ້ສົ່ງເສີມ ການປູກ, ການລ້ຽງ ສ້າງກຸ່ມ ການຜະລິດ, ສ້າງຄອບຄົວ ຕົວແບບ ການຜະລິດ ຕິດພັນກັບ ຄວາມຕ້ອງການ ຂອງຕະຫຼາດ ແລະ ການລົງທືນ ຂອງຕ່າງປະເທດ ເພື່ອສ້າງ ຄອບຄົວ ພັດທະນາ, ບ້ານພັດທະນາ ແລະ ສ້າງເມືອງ ເຂັ້ມແຂງຮອບດ້ານ.