banner 11.2017

ໜອງຟ້າມະຫັດສະຈັນ

nongfa

ຄົ້ນຫາພາທ່ຽວ ອັດຕະປື

tour 2018

ສະຖິຕິ ຜູ້ເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:89
ມື້ວານນີ້:ມື້ວານນີ້:473
ອາທິດນີ້:ອາທິດນີ້:887
ເດືອນນີ້:ເດືອນນີ້:3899
ທັງໝົດ:ທັງໝົດ:216485

Lao National Radio

radio

ແຜນທີແຂວງ ອັດຕະປື

administrative map

 

 

ການປົກຄອງ, ປະຊາກອນ ແລະ ຊົນເຜົ່າ ແຂວງອັດຕະປື 

atp 17> ການປົກຄອງ: ອັດຕະປື ແບ່ງການປົກຄອງ ອອກເປັນ 5 ເມືອງ ຄື: 1. ເມືອງຊານໄຊ ຢູ່ທາງທິດ ຕາເວັນອອກ ຂອງເມືອງ ເທສະບານແຂວງ, ພື້ນທີ່ສ່ວນໝື່ງ ເປັນເຂດພູດອຍ ສູງຈາກລະດັບ ນໍ້າທະເລ ສະເລ່ຍ 800-1.560 ແມັດ ອາກາດ ໝາວເຢັນ, 2. ເມືອງສະໝາມໄຊ ຢູ່ທາງທິດ ຕາເວັນຕົກ ມີພື້ນທີ່ ຮາບພຽງ ເປັນອູ່ເຂົ້າ ອູ່ປາ, 3. ເມືອງພູວົງ ຢູ່ທາງທິດໃຕ້ ຊຶ່ງປະຊາກອນ ສວ່ນໃຫ່ຍ ເປັນເຜົ່າເບຮົາ ຫຼື ລະແວ, 4. ເມືອງໄຊເສດຖາ ຢູ່ທາງທິດ ຕາເວັນອອກ ສ່ຽງໃຕ້ ເປັນເມືອງເອກ ຂອງແຂວງ ກອ່ນປີ 1975 ແລະ 5. ເມືອງສາມັກຄີໄຊ ( ເມືອງໄໝ່ ) ໂຕເມືອງ ເທສະບານແຂວງ ຕັ້ງຢູ່ເທິງຝັ່ງຊ້າຍ ນໍ້າເຊກອງ.

11 pao> ປະຊາກອນ: ທົ່ວແຂວງ ມີຜົນລະເມືອງ 142.958 ຄົນ ( ຂໍ້ມູນປີ 2016 ); ປະກອບ ດ້ວຍ 11 ເຜົ່າຄື: ລາວ, ໂອຍ, ຍາເຫີນ, ຮາຮັກ, ເບຮົາ, ເຈັງ, ຕຮຽງ, ຢຮຸ, ແຢະ, ສະດາງ ແລະ ຕະໂອ້ຍ, ໃນນີ້ ເຜົ່າລາວມີ 36,9% ຂອງປະຊາກອນ ທັງໝົດ. ( ຜົນການ ສໍາຫຼວດ ຄອບຄົວ ທຸກຍາກ ປີ 2011 )

 

 

