ກອງປະຊຸມ ເຜີຍແຜ່ຍຸດທະສາດ ຂອງທະນາຄານ ແຫ່ງ ສປປ ລາວ ຢູ່ແຂວງ ອັດຕະປື: ວັນທີ 17 ສິງຫາ 2017 ສາຂາ ທະນະຄານ ແຫ່ງ ສປປ ລາວ ພາກໃຕ້ ແຂວງ ຈຳປາສັກ ໄດ້ເປີດກອງ ປະຊຸມເຜີຍແຜ່ ຍຸດທະສາດ ການພັດທະນາ ລະບົບສະບັນ ການເງິນ-ເງິນຕາ ຂອງ ສປປ ລາວ ໄລຍະ 10 ປີຂຶ້ນ ໂດຍການເປັນ ປະທານຂອງ ທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື, ມີບັນດາທ່ານ ຫົວໜ້າ - ຮອງຫົວໜ້າ ພະແນກການ ກ່ຽວຂ້ອງ, ບັນດາ ຫົວໜ້າທະນະຄານ ທຸລະກິດ ໃນທົ່ວແຂວງ ແລະ ພາຍໃນທະນາຄານ ພັດທະນາລາວ ສາຂາແຂວງ ອັດຕະປື ເຂົ້າຮ່ວມ.

ຈຸດປະສົງ ຂອງການເປີດ ກອງປະຊຸມ ແມ່ນເພື່ອ ເຜີຍແຜ່ຍຸດທະສາດ ການພັດທະນາ ລະບົບສະຖາບັນ ການເງິນ-ເງິນຕາ ຂອງ ສປປ ລາວ ໄລຍະ 10 ປີ ( 2016 - 2025 ) ແລະ ວິໄສທັດ ຮອດປີ 2030 ທີ່ຈະໄດ້ມີການສ້າງ ແລະ ປັບປຸງ ກົນໄກ ການຄຸ້ມຄອງ ມະຫາພາກ ດ້ານເງິນຕາ ອັນມີວິທະຍາສາດ ຫຼາຍຂຶ້ນ ເພາະວ່າ ການສ້າງຍຸດທະສາດ ພັດທະນາລະບົບ ສະຖາບັນການ ເງິນ-ເງິນຕາ ຂອງ ສປປ ລາວ ທີນຳມາເຜີຍແຜ່ ໃນຄັ້ງນີ້ ແມ່ນເພື່ອເປັນ ຂໍ້ມູນພື້ນຖານ ໃຫ້ແກ່ການວາງ ແລະ ດັດບັບຍຸດທະສາດ ການພັດທະນາ ຂະແໜງການ ຂອງຕົນ ໃຫ້ມີຄວາມ ສອດຄ່ອງ ໂດຍສະເພາະ ແມ່ນການເຂົ້າເຖິງ ແຫຼ່ງທຶນຂອງ ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ໄດ້ມີການ ຂັບເຄືຶ້ອນ ເສດຖະກິດ ຂອງ ສປປ ລາວ ທັງເປັນການ ສ້າງລະບົບ ຄວາມໝັ້ນຄົງ ໃຫ້ແກ່ສະຖາບັນ ເງິນຕາ ດ້ວຍການຍົກສູງ ຄວາມສາມາດ ໃນການຄຸ້ມຄອງ ໃຫ້ໄດ້ມາດຕາຖານ ສາກົນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ລະບົບພຶ້ນຖານ ໂຄງລ່າງ ເປັນຕົ້ນ ແມ່ນລະບົບ ນິຕິກຳ, ລະບົບບັນຊີ, ລະບົບການ ຊຳລະ, ລະບົບຂໍ້ມູນ ຂ່າວສານ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ເຂົ້າສູ່ລວງເລີກ.

ໂດຍ: ມາລາທິບ