ການນຳແຂວງອັດຕະປື ເຂົ້າວາງກະຕ່າດອກໄມ້ ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 41 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ໃນຕອນເຊົ້າ ວັນທີ 1 ທັນວາ 2016 ນີ້ ຄະນະນຳແຂວງອັດຕະປື ນຳໂດຍທ່ານ ປອ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ນຳພາຄະນະ ເຂົ້າວາງພວງມາລາ ຈູບທູບທຽນ ທີ່ອະນຸສາວາລີ ນັກຮົບນີລະນາມ ດາວແດງ ແລະ ອະນຸສາວາລີ ລາວ-ຫວຽດນາມ ຈາກນັ້ນ ກໍ່ໄດ້ ນຳເອົາກະຕ່າດອກໄມ້ ເຂົ້າວາງທີ່ອະນຸສາວາລີ ປະທານ ໄກສອນ ພົມວິຫານ ການເຄື່ອນໄຫວຄັ້ງນີ້,

ເພື່ອເປັນການ ສະແດງຄວາມ ເຄົາລົບຮັກ ແລະ ຄວາມກະຕັນ ຍູຮູ້ບຸນຄຸນ ອັນລົ້ນເຫຼືອ ຕໍ່ນັກຮົບປະຕິວັດ ກໍ່ຄືປະທານ ໄກສອນ ພົມວິຫານ ຜູ້ນຳ ທີ່ແສນເຄົາລົບຮັກ ຂອງປະຊາຊົນ ບັນດາເຜົ່າ ແລະ ສະແດງຄວາມ ກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄືບັນດາ ນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳໆພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດ ໄດ້ໄຊຊະນະ ອັນໃຫຍ່ຫຼວງ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.