banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:587
ມື້ວານນີ້:ມື້ວານນີ້:582
ອາທິດນີ້:ອາທິດນີ້:1702
ເດືອນນີ້:ເດືອນນີ້:587
ທັງໝົດ:ທັງໝົດ:895471

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື - ຢາລາຍ ປືກສາຫາລື ການຮ່ວມມື ໃນທ່າມກາງ ບັນຍາກາດທີ່ ຊາວຫວຽດນາມ ພວມເບີກບານມ່ວນຊື່ນ ຕ້ອນຮັບວັນຊາດ ວັນທີ 2/9/1945 - 2/9/2016 ຄົບຮອບ 71 ປີ ຄະນະຜູ້ແທນ ແຂວງອັດຕະປື ນຳໂດຍ ສະຫາຍ ປອ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ນຳເອົາກະຕ່າ ດອກໄມ້ ໄປອວຍພອນ ຄະນະພັກ ອຳນາດການ ປົກຄອງແຂວງ ຢາລາຍ ສສຫວຽດນາມ ໃນມື້ວັນທີ 30 ສິງຫາ 2016 ນີ້ . ໂດຍມີ ສະຫາຍ ເຢືອງ ວັນຈາງ ກຳມະການ ສູນກາງພັກ ກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາ ປະຊາຊົນແຂວງ ຢາລາຍ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ໂອກາດ ດັ່ງກ່າວ ສະຫາຍ ປອ ນາມ ວິຍາເກດ ໄດ້ແຈ້ງ ຈຸດປະສົງ ໃນການມາຢ້ຽມຢາມ ແຂວງຢາລາຍ ໃນຄັ້ງນີ້ ພ້ອມທັງ ມອບກະຕ່າ ດອກໄມ້ ແລະ ກ່າວຄຳອວຍພອນ ເນື່ອງໃນໂອ ກາດວັນຊາດ ສສ ຫວຽດນາມ ຄົບຮອບ 71 ປີ.

ໃນນາມ ຕາງໜ້າຄະນະພັກ ແລະ ປະຊາຊົນຊາວ ແຂວງອັດຕະປື ສະແດງຄວາມຊົມເຊີຍ ແລະ ອວຍພອນ ມາຍັງຄະນະນຳ ແຂວງຢາລາຍ ແລະ ປະຊາຊົນ ຊາວຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລາໄມສົມບູນ ຍາດໄດ້ຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ອວຍພອນ ມິດຕະພາບ ຄວາມສາມັກຄີ ລາວ-ຫວຽດດນາມ, ອັດຕະປື - ຢາລາຍ ຈົ່ງສວຍ ສົດງົດງາມ ແລະ ໝັ້ນຄົງ ທະນົງແກ່ນ ຕະຫຼອດໄປ. ສ່ວນສະຫາຍ ເຢືອງ ວັນຈາງ ກໍາມະການສູນກາງ ພັກຄອມມູນິດ  ຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຢາລາຍ ກໍ່ໄດ້ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຄະນະພັກ ແຂວງອັດຕະປື ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນ ແຂວງຢາລາຍ ໃນຄັ້ງນີ້ ພ້ອມທັງສະແດງ ຄວາມເຊື່ອໝັ້ນ ຕໍ່ສາຍພົວພັນ ມິດຕະພາບ, ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ກໍ່ຄືການພົວພັນຮ່ວມມື ອັດຕະປື-ຢາລາຍ ຈະຍາດໄດ້ຜົນງານ ແລະ ໝາກຜົນຕົວຈິງ ມາສູ່ປະຊາຊົນ ສອງແຂວງ.

ຈາກນັ້ນ ກໍ່ໄດ້ມີພິທີ ພົບປະປືກສາຫາລື ການຮ່ວມ ມືສອງແຂວງ ອັດຕະປື - ຢາລາຍ ກ່ອນອື່ນສອງຝ່າຍ ໄດ້ແຈ້ງສະພາບ ການພັດທະນາ ເສດຖະກິດສັງຄົມ ຂອງແຂວງໃ ຫ້ກັນຊາບ ພ້ອມທັງສະ ເໜີຈຸດພິເສດ ແລະ ທ່າແຮງ ຂອງແຕ່ລະແຂວງ ເພື່ອເປັນຂໍ້ມູນ ໃນການສືກສາ ຄົ້ນຄ້ວາ ແລະ ວາງແຜນເສີມ ຂະຫຍາຍ ການຮ່ວມມື ເປັນຕົ້ນ ແມ່ນການແລກປ່ຽນ ຄະນະຜູ້ແທນ ຢ້ຽມຢາມເຊິ່ງກັນ ແລະ ກັນ, ປືກສາຫາລືການລົງທືນ, ການຄ້າ, ການບໍລິການ, ການທ່ອງທ່ຽວ ເຊິ່ງລາຍລະອຽດ ໃນການຮ່ວມມື ແມ່ນຈະໄດ້ລົງນາມ ໃນບົດບັນທືກການຮ່ວມມື ໂອກາດ ທີ່ຄະນະນຳ ແຂວງຢາລາຍ ຈະເດີນທາງມາ ຢ້ຽມຢາມ ແຂວງອັດຕະປື ໃນຕໍ່ໜ້ານີ້.