banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:221
ມື້ວານນີ້:ມື້ວານນີ້:643
ອາທິດນີ້:ອາທິດນີ້:2466
ເດືອນນີ້:ເດືອນນີ້:13321
ທັງໝົດ:ທັງໝົດ:880497

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ອັດຕະປື-ໂຮ່ຈິມິນ ຮັດແໜ້ນ ຄວາມສາມັກຄີ ໃນວັນທີ 29 ພືດສະພາ 2016 ຄະນະຜູ້ແທນ ແຂວງອັດຕະປື ນຳໂດຍ ທ່ານ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ເດີນທາງຢ້ຽມຢາມ ນະຄອນໂຮ່ຈິມິນ ສສ ຫວຽດນາມ ໂດຍມີທ່ານ ກົງສູນລາວ ປະຈຳນະຄອນໂຮ່ຈິມີນ ນຳພາຄະນະ ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນແຂວງອັດຕະປື ໂດຍແມ່ນ ທ່ານ ດິງ ລາທັງ ກຳມະການກົມການເມືອງ ສູນກາງພັກ ກອມມູນິດຫວຽດນາມ, ສຳມະຊິກສະພາ ແຫ່ງຊາດ, ເລຂາຄະນະພັກ ນະຄອນໂຮ່ຈິມິນ ພ້ອມດ້ວຍ ການນໍາຂັ້ນສູງ ນະຄອນໂຮ່ຈິມິນ ໃຫ້ການຕ້ອນຮັບ ຈາກນັ້ນ, ກໍ່ໄດ້ມີພິທີພົບປະ ຢ່າງເປັນທາງການ ກ່ອນອື່ນ ທ່ານ ເລຂາຄະນະພັກ ນະຄອນໂຮ່ຈິມິນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງ ມາຢ້ຽມຢາມ ຂອງຄະນະຜູ້ແທນ ແຂວງອັດຕະປື ໃນຄັ້ງນີ້ ເຊິ່ງຈະເປັນການເສີມສ້າງ ຄວາມສາມັກຄີ ທີ່ມີມູນເຊື້ອ ລະຫວ່າງ ລາວ-ຫວຽນາມ ເວົ້າລວມ ເວົ້າສະເພາະ ແຂວງອັດຕະປື ກັບນະຄອນໂຮ່ຈິມີນ ໃຫ້ແໜ້ນແຟ້ນ ຍິ່ງໆຂື້ນ.

ໂອກາດດັ່ງກ່າວ ສອງແຂວງ ກໍ່ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະຝ່າຍ ເພື່ອກຳແໜ້ນ ທ່າແຮງໃນການ ແລກປ່ຽນປະສົບການ ແລະ ຊຸກຍູ້ການຮ່ວມມື ໃນການລົງທືນ ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງອັດຕະປື ກໍ່ໄດ້ສະແດງ ຄວາມຂອບໃຈ ທີ່ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ຂອງນະຄອນໂຮ່ຈິມີນ ທີ່ມີຕໍ່ແຂວງອັດຕະປື ໄລຍະຜ່ານມາ ເປັນຕົ້ນ: ການກໍ່ສ້າງ ຊັບພະຍາກອນມະນຸດ, ການແລກປ່ຽນອາສາສະໝັກ ຊາວໝຸ່ມຊ່ວຍເຫຼືອ ຜູ້ດ້ອຍໂອກາດ, ການຊ່ວຍເຫຼືອ ກໍ່ສ້າງເຫຼັກອັງແຕນ ແລະ ເຄື່ອງສົ່ງໂທລະພາບແຂວງ ລວມທັງການຮ່ວມມື ດ້ານວຽກງານການ ຮັກສາສຸຂະພາບ ພ້ອມນັ້ນ ທ່ານ ເລຂາຄະນະພັກ ນະຄອນໂຮ່ຈິມິນ ແລະ ທ່ານ ເຈົ້າແຂວງອັດຕະປື ກໍ່ໄດ້ສະແດງຄວາມ ເຊື່ອໝັ້ນ ແລະ ຢືນຢັນທີ່ຈະຊຸກຍູ້ ໃຫ້ຂະແໜງການ ກໍ່ຄືນັກທຸລະກີດ ໄດ້ມີໂອກາດ ພົບປະຢ້ຽມຢາມ ແລກປ່ຽນບົດຮຽນ ເພື່ອເຮັດໃຫ້ການຮ່ວມມື ເກີດມີໝາກຜົນຕົວຈິງ ປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ລາວ-ຫວຽດນາມ ໃຫ້ຍືນຍົງຕະຫຼອດໄປ.