banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:41
ມື້ວານນີ້:ມື້ວານນີ້:572
ອາທິດນີ້:ອາທິດນີ້:2002
ເດືອນນີ້:ເດືອນນີ້:8124
ທັງໝົດ:ທັງໝົດ:889586

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ແຂວງອັດຕະປື ແລະ ອົງການ ສະຫະປະຊາຊາດ ສຳລັບເດັກ ຫຼື ຢູນີເຊັບ ໄດ້ຈັດກອງປະຊຸມ ປືສາຫາລື ກ່ຽວກັບ ບູລິມາສິດ ການພັດທະນາ ຂອງແຜນການ ຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ສຳລັບເດັກ ຫຼື ຢູນີເຊັບ ໄລຍະແຕ່ ປີ 2017 - 2021 ກອງປະຊຸມ ຫາລື ດັ່ງກ່າວ ໄດ້ມີຂຶ້ນໃນ ວັນທີ 29 / 8 / 2017 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ອັດຕະປື ເຂົ້າຮ່ວມຫາລືຄັ້ງນີ້ ມີທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື ມີທ່ານ ມີໂອຊິນຢຸນ ຮັກສາການ ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳລາວ ມີບັນດາຜູ້ແທນແຂກ ມາຈາກກະຊວງ ແຜນການ ແລະ ການລົງທຶນ ຕະຫຼອດຮອດ ບັນດາຫົວໜ້າ ພະແນກ ທີ່ກ່ຽວຂ້ອງ ຂອງແຂວງອັດຕະປື ເຂົ້າຮ່ວມ. ທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື ໄດ້ກ່າວ ຕໍ່ກອງປະຊຸມວ່າ: ແຂວງອັດຕະປື ແມ່ນໜຶ່ງໃນ 7 ແຂວງຂອງ ສປປ ລາວ ທີໄດ້ຮັບ ບູລິມາສິດ ຈາກລັດຖະບານກໍ່ ຄື ຈາກອົງການ ສະຫະປະຊາຊາດ ສຳລັບເດັກ ຫຼື ຢູນີເຊັບ ເພື່ອຈັດຕັ້ງແຜນການ ສຸກຂະພາບເພື່ອແມ່ ແລະ ເດັກ ແລະ ໂພສະນາການ, ແຜນງານ ການສຶກສາ, ແຜນງານໍ້າ ແລະ ສຸກຂະອະນາໄມ, ແຜນງານປົກປ້ອງເດັກ, ແຜນງານນະໂຍບາຍ, ວາງແຜນຕິດຕາມ ແລະ ປະເມີນຜົນ ລວມທັງແຜນງານ ໂຄສະນາສື່ສານ ມວນຊົນ ເຊິ່ງແຕ່ລະແຜນງານ ກ່າວມາຂ້າງເທິງນັ້ນ ແມ່ນແຂວງອັດຕະປື ແລະ ອົງການຢູນີເຊັບ ຈະໄດ້ຮ່ວມກັນ ຈັດຕັ້ງປະຕິບັດແຕ່ ປີ 2017-2021 ໂດຍມີຈຸດປະສົງ ແລະ ເປົ້າໝາຍລວມ ເພື່ອເຮັດໃຫ້ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ມີບາດກ້າວ ຂະຫຍາຍຕົວ ທັງເປັນການ ພັດທະນາ ຊັບພະຍາກອນມະນຸດ ທີ່ຕິດພັນກັບ ວຽກງານແມ່ ແລະ ເດັກ ກໍ່ຄືວຽກໂພຊະນາການ ແລະ ອື່ນໆ. ໃນກອງປະຊຸມ ຜູ້ແທນເຂົ້າຮ່ວມ ຍັງໄດ້ຮັບຟັງບົດສະເໜີ ກ່ຽວກັບສະຖານະພາບ ຂອງແມ່ຍິງ ແລະ ເດັກນ້ອຍ ຢູ່ແຂວງອັດຕະປື ລວມທັງ ຮັບຟັງກ່ຽວກັບ ບູລິມະສິດການພັດທະນາ ຂອງແຜນການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການ ສະຫະປະຊາຊາດ ສຳລັບເດັກ ຫຼື ຢູນີເຊັບ ສະບັບໃໝ່ ສົກປີ 2017-2021 ພ້ອມດຽວກັນ, ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດ ຄຳເຫັນ ເພື່ອໃຫ້ການ ຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງແຂວງອັດຕະປື ແລະ ອົງການຢູນີເຊັບ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.

ຂ່າວ: ມະນີວອນ