paobalao>> ເຜົ່າໂອຍ: ເປັນເຜົ່າໝື່ງ ໃນກຸ່ມພາສາ ມອນ-ຂະແມ, ອາໃສຢູ່ຕາມ ຕີນພູຫຼວງ, ຕີນພູຕະປາກ ບໍ່ລິເວນ ທົ່ງພຽງຂອງແຂວງ ແລະ ສ່ວນໝື່ງກໍ່ ຢູ່ເຂດເມືອງ ປາກຊອ່ງ ແຂວງຈໍາປາສັກ, ເຂົາເຈົ້າ ມີວັດທະນຳທໍາ, ປະເພນີ ເປັນຂອງຕົນ ເດັ່ນຊັດ ຈະແຈ້ງ ເຊັ່ນ: ຜູ້ຊາຍໂອຍ ແຕ່ກອ່ນ ນຸ່ງກະຕຽ່ວ ກິນເຫຼົ້າໄຫ ເປົ່າຕຮວານ, ດົນຕີຊະນິດໝື່ງ ປະຈໍາເຜົ່າ ຫຼື ທີ່ເຜົ່າລາວ ເອີ້ນວ່າ “ແຄນທວນ ຫຼື ແຄນນໍ້າເຕົ້າ” ມີພາສາ ປາກເວົ້າ ຮີດຄອງປະເພນີ, ນິທານ ພື້ນເມືອງ ເປັນຂອງຕົນເອງ. ຄັ້ງໝື່ງ ໃນອະດີດ ເຂົາເຈົ້າ ມີສິ່ງສັກສິດ ຄື: ກົກມ່ວງກະສໍ, ກົກໝາກຂາມ, ໂກນເຜິ້ງ, ດາບ, ພ້າ, ຄ້ອງລາ, ນາເລິກ ເມັດເຂົ້າໃຫຍ່ ທໍ່ໝ່ວຍ ໝາກພ້າວ ແລະ ປະຕູວຽງ ( ປະຕູໂຂງ ) ເຊິງບໍ່ມີສັດຕູໂຕໃດ ຈະສາມາດ ມາທໍາຮ້າຍ ບຽດບຽນໄດ້. ເຂົາເຈົ້າມີ ອາຊີບເຮັດນາ ປູກເຂົ້າຈ້າວ ປາສອ້ຍ ( ເຂົ້າງັນ ພັນພື້ນເມືອງ ຍາມເດືອນສາມ ປາສ້ອຍຂື້ນ ຈຶ່ງເກັບກ່ຽວ ) ມີປະເພນີ ລຽ້ງຜີ ກອ່ນການ ເຮັດນາ ແລະ ຫຼັງການ ເກັບກຽ່ວ ຢ່າງເຄັ່ງຄັດ, ນາເລິກ ເປັນຊັບສົມບັດ ອັນແສນແພງ ສືບມູນມໍລະດົກ ຕົກທອດຕໍ່ໆກັນມາ ໃນວົງຕະກຸນ ສາມາດໃຊ້ເປັນ ສິນສອດ ແຕ່ງດອງ ບໍ່ມີການຊື່-ຂາຍ ເວັ້ນແຕ່ກໍລະນີ້ ຈໍາເປັນທີ່ສຸດ ແລະ ຫາກຊື່-ຂາຍ ຕ້ອງມີການ ປົວແປງ ຮີດຄອງ ຢ່າງລະອຽດ ຮອບຄອບ. ສາມາດ ໄປຢ້ຽມຢາມ ແລະ ສຶກສາ ວິຖີຊີວິດ ເຂົາເຈົ້າໄດ້ທີ່ ເຂດຈະເລີນສຸກ, ເມືອງສາມັກຄີໄຊ ໃກ້ໆກັບ ນໍ້າຕົກ ຕາດພອກ, ເສັ້ນທາງສະດວກ ຫ່າງຈາກໂຕເມືອງ ປະມານ 12 ກມ.

