banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:134
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2379
ເດືອນນີ້:ເດືອນນີ້:13234
ທັງໝົດ:ທັງໝົດ:880410

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ລາວ-ຫວຽດນາມ ຕີລາຄາວຽກງານການ ຮ່ວມມືພັດທະນາ ການຄ້າຊາຍແດນ ຄັ້ງທີ X ປະຕິບັດຕາມ ເນື້ອໃນຈິດໃຈບົດບັນທຶກ ກອງປະຊຸມການຮ່ວມມື ພັດທະນາການຄ້າ ຊາຍແດນ ລາວ-ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບຽນ ສສ ຫວຽດນາມ ແລະ ການອະນຸມັດ ຂອງສອງລັດຖະບານ ເພື່ອຊຸກຍູ້ການຜັນ ຂະຫຍາຍແມ່ບົດການ ຮ່ວມມືຮອບດ້ານ ຂອງກະຊວງ ທັງສອງຝ່າຍ ລາວ-ຫວຽດນາມ ໃຫ້ບັນລຸຜົນ ຕາມເປົ້າໝາຍ. ກອງປະຊຸມການ ຮ່ວມມືພັດທະນາການຄ້າ ຊາຍແດນ ລາວ-ຫຽວດນາມ ຄັ້ງທີ X ໄດ້ຈັດຂຶ້ນ ໃນທ້າຍເດືອນ ກັນຍາ 2016 ນີ້, ຢູ່ທີ່ຫໍປະຊຸມໃຫຍ່ ຂອງແຂວງອັດຕະປື ໂດຍການໃຫ້ກຽດຕ້ອນຮັບ ຢ່າງອົບອຸ່ນຂອງ ສະຫາຍ ປອ ນາມ ວິຍະເກດ ກໍາມະການສູນກາງພັກ ເລຂາພັກແຂວງ ອັດຕະປື ໃຫ້ກຽດເຂົ້າຮ່ວມມີ ສະຫາຍນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ, ມີສະຫາຍ ເຈິນ ຕັວນ ເອັງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ, ມີບັນດາ ສະຫາຍ ຮອງລັດຖະມົນຕີ, ບັນດາກະຊວງ, ຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພາກທຸລະກິດ ຂອງສອງປະເທດ ເຂົ້າຮ່ວມ. ກອງປະຊຸມ ໄດ້ຕີລາສູງບັນດາ ຜົນງານ ທີ່ສອງຝ່າຍຍາດມາໄດ້ ໃນການເຄື່ອນໄຫວ ວຽກງານການຄ້າ ຊາຍແດນ ລະຫວ່າງ ລາວ-ຫວຽດນາມ. ຜ່ານການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກ ກອງປະຊຸມການຮ່ວມມື ພັດທະນາການຄ້າ ຊາຍແດນ ຄັ້ງທີ IX ມາເຖິງປັດຈຸບັນ ເຫັນໄດ້ວ່າ: ກົນໄກການຮ່ວມມືນີ້ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ໃນຂີດການເພີ່ມທະວີ ການຮ່ວມມື ໃນຂົງເຂດເສດຖະກິດ, ວັດທະນາທຳສັງຄົມ ລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ໄດ້ປະກອບສ່ວນ ໃນວຽກງານການ ພົວພັນແລກ ປ່ຽນຊື້-ຂ່າຍ ສິນຄ້າຜ່ານດ່ານ ຊາຍແດນ ຂອງສອງປະເທດ.

