banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:521
ມື້ວານນີ້:ມື້ວານນີ້:520
ອາທິດນີ້:ອາທິດນີ້:1910
ເດືອນນີ້:ເດືອນນີ້:8032
ທັງໝົດ:ທັງໝົດ:889494

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ປິດກອງປະຊຸມ ຄົບຄະນະບໍລິຫານງານ ພັກແຂວງ ເປີດກ້ວາງ ຄັ້ງທີ IV ສະໄໝທີ X: ກອງປະຊຸມ ຄົບຄະນະບໍລິຫານງານ ພັກແຂວງ ເປີດກ້ວາງ ຄັ້ງທີ IV ສະໄໝທີ X ໄດ້ປິດລົງ ຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 20 ມັງກອນ 2017 ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ພາຍຫຼັງດຳເນີນ ເປັນເວລາ 3 ວັນ. ສະຫາຍ ປອ. ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂງອັດຕະປື ປະທານທີ່ປະຊຸມ ໄດ້ຕີລາຄາສູງ ຕໍ່ກອງປະຊຸມໃນ ຄັ້ງນີ້ ເຊິ່ງໄດ້ພ້ອມກັນ ສະຫຼຸບຕີລາຄາຄືນ ການຊີ້ນຳໆພາ ແລະ ການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ຂອງຄະນະບໍລິຫານງານ ພັກແຂວງ, ການຈັດຕັ້ງປະຕິບັດ ວຽກງານຂອງອົງການ ປົກຄອງ-ບໍລິຫານລັດ ສົກປີ 2015-2016 ແລະ ແຜນການ 2017, ການປະກອບຄຳເຫັນ ກ່ຽວກັບບົດບາດ ຂອງແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນ, ໃນການສ້າງບ້ານ ສາມັກຄີປອງດອງ, ການຕີລາຄາ ສະພາບພົ້ນເດັ່ນ ທາງດ້ານການ ເມືອງ-ແນວຄິດ ຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນ ພາຍຫຼັງມີ ຄຳສັ່ງ ເລກທີ 15/ນຍ, ການເຮັດວຽກງານ ການເມືອງ-ແນວຄິດ ຕິດພັນ ກັບການແກ້ໄຂ ບັນຫາສາດສະໜາ, ການປັບປຸງອຳນາດ ການປົກຄອງຂັ້ນບ້ານ, ການແກ້ໄຂ ປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ລັດຖະກອນ ແລະ ຜ່ານບົດສຳຫຼວດ ນຳພາລວມ ຂອງຄະນະບໍລິຫານງານ ພັກແຂວງໃນ 1 ປີ ຜ່ານມາ. ອັນທີ່ພົ້ນເດັ່ນ, ແມ່ນຄວາມເປັນເອກະພາບ ໃນດ້ານທັດສະນະ, ຫຼັກການ ແລະ ເນື້ອໃນແຕ່ລະບັນຫາ ທີ່ກອງປະຊຸມ ໄດ້ພ້ອມກັນ ຄົ້ນຄ້ວາ ປືກສາຫາລື ແລະ ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸງຍາກ ສິ່ງທ້າທາຍທົດສອບ ລວມທັງບົດຮຽນ ທີ່ຖອດຖອນໄດ້ ເພື່ອພ້ອມກັນ ນຳໄປແກ້ໄຂ ໂດຍສະເພາະ ແມ່ນສຸມໃສ່ ມາດຕະການຕ່າງໆ ເພື່ອບັນລຸ ຄາດໝາຍສູ້ຊົນໃນ ປີ 2017 ໃຫ້ມີຜົນສຳເລັດ ໂອກາດ ດັ່ງກ່າວ ສະຫາຍ ປອ. ນາມ ວິຍາເກດ ຍັງໄດ້ຮຽກຮ້ອງ ມາຍັງຄະນະພັກ ທຸກຂັ້ນ ຈົ່ງເອົາໃຈໃສ່ ຄົ້ນຄ້ວາກຳແໜ້ນ ເນື້ອໃນຈິດໃຈ ມະຕິກອງປະຊຸມ ຄັ້ງນີ້ ເພື່ອຕື່ນຕົວ ປະກອບສ່ວນ ເຂົ້າໃນການ ຈັດຕັ້ງນຳພາ, ການປະຕິບັດ ໜ້າທີ່ວຽກງານ ໃຫ້ເກີດໝາກ ເກີດຜົນຕົວຈິງ.