>> ເຜົ່າຕຮຽງ ເຜົ່າແຢະ ແລະ ຮາຮັກ: ສວ່ນຫຼາຍ ມີຖິ່ນກໍາເນີດ ດັ່ງເດີມ ມາຈາກເມືອງ ດາກຈຶງ ແລ້ວຈຶ່ງມາຢູ່ ເມືອງຊານໄຊ, ສວ່ນໝື່ງຢູ່ ແຂວງເຊກອງ ແລະ ສາລະວັນ, ອີກສວ່ນໝຶ່ງ ອາໃສຢູ່ທີ່ບ້ານ ສີວິໄລ ໃກ້ໆຕະຫຼາດ ໃນເທສະບານ ເມືອງສາມັກຄີໄຊ ທໍາການຜະລິດ ຫັດຖະກໍາຕໍ່າຜ້າກະໂດ ຜ້າຮຽງ ດ້ວຍກີ່ແອວ ອັນເປັນເອກະລັກ ຂອງຕົນເອງ. ເຂົາເຈົ້າມັກ ຕັ້ງບ້ານເຮືອນ ລວມກັນ ເປັນຮູບ ວົງມົນອ້ອມ “ກວ້ານ” ( ສາລາບ້ານ ), ທີ່ຕັ້ງຢູ່ໃຈກາງ ມີເດີນ ເພື່ອໃຊ້ ໃນພິທີກໍາ ອັນສັກສິດ ຂອງບ້ານ ເຊັ່ນ: ຂ້າຄວາຍ ຫຼາຍໂຕ ລຽ້ງຜີ ໃນພິທີ ”ດໍໂດຣ” ( ກິນອາດ ) ຊຶ່ງຈັດຂຶ້ນ ໃນຮອບ 3 ຫຼື 5 ປີ ໂດຍອີງຕາມ ຜົນການ ເກັບກຽ່ວ, ບ່າວ-ສາວ ທີ່ແຕ່ງດອງກັນແລ້ວ ຕ້ອງນອນແຍກກັນ 9 ເດືອນ ເພື່ອປະຕິບັດ ຕາມຮີດຄອງ ປະເພນີ ຢ່າງເຄັ່ງຄັດ ແລະ ພິສູດ ຄວາມອົດທົນ ແລະ ຄວາມຮັກ ອັນບໍລິສຸດໃຈ ຂອງທັງ ສອງຝ່າຍ.

>> ເຜົ່າຍາເຫີນ: ເປັນກຸ້ມໝຶ່ງ ທີ່ມີຕົ້ນກໍາເນີດ ຢູ່ພູພຽງ ບໍລິເວນ. ຕໍານານພຶ້ນເມືອງ ອັດຕະປືວ່າ ໃນອະດີດ ເຜົ່ານີ້ ໄດ້ຮັບການ ເຊື່ອຖື ຈາກເຜົ່າ ລາວຫຼາຍ ເຖິງຂັ້ນ ມອບສິດ ອໍານາດໃຫ້ ຮັກສາການແທນ ເຈົ້າເມືອງ, ເຂົາເຈົ້າ ມີຄວາມເຊື່ອ ແລະ ນັບຖືສາສະໜາພຸດ ເປັນສວ່ນໃຫ່ຍ. ພຣະອົງແສນ ສັກສິດ ທີ່ສະຖິ ຢູ່ວັດສະແຄະ ກໍແມ່ນຄົນ ຊົນເຜົ່ານີ້ ເປັນຜູ້ນໍາມາຖວາຍ ໃຫ້ວັດຫຼວງ ເມືອງເກົ່າ; ພອ້ມດຽວກັບ ພະອົງໝື່ນ ສະຖິດ ຢູ່ວັດຫາຍໂສກ. ທຸກໆປີ ຄົນເຜົ່ານີ້ ຈະຜັດປຽ່ນ ກັນມາບວດ ເພື່ອອຸປະຖາກ ຮັກສາວັດ ແລະ ພະພຸດທະຮູບ. ເມື່ອເຖິງ ຍາມກຸດສົງການ ເຜົ່າຍາເຫີນ ຈະເປັນຜູ້ສົງ ພະພຸດທະຮູບ ກ່ອນເຜົ່າອື່ນໆ.

paolawere>> ເຜົ່າເບຮົາ: ມີປະຫວັດເລົ່າວ່າ ເຄື່ອນຍ້າຍ ມາຈາກ ພາກເໝືອ ອາໃສຢູ່ເຂດ ເມືອງໄຊເຊດຖາ, ເມືອງສາມັກຄີໄຊ, ເມືອງສະໝາມໄຊ ແຕ່ສວ່ນໃຫ່ຍ ແມ່ນຢູ່ເມືອງພູວົງ, ມັກຕັ້ງເຮືອນ ຢູ່ເຂດພູສູງ ອາໃສລໍານໍ້າ ເຮັດໄຮ່ປູກເຂົ້າ, ມີພາສາປາກເວົ້າ ແລະ ໂຕໝັງສື ເປັນຂອງຕົນ, ຕັດແຂ້ວ ເບື້ອງເທິງ ບ່ອງຫູໃຫ່ຍ ໃສ່ຕ້າງງາ ຄາບກອກ ຢາໃຫ່ຍ ສັກໝ້າລາຍ, ໃສ່ກ້ອງແຂນ, ກອ້ງຂາ, ຂັບລໍາເຈືອງ, ຕີຄ້ອງລາ ຄ້ອງຈຸ້ມ ຄ້ອງນ່ອງແນ່ງ, ຕົບກະບັ້ງ. ໃນຄອບຄົວ ຖ້າອ້າຍ ເສຍຊີວິດ ນ້ອງຊາຍ ສາມາດສືບ ຕໍ່ເອົາເມຍອ້າຍໄດ້, ແຕ່ຖ້ານ້ອງຊາຍ ເສຍຊີວິດ ອ້າຍບໍ່ມີສິດ ເອົາເມຍ ນອ້ງໄດ້.