ພ້ອມດຽວກັນນັ້ນ, ໃນປີ 2015 ຜ່ານມາ ມູນຄ່າການຄ້າ ລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 1,1 ຕື້ໂດລາສະຫະລັດ, ທຽບໃສ່ປີ 2014 ຫລຸດລົງ 12,6% (1,3 ຕື້ໂດລາ ສະຫະລັດ). ໃນນັ້ນ, ການສົ່ງອອກ ຂອງລາວ ໄປຫວຽດນາມ ໃນປີ 2015 ແມ່ນບັນລຸໄດ້ 588 ລ້ານໂດລາ ສະຫະລັດ, ທຽບໃສ່ປີ 2014 ຫລຸດລົງ 26,6% (808 ລ້ານໂດລາ ສະຫະລັດ). ສ່ວນມູນຄ່າ ການນໍາເຂົ້າ ບັນລຸໄດ້ 535 ລ້ານໂດລາ ສະຫະລັດ, ທຽບໃສ່ປີ 2014 ເພີ່ມຂຶ້ນ 10,2% (477ລ້ານໂດລາ ສະຫະລັດ) ແລະ ໃນ 6 ເດືອນ ຕົ້ນປີ 2016 ນີ້, ມູນຄ່າການຄ້າ ບັນລຸໄດ້ 433 ໂດລາ ສະຫະລັດ, ຫລຸດລົງ 34,8% (665 ລ້ານໂດລາສະຫະລັດ, ໃນນີ້, ການສົ່ງອອກ ຂອງລາວ ໄປຫວຽດນາມ ໃນປີ 2015 ແມ່ນບັນລຸໄດ້ 199 ລ້ານໂດລາ ສະຫະລັດ, ຫລຸດລົງ 43,6% ແລະ ການນໍາເຂົ້າແມ່ນ 234 ລ້ານໂດລາ ສະຫະລັດ ຫລຸດລົງ 25% ທຽບໃສ່ໄລຍະດຽວ ຂອງປີ 2015. ສາເຫດ ທີ່ພາໃຫ້ມີການຫລຸດ ເປັນຈໍານວນຫລາຍ, ເນື່ອງຈາກ ການສົ່ງອອກ ຂອງລາວໄປ ຫວຽດນາມ ໂດຍລວມແມ່ນ ເປັນໄປຕາມກົນໄກ ຕະຫລາດ ແລະ ນະໂຍບາຍ ຂອງຝ່າຍລາວ ທີ່ມີການສັ່ງໂຈະ ການຂຸດຄົ້ນບໍ່ແຮ່ ຈໍານວນໜຶ່ງ ແລະ ການສັງໃຫ້ຢຸດຕິ ການສົ່ງອອກ ໄມ້ທ່ອນ, ໄມ້ແປຮູບ ທີ່ຂຸດຄົ້ນຕາມ ທໍາມະຊາດ ເຮັດໃຫ້ພາບລວມ ການສົ່ງອອກ ຂອງລາວ ໄປຕ່າງປະເທດ ມີຂີດຫຸລດລົງຫາຍ. ແຕ່ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ໂຄງສ້າງການຮ່ວມມື ພັດທະນາການຄ້າ ຊາຍແດນ ລະຫວ່າງລາວ-ຫວຽດນາມ ໃຫ້ມີການຄົງຕົວ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ໃນຮູບແບບ ຍຸດທະສາດ ຍາວນານ ທັງສອງຝ່າຍ ໄດ້ເຈລະຈາ-ປຶກສາຫາລື ຢ່າງກົງໄປ ກົງມາ ຫາວິທີທາງ ແກ້ໄຂ ແລະ ຍົກລະດັບ ການຮ່ວມມື ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ການຄ້າ ຊາຍແດນ ລາວ-ຫວຽດນາມ ນັບມື້ນັບ ມີການພັດທະນາ ປະກອບສ່ວນ ເຮັດໃຫ້ມູນຄ່າການຄ້າຮ່ວມ ຂອງສອງປະເທດ ເພີ່ມຂຶ້ນ 20% ໃນປີ 2016 ໂດຍສະເພາະ ສິນຄ້າ ອຸດສະຫາກໍາ, ກະສິກໍາ ທີ່ຊື້-ຂາຍ ລະຫວ່າງສອງປະເທດ ໃຫ້ມີທ່າອ່ຽງເພີ່ມຂືຶ້ນ ແລະ ຫລາກຫລາຍ ທາງດ້ານປະເພດສິນຄ້າ ໃນອານາຄົດ.