>> ເຜົ່າສະດາງ ແລະ ເຜົ່າເຈັ້ງ: ມີຈໍານວນ ບໍ່ຫຼາຍ ມີພາສາປາກເວົ້າ ແລະ ຮີດຄອງ ປະເພນີ ຄືກັບເຜົ່າເບຮົາ. ເຜົ່າສະດາງ ຢູ່ໃນເຂດ ເມືອງພູວົງ ສ່ວນຫລາຍ ຢູ່ລຽບ ຕີນພູຫຼວງ ແລະ ສາຍເຊກອງ ໃນເຂດ ເມືອງສະໝາມໄຊ.

>> ເຜົ່າຕະໂອ້ຍ: ມີຕົ້ນກໍາເນີດ ແລະ ສວ່ນໃຫ່ຍ ຕັ້ງຢູ່ພູມລໍາເນົາ ຢູ່ເຂດເມືອງ ຕະໂອ້ຍ ແຂວງສາລະວັນ ແລະ ຢັງຢາຍ ໄປຢູ່ເຂດ ເມືອງສະມວ້ຍ ເມືອງເລົ່າງາມ ແຂວງສາລະວັນ, ເມືອງນອງ ແຂວງ ສະຫວັນນະເຂດ, ເມືອງທ່າແຕງ ແຂວງເຊກອງ, ເມືອງປາກຊອ່ງ ແຂວງຈຳປາສັກ ເຂົາເຈົ້າ ມີເຊື້ອສາຍ ຢູ່ເຂດຕາເວັນຕົກ ຂອງແຂວງ ກວາງຈິ ( ຫວງດນາມ ) ແລະ ມີຮອ່ງຮອຍ ວັດທະນະທຳ ທີ່ກຽ່ວກັບຫີນ ຊຶ່ງອາດ ຈະກຽ່ວຂ້ອງ ກັບໄຫຫີນ (ຊຽງຂວາງ) ຫີນຕັ້ງ (ຊຳເໝືອ )ເຮືອນຫີນ (ສະຫວັນນະເຂດ).

>> ເຜົ່າຢຮຸ: ມີສອງແຊງ ຄື: ຢຮຸດາກ (ອາໃສ ຢູ່ແຄມນໍ້າ) ແລະ ຢຮຸກອງ ( ອາໃສຢູ່ພູພຽງ), ກິນເຂົ້າຈ້າວ ເດີມເຊື່ອຖືຜີ, ມີພາສາ ປາກເວົ້າ ຄືກັບ ເຜົ່າຍະເຫີນ ໂອຍ, ເຈັ້ງ ແລະ ເຜົ່າເບຮົາ. ເຂົາເຈົ້າ ບໍ່ມີບ້ານ ຂອງເຜົ່າ ຕົນເອງ ໂດຍສະເພາະ ຈຶ່ງຢູ່ຮວ່ມ ກັບເຜົ່າອື່ນໆ ໃນເຂດເມືອງ ສະໝາມໄຊ. ເຜົ່າຢຮຸ ຍັງມີເມືອງ ປາກຊອ່ງ, ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ເມືອງເລົ່າງາມ ແຂວງສາລະວັນ, ເມືອງທ່າແຕງ ແຂວງເຊກອງ.